ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-09 16:49:36    
ງານ​ສະ​ແດງ​ສິ​ລະ​ປະ​ມິດ​ຕະ​ພາບ​ລາວ​ຈີນ——ສຽງ​ບັນ​ຍາ​ກາດ​ຂອງ​ການ​ສະ​ແດງ​ຂອງ​ຄະນະ​ສິ​ລະ​ປະ​ແຫ່ງ​ຊາດ​ລາວ​ຢູ່​ຈີນ

cri Author: min


ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ, ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ​ສົມບູນຜູ້​ດຳ​ເນີນ​ລາຍການຍິນ​ດີທີ່​ໄດ້​ພົບ​ກັບ​ທ່ານ​ໃນ​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​. ຄຶດ​ວ່າ, ທ່ານ​ຜູ້​ຟັງ​ຄົງ​ຮູ້​ດີ​ແລ້ວ​ຈາກ​ການ​ລາຍ​ງານ​ຂ່າວ​ຂອງ​ພວກ​ເຮົາ​ໃນ​ສອງ​ມື້​ມາ​ນີ້​ວ່າ, ​ໃນ​ສະ​ເພາະ​ໜ້າ​ນີ້, ງານ​ສິລະ​ປະ​ອາຊີ​ປີ 2006 ພວມ​ຈັດ​ຂຶ້ນຢ່າງ​ຟົດ​ຟື້ນ​ຢູ່ນະຄອນ​ປັກ​ກິ່ງ. ​ໃນ​ໂອກາດ​ນີ້, ​ເພື່ອ​ລະ​ລຶກຈີນ​ລາວ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ຄົບຮອບ 45 ປີ, ຕອນ​ຄ່ຳ​ມື້ວານ​ນີ້, ນັກສະ​ແດງ​ຂອງ​ຄະນະ​ສິລະ​ປະ​ແຫ່ງ​ຊາດ​ລາວ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ສິລະ​ປະ​ອາຊີ​ໄດ້​ຈັດ​ງານ​ສະ​ແດງ​ພິ​ເສດ​ຢູ່​​ໂຮງ​ລະຄອນ​​ໄຫ​ຕ້ຽນປັກ​ກິ່ງ. ​ໃນ​ລາຍ​ການ​ມື້​ນີ້, ພວກ​ເຮົາ​ໄດ້​ຈັດ​ເອົາ​ອັດ​ສຽງ​ລາຍການ​ດີ​ເດັ່ນໃນ​ງານ​ສະ​ແດງ​ດັ່ງກ່າ​ວມາ​ສູ່​ທ່ານ​ຟັງ.

​ເວລາ 7 ​ໂມງ​ເຄິ່ງ​ໃນຕອນ​ຄ່ຳ​ວັນ​ທີ 2 ກັນຍາ​ເວລາ​ປັກ​ກິ່ງ, ​ໂຮງ​ລະຄອນ​ໄຫ​ຕ້ຽນທີ່​ກວ້າງ​ໃຫຍ່ມີ​ຜູ້​ຊົມ​ນັ່ງ​​​ເຕັມ​ໝົດ, ງານ​ລາ​ຕີ​ຂອງ​ຄະນະ​ສິລະ​ປະ​ແຫ່ງ​ຊາດ​ລາວ​ໄດ້​ເປີກ​ສາກ​ໃນ​ທ່າມ​ກາງ​ຄວາມ​ຄອງ​ຄອຍ​ຂອງຜູ້​ຊົມ​ທັງ​ຫຼາຍ. ນັກສະ​ແດງ​ລາວ 20 ກວ່າ​ຄົນ​ໄດ້​ສະ​ແດງ​ລາຍການ​ຟ້ອນ​ມູນ​ເຊື້ອ, ຮ້ອງ​ເພງ​ລາວ​ແລະເພງ​ຈີນ, ​ດ່ຽວແຄນ​, ​ແລະຍັງ​ມີ​ການສະ​ແດງ​ອາພອນ​ຊົງ​ນານ​ແບບ​ບູຮານ​ກັບ​ແບບ​ໃໝ່​ຂອງ​ລາວ, ວາດ​ຟ້ອນ​ອັນອ່ອນ​ຊ້ອຍ, ​ແລະ​ສຽງ​ເພງ​ອັນ​ໄພ​ເລາະ​ເພາະ​ຫູ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຮີດຄອງ​ປະ​ເພ​ນີ​ອັນ​ດີງາມ​ຂອງ​ລາວ, ​ແລະສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ລະຫວ່າງ​ປະຊາ​ຊົນ​ສອງ​ຊາດ​​ລາວຈີນ.

ຖ້າ​ບໍ່​ແມ່ນ​ເຫັນ​ກັບ​ຕາ, ຄົນ​ຈີນ​ທຸກ​ຄົນ​ອາດ​ຈະ​ນຶກ​ວ່າ​ສຽງ​​ເພງທີ່​ຄຸ້ນ​ຫູ​ນີ້​ຄົງ​ຈະ​ແມ່ນ​ນັກ​ຮ້ອງ​ຈີນ​ເປັນ​ຜູ້​ຂັບ​ຮ້ອງ, ​ແຕ່​ທີ່​ຈິງ​ແລ້ວ, ​ເພງ​ນີ້​ແມ່ນ​ຂັບ​ຮ້ອງ​ໂດຍທ່ານ​ຄຳ​ພັນ ພົນ​ທອງ​ສີ​ທີ່ໄດ້​ຕັ້ງສະ​ແດງສູ່​ເພື່ອນ​ຈີນ​ຟັງ​ເປັນ​ພິ​ເສດ:

​ເປັນ​ຫຍັງ​ຂ້າພະ​ເຈົ້າ​ຈຶ່ງ​ເລືອກ​ເອົາ​ເພງ​ຈີນທີ່​ຊື່ວ່າ "​ເປັນ​ເພື່ອນ​ມິດຕະ​ຫຼອດ​ການ​"ນັ້ນ, ​ເພາະ​ວ່າ​ເພງ​ນີ້​ເປັນ​ເພງ​ທີ່​ມີ​ເນື້ອ​ໃນມີ​ສາລະ, ​ແລະ​ກຳລັງ​ແທດ​ເໝາະ​ກັບ​ຄວາມ​ເປັນ​ຈິງ, ​ໃນ​ໄລຍະ​ນີ້, ຕົກ​ມາ​ປີ​ນີ້​ກໍ່​ແມ່ນ​ວ່າ​ລະ​ຫວ່າງ​ສາຍ​ສຳ​ພັນ​ທາງ​ການ​ທູດ​ລະຫວ່າງ​ລາວ​ຈີນ​ຄົບຮອບ 45 ປີ, ​ແລ້ວ​ເວົ້າ​ສະ​ເພາະ​ກໍ່​ແມ່ນ​ປະຊາຊົນ​ລາວ​ກັບປະ​ຊາ​ຊົນ​ຈີນ​ເຄີຍ​ມີ​ມູນ​ເຊື້ອ​ຮັກ​ແພງ​ກັນ​​ແຕ່​ດົນ​ນານ​ແລ້ວ​, ສະ​ນັ້ນ, ຢາກ​ໃຫ້​ຄວາມ​ຮັກ​ຄວາມ​ແພງ​ລະ​ຫວ່າງ​ປະຊາຊົນ​ລາວ​ກັບ​ປະຊາ​ຊົນ​ຈີນ​ແລະ​ສາຍ​ສຳ​ພັນ​ທາງ​ການ​ທູດ​ໃຫ້​ໝັ້ນຄົງ​ຂະໜົງ​ແກ່ນ, ຈົ່ງຊົ່ວ​ຟ້າ​ດິນ​ສະ​ຫຼາຍ, ຄື​ກັບ​ເພງ​ນີ້​ໄດ້​ບັນ​ລະ​ຍາຍ​ເຖິງ​.

​ເຊັ່ນ​ດຽວ​ກັນ​ກັບ​ທ່ານ​ຄຳ​ພັນ ພົນ​ທອງ​ສີ, ນາງ​ທອງ​ຍົດ ນານ​ພະລັງ​ສີໄດ້​ຮ້ອງ​ເພງລາວຄື​ເພງ "​ໂອ້ ດວງ​ຈຳປາ" ​ແລະ​ເພງ​ຈີນ "ກຳ​ແພງຍາວ"​ສູ່​ຟັງ, ດອກ​ຈຳປາ​ແມ່ນ​ດອກ​ໄມ້​ປະຈຳຊາດ​ຂອງ​ລາວ, ກຳ​ແພງ​ຍາວ​ແມ່ນ​ສັນຍາ​ລັກ​ຂອງ​ຈີນ, ສຽງ​​ເພງ​ອັນ​ໄພ​ເລາະ​ເພາະ​ຫູ​ຂອງ​ນາງ​ທອງ​ຍົດໄດ້​ປະ​ທັບ​ໃຈຜູ້​ຊົມໝົດ​ທຸກ​ຄົນ.

ດົນຕີ​ແມ່ນ​ສິລະ​ປະ​ທີ່​ບໍ່​ມີ​ພົມແດນ, ​ແມ່ນ​ພາສາ​ທີ່ບໍ່​ຕ້ອງ​ແປ. ງານ​ລາຕີ​ເທື່ອ​ນີ້, ສິລະ​ປິນ​ທັງ​ຫຼາຍ​ນອກ​ຈາກ​ຮ້ອງ​ເພງ​ສັນລະ​ເສີນ​ມິດ​ຕະ​ພາບ​ລາວຈີນ​ແລ້ວ, ຍັງ​ໄດ້​ສະ​ແດງ​ລາຍການ​ຟ້ອນ​ທີ່​ສ່ອງ​ແສງ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີງາມ​ແລະ​ມີ​ສະ​ເໜຂອງ​ລາວ​ສູ່ຜູ້​ຊົມ​ຈີນ​ທັງຫຼາຍ.

ທ່ານ​ຜູ້​ຟັງ, ທີ່​ທ່ານຟັງ​ຈົບ​ລົງ​ແມ່ນ​ດົນຕີ​ລາຍ​ການ​ຟ້ອນ "ສາວ​ກໍ້​ປັ່ນ​ຝ້າຍ" ​ແລະ​ເພງ "​ເຢັນ​ສະບາຍ​ຊາວນາ".

ລາຍ​ການ​ທີ່​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ອັນ​ມີ​ສະ​ເໜ​ຂອງ​ລາວ​ນັ້ນ​ໄດ້​ຮັບ​ສຽງ​ຕົບ​ມື້​ຊົມ​ເຊີຍ​ອັນ​ຟົດ​ຟື້ນຈາກ​ຜູ້​ຊົມ​ທັງ​ຫຼາຍ. ທ່ານ​ວາງ​ເຊິນ ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ໄດ້​ມາຊົມການ​ສະ​ແດງ​​ເວົ້ານຳ​ນັກ​ຂ່າວ CRI ພວກ​ເຮົາດ້ວຍ​ຄວາມດີ​ອົກ​ດີ​ໃຈ​ວ່າ:

ຄະນະ​ສິລະ​ປະ​ແຫ່ງ​ຊາດ​ລາວ​ທີ່​ມາສະ​ແດງ​ຢູ່​ຈີນ​ເທື່ອ​ນີ້, ມີ​ແຕ່ 25 ຄົນ, ​ແຕ່​ລາຍ​ການ​ຂອງ​ພວກ​ເພິ່ນ​ຫຼາຍ​ປານ​ນີ້​, ​ແລະ​ໜ້າ​ຊົມຫຼາຍ, ນີ້​ແມ່ນ​ການ​ແລກປ່ຽນ​ທາງ​ດ້ານ​ວັດທະນະ​ທຳ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ລາວ​ຈີນ, ​ແມ່ນ​ຂອງ​ຂວັນ​ອັນ​ລ້ຳ​ຄ່າ​ທີ່​ປະຊາຊົນ​ລາວ​ມອບ​ໃຫ້​ປະຊາຊົນ​ຈີນ.

ຄະນະ​ສິລະ​ປະ​ແຫ່ງ​ຊາດ​ລາວ​ທີ່​ມາສະ​ແດງ​ຢູ່​ຈີນ​ເທື່ອ​ນີ້​ມີ​ແຕ່ 25 ຄົນ, ​ແຕ່​ລາຍການ​ຂອງ​ພວກ​ເພິ່ນຫຼາຍ​ປານ​ນີ້​ແລະ​ໜ້າ​ຊົມຫຼາຍ, ນີ້​ແມ່ນ​ການ​​ແລກປ່ຽນ​ທາງ​ດ້ານ​ວັດທະນະທຳ​ລະຫວ່າງ​ປະຊາຊົນສອງ​ຊາດລາວ​ຈີນເທື່ອ​ໜຶ່ງ, ​ແມ່ນ​ຂອງ​ຂວັນ​ອັນ​ລ້ຳ​ຄ່າ​ທີ່​ປະຊາຊົນ​ລາວ​ມອບໃຫ້​ປະຊາຊົນ​ຈີນ.

ທ່ານບົວ​ເງິນ ຊາ​ພູວົງ ລັດຖະ​ມົນຕີ​ຊ່ອຍ​ວ່າການ​ກະຊວງ​ຖະ​ແຫຼງຂ່າວ​ແລະ​ວັດທະນະທຳ​ລາວ​ກໍ​ຮູ້ສຶກ​ເພິ່​ງພໍ​ໃຈ​ຕໍ່​ການ​ສະ​ແດງ​ເທື່ອ​ນີ້​, ທ່ານ​ເວົ້າ​ວ່າ​:

ຂ້າພ​ະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ​ເປັນ​​ພິ​ເສດ​ທີ່​ການສະ​ແດງ​ໃນ​ຄ່ຳ​ຄືນ​ມື້​ນີ້​ທາງ​ສອງ​ຝ່າຍ​ລາວ​ແລະ​ຈີນ​ໄດ້​ຮ່ວມ​ກັນ​ຈັດ​ຕັ້ງ​ການສະ​ແດງ​ເປັນ​ຢ່າ​ງດີ, ​ໄດ້​ເຫັນ​ເພື່ອນ​ມິດ​ຊາວ​ຈີນ​ເປັນ​ຈຳນວນ​ຫຼວງຫຼາຍ​ທີ່​ໄດ້​ມາ​ເບິ່ງ​ມາ​ຊົມ, ທຸກ​ແບບ​ຟ້ອນ, ທຸກ​ເພງ​ຮ້ອງ​ໄດ້​ຮັບ​ສຽງ​ຕົບມື​ຊົມ​ເຊີຍ​ຕ້ອນຮັບ​ຈາກ​ທ່ານ​ຜູ້​ຊົມ​ເປັນ​ຢ່າງ​ຍິ່ງ​, ​ເຫັນ​ວ່າ​ອາລົມ​ຂອງ​ນັກສະ​ແດງ​ແລະ​ທ່ານ​ຜູ້​ຊົມ​ໄດ້​ມີ​ອັນ​ຮ່ວມກັນ, ນັ້ນ​ກໍ​ຄື​ຄວາມ​ສາມັກຄີ​ມິດຕະພາບ​ຂອງ​ສອງ​ຊາດ​ພວກ​ເຮົາ​ຈະ​ເລີນ​ງົດງາມ​ຂຶ້ນ​ໄປ, ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈຫຼາຍ. ຂ້າ​ພະ​ເຈົ້າ​ຄິດ​ວ່າ, ການ​ມາສະ​ແດງ​ຂອງ​ຄະນະ​ສິນລະປະ​ກອນ​ຂອງ​ພວກ​ເຮົາ​ໃນ​ຄັ້ງ​ນີ້​ຈະ​ເປັນ​ຢາດ​ນ້ຳ​ຢາດ​ນ້ອຍໆ​ຢາດ​ໜຶ່ງ​ທີ່​ຈະ​ເພີ່ມ​ພູນ​ຄຸນ​ສ້າງ​ໃຫ້​ແກ່​ຄວາມ​ສາມັກຄີ​ມິດຕະພາບ​ລາວ​ຈີນ​ພວກ​ເຮົາ​ໝັ້ນຄົງ​ຂະໜົງ​ແກ່ນ, ຊົ່ວ​ຟ້າ​ດິນ​ສະຫຼາຍ.

ການ​ມາສະ​ແດງຂອງ​ຄະນະ​ສິນລະ​ປະກອນ​ຈະ​ເປັນ​ຢາດ​ນ້ຳ​ນ້ອຍໆ​ຢາດ​ໜຶ່ງ​ຂອງ​ຄວາມ​ໃນ​ປະຫວັດສາດ​ແຫ່ງ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ລາວ. ຈັ່ງ​ແມ່ນ​ການ​ອຸປະມາອັນ​ຖືກຕ້ອງ​ແທ້ໆ, ມິດຕະພາບ​ຈີນ​ລາວ​ມີ​ມາ​ແຕ່​ສະ​ໄໝ​ບູຮານ, ​ເມື່ອທຽບ​ໃສ່​ກັນ​ແລ້ວ, ງານ​ລາຕີ​ເພື່ອ​ລະ​ລຶກຈີ​ນລາວ​ສ້າງ​ສາຍ​ສຳພັນ​ການ​ທູດ​ຄົບ​ຮອບ 45 ປີຂອງ​ຄະນະ​ສິລະ​ປ​ະ​ແຫ່ງ​ຊາດ​ລາວ​ເທື່ອ​ນີ້​ອາດ​ເວົ້າ​ໄດ້​ວ່າ​​ແມ່ນ​ນ້ຳຢາດ​ໜຶ່ງ​ໃນ​ສາຍ​ນ້ຳ​ມິດຕະພາບ​ລາວ​ຈີນ, ​ແຕ່​ມັນ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ອັນ​​ເລິກ​ເຊິ່ງ​​ໄວ້​ກັບຜູ້​ຊົມ​ຈີນ. ຕໍ່​ໄປ, ​ເຊີນ​ຟັງ​ເພງ"ຈົ່ງ​ກົວ-ລາວ​ອົວ ລາວ​ອົວ-ຈົ່ງ​ກົວ" ​ແປ​ວ່າ "ຈີນ​-ລາວ ລາວ​-ຈີນ", ພວກ​ເຮົາຈົ່ງ​ພ້ອມ​ກັນ​ອວຍ​ພອນ​ໃຫ້​ມິດ​ຕະ​ພາບ​ສອງ​ຊາດຈີນ​ລາວ​ຈົ່ງ​ໄຫຼພຸ່ງ​ໄປ​ໜ້າ​ເໜືອ​ນດັ່ງ​ນະທີ​ໃຫຍ່, ​ແລະ​ບໍ່​ມີ​ວັນ​ເຫືອດ​ແຫ້ງ​ຈົນ​ເທົ່າ​ໃດໆ.

"ຈີນ​ລາວ, ລາວ​ຈີນ,​ມີ​ສາຍພູ​ສາຍ​ແລະ​ແມ່​ນ້ຳ​ຕິດ​ຈອດ​ກັນ, ​ດ​ອກ​ໄມ້​ແຫ່ງ​ມິດຕະພາບ​ບານ​ເຮື່ອ​ເຮືອງຢູ່​ທຸກ​ແຫ່ງ​ຫົນ, ຈີນ​ລາວ, ລາວ​ຈີນ, ມິດຕະພາບ​ລະຫວ່າງ​ສອງ​ຊາດ​ພວກ​ເຮົາ​ໝັ້ນຄົງ​ຂະ​ໜົງ​ແກ່ນ, ຊົ່ວ​ຟ້າ​ດິນ​ສະ​ຫຼາຍ"

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ​ໃນທ່າມກາງ​ສຽງ​​ເພງ "ຈົ່ງ​ກົວ​ລາວ​ອົວ" ນີ້​, ອັດສ​ສຽງ​ງານ​ລາຕີ​ຂອງ​ຄະນະ​ສິລະ​ປະ​ແຫ່ງ​ຊາດ​ລາວທີ່​ສະ​ແດງ​ຢູ່​ຈີນ​ເທື່ອ​ນີ້​ຂໍ້​ຈົບ​ລົງ​ພຽງ​ທໍ່​ນີ້, ສົມບູນ​ແລະ​​ກຸຫຼາບ​ຜູ້​ຮຽບຮຽງ​ຂໍຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ, ສະບາຍດີ!