ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-09 14:47:00    
"ງາມ​ປານ​ນີ້"---CD​ແຜ່ນ​ທຳ​ອິດ​ຂອງ​ນາງ​ໂຈ​ທິງໆ

cri Author: shuo

ນາງ​ໂຈ​ທິງໆ​ແມ່ນ​ນັກ​ຮ້ອງ​ສຽງ​ກາງ,ນາງ​ມີ​ນິດ​ໄສທີ່​ມັກ​ເວົ້າກົງ​ໄປ​ກົງ​ມາ,ລາ​ເລີງ​ເບີກບານ​ໃຈ.​ນາງ​ໄດ້​ຮ້ອງ​ເພງ​ມາ​ເກື​ອບ20ປີ​ແລ້ວ,ບົດຮຽນ​ໃນການສະ​ແດງ​ອັນ​ອຸດົມສົ​ມບູນ, ​ການ​ຫຼໍ່​ຫຼອມ​ເຝິກຝົນ​ມາ​ ​ຫຼາຍ​ປີ​ໄດ້​ເຮັດ​ໃຫ້ນາງ​ກາຍ​ເປັນ​ສິລະ​ປິນຜູ່​ດີ​ເດັ່ນ​ທີ່​​ເຂົ້າ​ໃຈ​ດົນ​ດີ​ໄດ້​ຢ່າງ​ດີ.ນາງ​ເປັນ​ຄົນ​ທີ່​ເຮັດ​ຫຍັງ​ກໍ​ຕັ້ງ​ໃຈ​ເຮັດ​ໃຫ້​ດີໆ.​ນາງ​ຄຶດ​ວ່າ​,ຖ້າ​ຍັງ​ກະກຽມ​ບໍ່​ແລ້ວ​ເທື່ອ​ກໍ​ບໍ່ຫ່ອນ​ຈະ​ອັດ​ເພງ​ອອກ​ຈຳໜ່າຍ​ແບບ​ຫຼັບ​ຫູ​ຫຼັບ​ຕາ.​ເດືອນ​ມິ​ຖຸນາປີ​ນີ້,​ໃນ​ທີ່​ສຸດ,ນາງ​ໂຈ​ທິງໆ​ກໍ​ໄດ້​ນຳ​ເອົາ​ຄວາມ​ຕື່ນ​ເຕັ້ນ​ດີ​ໃຈ​ມາ​ໃຫ້​ຕົນ​ເອງ​ແລະ​ທຸກ​ຄົນ​ທີ່​ມັກ​ດົນຕີ,ນັ້ນ​ກໍ​ຄື​ນາງ​ໄດ້​ອັດCD​ແຜ່ນ​ທຳ​ອິດ​ຂອງ​ຕົນ​.

;ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"ຄືນ​ນີ້​ລົມພັດ​ເຊີຍ​ມາ​"

ທີ່​ຂັບ​ຮ້ອງ​​ໂດຍ​ນາງ​ໂຈ​ທິງໆ.​ເພງ​ນີ້​ໄດ້​ວາດ​ພາບ​ ​ລາຕີ​ທີ່ງຽບ​ສະຫງັດ, ທ່າມກາງ​ສາຍ​ລົມ​ທີ່​ອົບອຸ່ນ,ຄູ່​ຮັກ​ທີ່ຢູ່​ຄົນ​ລະ​ຟາກ​ຟ້າ​ຫ່ວງ​ໃຍ​ແລະ​ຄິດ​ຮອດ​ຄິດ​ເຖິງ​ກັນ.

 ນາງ​ໂຈ​ທິງໆ​ກ່າວ​ວ່າ,​ແຕ່ລະ​ເພງ​ໃນCD​ແຜ່ນນີ້,​ນັບ​ຕັ້ງ​ແຕ່​ການ​ແຕ່ງ​ທຳນອງກໍ​ໄດ້ຕັ້ງ​ໃຈ​ບັນ​ລະ​ຍາຍ​ຈິດ​ໃຈ​ອາລົມ,ນາງ​ ຢາກ​ໃຫ້​ຜູ່​ຟັງ​ຊາບ​ຊຶມ​ທຳນອງ​ດົນຕີ​ຂອງ​ນາງ​ດ້ວຍ​ຄວາມຮັກ​ແພງ​ໃນ​ສ່ວນ​ເລິກ​ຂອງ​ຫົວ​ໃຈ.ຕໍ່​ໄປ​ເຊີນ​ຟັງ​ເພງ"ວ່າວ"ທີ່​ຂັບ​ຮ້ອງ​ໂດຍ​ນາງ​ໂຈ​ທິງໆ.

ເພງ"ວ່າວ"​ໄດ້​ສະ​ແດງ​ໃຫ້​ເຫັນ​ ຍິງ​ສາວຜູ່​ໜຶ່ງ​ທີ່​ ສະ​ແຫວ​ງຫາ​ຄວາມ​ຮັກ​ຢ່າງ​ບໍ່​ລົດ​ລະ.​ເນື້ອ​ເພງ​ມີ​ຢູ່ວ່າ:"ຂ້ອຍ​ແມ່ນ​ວ່າວ​ອັນ​ໜຶ່ງ, ຖືກ​ຜູກ​ມັດ​ຢູ່​ທ້ອງຟ້າ​ຂອງ​ເຈົ້າ, ຄຽງ​ຂ້າງ​ມີ​ແຕ່​ສຽງ​ລົມ, ​ເພື່ອ​ໃຫ້​ເຈົ້າ​ດີ​ໃຈ.ຂ້ອຍຍິນ​ຍອມ​ຢຸດຄ້າງ​ຢູ່​ເທິງ​ຟ້າ,ບໍ່​ຢາກ​ດິ້ນຫຼຸດ​ອອກ​ຈາກ​ເຊືອກ​ເສັ້ນ​ນ້ອຍໆ.ຂ້ອຍ​ກໍ​ແມ່ນ​ວ່າວ​ຂອງ​ເຈົ້າ,ບໍ່ຢາກໃຫ້​ລົມ​​ເຊົາພັດຈັກ​ເທື່ອ​,ບໍ່​ມີ​ລົມ,​ວ່າວກໍ​ເສຍ​ຄຸນ​ປະ​ໂຫຍ​ດ,ບໍ່​ມີ​ເຈົ້າ,ຂ້ອຍ​ບໍ່​ອາດ​ທຸ່ນ​ທ່ຽງ​ໄດ້.​"

ສຽງ​ຂອງ​ນາງ​ໂຈ​ທິງໆ​ມີຈຸດ​ພິ​ເສດ​ຄື​ສຽງ​ເພງ​ບູຮານ,ສຽງ​ນວນ​ແລະ​ມີ​ສະ​ເໜຈັບ​ໃຈ.ສຽງ​ເພງ​ອັນອ້ອຍ​ອິ່ນຂອງ​ນາງ​​ເຮັດ​ໃຫ້​ຜູ່​ຟັງຊຶ້ງໃຈ​ ​ຢ່າງ​ບໍ່​ຮູ້ສຶກ​ຕົວ,ລືມ​ຄວາມ​ນັນ​ແຊວ​​​ໃນ​ຊີວິດ​ຊົ່ວຄາວ,ຄ່ອຍໆ​ສຳນຶກ​ກຶກກອງຄວາມ​​ໂສກ​ເສົ້າ​ແລະຄວາມ​ມ່ວນ​ຊື່ນ​ແຫ່ງ​ຊີວິດ.ຕໍ່​ໄປ,​ເຊີນ​ຟັງ​ເພງ"​​ການ​ຈາກກັນຈະ​ດີງາມ​ໄດ້​​ແນວໃດ"​ເພງ​ນີ້​ມີ​ລັກສະນະດົນຕີ​ແຈ​ສ​ຢ່າງ​​ເຂັ້ມ​ຂຸ້ນ,​ສຽງ​ເປຍ​ໂນ​ແມ່ນ​ຈຸດ​ຮຸ່ງ​ຂອງ​ດົນຕີ​ປະສານ​ໃນ​ເພງ,ອັນ​ເຮັດ​ທຳນອງ​​ໂສກ​ເສົ້າ​ຈາງ​ລົງ.

ເພງ​ນີ້​ແມ່ນ​ນາງ​ໂຈ​ທິງໆ​ເປັນ​ຜູ່​ແຕ່ງ​​ເນື້ອ​ຮ້ອງ,​ໃຊ້ຄວາມສະຫງ່າ​ເຂົ້າ​ແທນ​ຄວາມ​ ​ເສົ້າໝອງ​ໃນ​ຍາມຈາ​ກກັນ.​ເນື້ອ​ເພງ​ມີ​ຢູ່​ວ່າ:"​​ໄດ້​ເວົ້າ​ມາ​ພັນ​ຄວາມ​ໝື່ນ​ຄວາມ​​ແລ້ວ,ຖ້າ​ໃຫ້​ຂ້ອຍ​ເວົ້າ​ອີກ​ຄຳ​ໜຶ່ງ,ຂ້ອຍ​ຍັງຈະ​ຊ້ຳ​ຄວາມເກົ່າຄື ຂ້ອຍ​ຮັກ​ເຈົ້າ.​

ສຽງ​ເພງ​ຂອງ​ນາງ​ໂຈ​ທິງໆ​ໄດ້​ປຸກ​ຄວາມ​ຊົງ​ຈຳ​ທີ່​ເກັບ​ໄວ້ດົນ​ນານ​ແລ້ວ​ ຂອງ​ຄົນ​ທັງຫຼາຍ​,​ເຮັດ​​ໃຫ້​ຄົນ​ຫວນ​ຄືນ​ເຖິງ​ຄວາມ​ງາມ​ແລະ​ຄວາມ​ເສົ້າໝອງ​ໃນ​ເມື່ອ​ກ່ອນ.ສຽງ​ຂອງ​ນາງ​ກະ​ຕຸ້ນ​ໃຈ​ຄົນ,​ເສົ້າໝອງ,ອ່ອນ​ໂຍນ,ປະ​ທັບ​ໃຈ,ມີ​ເອກະລັກ​ທີ່​ສຸພາບ​ແບບ​ດັ້ງ​ເດີມ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"ຕົ້ນ​ວິສທາ​ເລຍ".​ໃນ​ເພງນີ້,ນາງ​ກໍ​ແມ່ນ​ຜູ່​ຍິງ​ທີ່​ສວຍ​ງາມສູງ​ສົ່ງ ອ່ອນ​ໂຍນ.ຄວາມ​ງາມ​ຂອງ​ນາງ​ກໍ​ເໝືອນ​ດັ່ງ​ຕົ້ນ​ວິສທາ​ເລຍ​ທີ່​ພວມ​ອອກດອກ​ສົ່ງ​ກິ່ນ​ຫອມ​ຫວນ.
" ຍ່າງ​ມາ​ໃນ​ຄວາມ​ຝັນ"ທີ່​ຂັບ​ຮ້ອງ​ໂດຍ​ນາງ​ໂຈ​ທິງໆ.​ເພງ​ນີ້​ ເຕັມ​ໄປ​ດ້ວຍ​ບັນຍາກາດ​ຄວາມ​ອົບ​ອຸ່ນ​ແລະ​ຄວາມຮັກ​ຂອງ​ແມ່,ວາດ​ພາບ​ທີ່​ສວຍ​ງາມ​ພາບ​ໜຶ່ງ​ໃນ​ຄວາມ​ງຽບ​ສະຫງັດ.​ເໝືອນ​ດັ່ງ​ເດັກນ້ອຍນອນ​ຢູ່​ໃນ​ຊວງເອິກ​ຂອງ​ແມ່,​ເຕີບ​ໃຫຍ່​ໃນການ​ຫຼໍ່ລ້ຽງ​ແຫ່ງ​ຄວາມ​ຮັກ​ຂອງ​ແມ່.

 "​​ແອນ້ອຍ​ຂາວຜຸດ​ຜ່ອງ,​ຍ່າງ​ມາ​ໃນ​ຄວາມ​ຝັນ,ດັ່ງ​ສາຍ​ລົມ​ເຢັນ​ພັດ​ເຊີຍ,ຍິ້ມ​ງາມ​ເໝືອນດອກ​ບົວ​ເບັ່ງ​ບານ,ສົມ​ດັ່ງ​ຄວາມ​ໝາຍ​ປອງ​ຂອງ​ແມ່,​ໂລກ​ຈະ​ຢູ່​ຄຽງ​ຂ້າງ​ລູກ,​ແມ່​ຊົມ​ເຊີຍ​ລູກ."