ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-09 17:00:23    
ສຳພາດນາງອານຸມອນ.ກິ​ຕິ​ລາດ ຮອງ​ຫົວຫນ້າ​ກົມ​ສົ່ງ​ເສີມ​ການ​ຜະລິດ​ແລະ​ການ​ຄ້າ​ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ​ສປປລາວກ່ຽວ​ກັບ​ສະພາບ​ການ​ກະກຽມ​ເຂົ້າຮ່ວມ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນຄັ້ງທີ​ສາມ

cri

ສະພາບ​ການ​ກະກຽມ​ເຂົ້າຮ່ວມ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນຄັ້ງທີ​ສາມສະ​ເພາະ​ກົມ​ສົ່ງ​ເສີມ​ການ​ຜະລິດ​ແລະ​ການ​ຄ້າ​ພວກ​ເຮົາ​ໄດ້​ກະກຽມ​ໃຫ້​ມີ​ດັ່ງ​ນີ້: ບັນດາ​ວຽກ​ທີ່​ພວກ​ເຮົາ​ໄດ້​ເຮັດ​ມາ​ນີ້​​ແມ່ນ​ຫນຶ່ງ​ກໍ່​ແມ່ນ​ໄດ້​ສະ​ເຫ​ນີ​​ໄປ​ຍັງ​ຫ້ອງ ການ​ສຳນັກງານ​ນາຍົກ​ເພື່ອ​ຂໍອະນຸ​ມັດ​ທາງ​ດ້ານ​ຫລັກ​ການ​ໃນ​ການ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ຄັ້ງນີ້,​ແລະ​ໄດ້​ຮັບ​ການ​ເຫັນ​ດີ​ເພື່ອ​ໃຫ້​ສືບ​ຕໍ່​ເຂົ້າຮ່ວມ​ງານ​ດັ່ງກ່າວ,ພ້ອມ​ກັນນັ້ນ,ກໍ່​ໄດ້​ມີ​ການ​ຕົກລົງ​ແຕ່ງຕັ້ງຄະນະ​ຮັບຜິດຊອບ​ການ​ກະກຽມ​ລະດັບ​ຊາດ​ເພື່ອ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງທີ​ສາມຈາກ​ສຳນັກ ງານ​ນາຍົກລັດຖະມົນຕີ.ທັງ​ໄດ້​ເປີດ​ກອງ​ປະຊຸມປຶກສາ​ຫາລືຂັ້ນວິຊາ​ການຄັ້ງ ທຳ​ອິດ​ໃນ​ວັນ​ທີ 25 ​ເດືອນ 5 2006 ກ່ຽວ​ກັບ​ການ​ມອບ​ວຽກ​ທີ່​ກ່ຽວຂ້ອງ​ກັບ​ຂະ​ແຫນງ​ການ​ເພື່ອ​ໄດ້​ກະກຽມ​ໂດຍ​ກົມ​ສົ່ງ​ເສີມ​ການ​ຜະລິດ​ແລະ​ການ​ຄ້າ, ​ມີ​ຄະນະ​ກຳ​ມະການ​ແຜນການ​ແລະ​ການ​ລົງທຶນ, ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ, ສະພາ​ການ​ຄ້າ​ແລະ​ອຸດສາຫະກຳ​ແຫ່ງ​ຊາດ​ໄດ້​ເຂົ້າຮ່ວມ​ໃນ​ການ​ປຶກສາ​ຫາລື​ກະກຽມ​​ແບ່ງວຽກ.ຈາກ​ນັ້ນ,ພວກ​ເຮົາ​ໄດ້​ຮັບຕ້ອນ​ຄະນະ​ຜູ່​ແທນ​ກອງ​ເລຂາ​ຈີນ​ອາ​ຊຽນ​ໃນ​ລະຫວ່າງ​ວັນ​ທີ 26 ຫາ​ວັນ​ທີ 31 ​ເດືອນ 6 2006,​ເຊິ່ງຈັດ​ໃຫ້​ມີ​ການ​ພົບ​ປະ​ກັບ​ຂະ​ແຫນງ​ການ​ກ່ຽວຂ້ອງ​ເຊັ່ນ​ກະຊວງ​ອຸດສາຫະກຳ​​ແລະ ການ​ຄ້າ,ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ແລະ​ຄະນະ​ກຳມະການ​ແຜນການ​ແລະ​ການ​ລົງທຶນ,​ແລະ​ສະພາ​ການ​ຄ້າ​ອຸດສາຫະກຳ​ແຫ່ງ​ຊາດ, ຈຸດປະສົງ​ແມ່ນ​ເພື່ອ​ຕິດຕາມ​ຄວາມ​ພ້ອມ​ຂອງ​ສປປລາວ​ໃນ​ການ​ກະກຽມ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ຄັ້ງນີ້
ນອກ​ນັ້ນ, ພວກ​ເຮົາ​ກໍ່​ໄດ້​ຈັດ​ປະຊຸມຂັ້ນວິຊາ​ການຄັ້ງທີ​ສອງ​ຂຶ້ນ​ໃນ​ວັນ​ທີ 8 ​ເດືອນ 6 2006,ພວກ​ເຮົາ​ໄດ້​ສະ​ເຫ​ນີ​ແຜນການ​ກະກຽມ​ໃນ​ຕໍ່ຫນ້າ,ພ້ອມ​ນັ້ນ, ກໍ່​ໄດ້​ເປັນ​ເອກະ​ພາບ​ກັນ​ເລືອກ​ເອົາ​ນະຄອນຫລວງ​ວຽງ​ຈັນ​ເປັນ​​ເມືອງ​ແຫ່ງ​ສະ​ເຫ​ນ່.

ນອກ​ນີ້ ພວກ​ເຮົາ​ກໍ່​ໄດ້​ເຂົ້າຣ່ວມກອງ​ປະຊຸມ​ເຈົ້າຫນ້າ​ທີ່​ອາ​ວູ​ໂສ​ຈີນ​ອາ​ຊຽນຄັ້ງທຳ​ອິດ​ໃນ​ລະຫວ່າງ​ວັນ​ທີ 11 ຫາ 17 ​ເດືອນ 6 2006,​ເພື່ອ​ແຈ້ງ​ຜົນ​ຂອງ​ການ​ກະກຽມ​ງານ​ຄັ້ງນີ້,ສະ​ເຫ​ນີ​ແຜນການ​ສືບ​ຕໍ່​ໃນ​ຕໍ່ຫນ້າ.ນອກ​ນັ້ນ,ກໍ່​ໄດ້​ມີ​ການ​ເຂົ້າຮ່ວມ​ເຈລະຈາສອງ​ຝ່າຍ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ທີ່​ຍັງ​ມີ​ບັນຫາ​ໃນ​ການ​ເຂົ້າຮ່ວມ​ໃນ​ປີຜ່ານມາ,​ເພື່ອ​ໃຫ້​ຝ່າຍ​ຈີນ​ໄດ້​ມີ​ນະ​ໂຍບາຍ​ໃນ​ການ​ຊ່ອຍ​ເຫລືອ.
ອີກ​ອັນ​ຫນຶ່ງ​ກໍ່​ແມ່ນ​ພວກ​ເຮົາ​ກໍ່​ໄດ້​ປະສານ​ສົມທົບ​ປຶກສາ​ຫາລື​ກັບ​ສະ​ຖາ​ບັນ​ວິຈິດ​ສິນ​ແຫ່ງ​ຊາດ,​ເພື່ອ​ສຶກສາ​ຄວາມ​​ເປັນ​ໄປ​ໄດ້​ໃນ​ການ​ອອກ​ແບບ​ແລະ​ກໍ່ສ້າງ​ເຄື່ອງ​ຈຳ​ລອງ, ມາ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ກໍ່ສ້າງ​ແລະ​ນຳ​ໄປ​ວາງສະ​ແດງ​ແລ້ວ, ສະນັ້ນ,ຜ່ານ​ການ​ປະກອບ​ຄຳ​ເຫັນ​ຂອງ​ຂະ​ແຫນງ​ການ​ກ່ຽວຂ້ອງ,ຈິ່ງ​ໄດ້​ຕົກລົງ​ກັນ​ວ່າ,ຄວນຈະເອົາ​ເຄື່ອງ​ຈຳລອງ​ເປັນ​ປະຕູ​ໄຊ,​ ປະຕູ​ໄຊ​ກໍ່​ເປັນ​ເອກະລັກ​ຂອງ​ນະຄອນຫລວງ​ວຽງ​ຈັນ,​ເຊິ່ງ​ເປັນ​ສິ່ງ​ທີ່​ຄົນ​ຮູ້ຈັກ​ມາ​ຫລວງຫລາຍ.

ມາ​ເຖິງ​ວັນ​ທີ 7 ​ເດືອນ 7 2006,ພວກ​ເຮົາ​ກໍ່​ໄດ້​ເປີດ​ກອງ​ປະຊຸມ​ວິຊາ​ການຄັ້ງທີ​ສາມ,​ໄດ້​ປຶກສາ​ຫາລື​ສ້າງ​ຄວາມ​ເປັນ​ເອກະ​ພາບ​ຂັ້ນວິຊາ​ການ,​ເພື່ອ​ນຳ​ສະ​ເຫ​ນີຂໍການ​ຮັບຮອງ​ຈາກ​ທ່ານ​ປະທານ​ຄະນະ​ຊີ້​ນຳ​ກະກຽມເຂົ້າຮ່ວມ​ງານ​ວາງສະ​ແດງ,​ເພື່ອ​ວ່າ​ຈະ​ມອບ​ຫມາຍ​ໃຫ້​ແຕ່ລະ​ຂະ​ແຫນງ​ການ​ນັ້ນ​ໄດ້​ກະກຽມ​ຮ້ານ​ວາງສະ​ແດງ​ຂອງ​ຊາດ​ຄື​ແນວ​ໃດ,​ໂດຍ​ທີ​ວ່າ​ແຕ່​ລະ​ພາກສ່ວນ​ໄດ້​ກະກຽມ​ສິ່ງ​ໂຄສະນາ​ຂອງ​ຕົນ​ເອງ,​ເປັນຕົ້ນ​ແມ່ນ​ຄະນະ​ລົງທຶນ​ຈະ​ນຳ​ເອົາ​ຫຍັງ​ໄປໂຄສະນາ​ດຶງ​ດູດການ​ລົງທຶນ,ການທ່ອງ ທ່ຽວ​ຈະກະກຽມ​ໂຄສະ​ນາ​ແຫ​ລ່ງທ່ອງ​ທ່ຽວ,ສະພາ​ອຸດສາຫະກຳ​ການ​ຄ້າ​ແຫ່ງ​ຊາດ​ຈະ​ກະກຽມ​ທຸລະ​ກິດ​ຄື​ແນວ​ໃດ​ເພື່ອ​ໄປ​ເຂົ້າຮ່ວມ​ງານ​ວາງສະ​ແດງ,ພ້ອມ​ດຽວ​ກັນນັ້ນ, ພວກ​ເຮົາ​ກໍ່​ໄດ້​ກະກຽມ​ວັດຖຸ​ອຸປະກອນ​ແລະ​ຜະລິດ​ຕະພັນທີ່​ຈະ​ນຳ​ໄປ​ຕົບ​ແຕ່ງ​ຮ້ານ​ວາງສະ​ແດງ, ອັນ​ໃດ​ຍັງ​ຄົງ​ຄ້າງ,​​ແລ້ວ​ກໍ່ຈະ​ແກ້​ໄຂ​ໃຫ້​ທັນ.ອັນ​ນີ້​ແມ່ນ​ການ​ປະຕິບັດ​ຈັດຕັ້ງວຽກ​ງານ​ຂອງ​ພວກ​ເຮົາ​ຜ່ານ​ມາ.

ມູນ​ເຫດ​ທີ່​ພວກ​ເຮົາ​ເລືອກ​ເອົາ​ນະຄອນຫລວງ​ວຽງ​ຈັນ​ເປັນ​ຕົວ​ເມືອງ​ແຫ່ງ​ສະ​ເຫ​ນ່​ແມ່ນ​ຍ້ອນ​ວ່ານະຄອນຫລວງ​ວຽງ​ຈັນ​ແມ່ນ​ຈຸດ​ໃຈກາງ​ຂອງ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ,ທາງ​ດ້ານ​ສັງຄົມ​ ວັດທະນະທຳ,ທັງ​ເປັນ​ສູນ​ກາງ​ໃນ​ການ​ດຶງ​ດູດ​ການ​ລົງທຶນຈາກ​ຕ່າງປະ​ເທດ,​ແລະ​ມີ​ສະຖານ​ທີ່​ທ່ອງ​ທ່ຽວ, ທຳ​ມະ​ຊາດ,ວັດວາອາ​ຮາມ,ບູຊະ​ນິຍະສະ​ຖານ​ຫລາຍ​ແຫ່ງ, ​ເຊິ່ງວ່າ​ຈຸດ​ເສື່ອ​ມຕໍ່​ລະຫວ່າງ​ພາກ​ເຫນືອ​ແລະ​ພາກ​ໃຕ້ຂອງລາວ. ຢູ່​ໃນ​ນີ້, ພວກ​ເຮົາ​ກໍ່​ມີ​ຂົວ​ທີ່​ເຊື່ອມ​ຕໍ່​ຢູ່​ລະຫວ່າງ​ລາວ​ກັບປະ​ເທດ​ໄທ,​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ທາງ​ສາກົນ,​ໄດ້​ສ້າງ​ຄວາມ​ສະດວກ​ຫລາຍ​ຢ່າງ​ໃຫ້​ແກ່​ການ​ຂົນ​ສົ່ງລະຫວ່າງ​ລາວ​ໄທ,​ແລະ​ກັບ​ສາກົນ.​ແມ່ນ​ຍ້ອນ​ມູນ​ເຫດ​ເຫລົ່າ​ນີ້, ພວກ​ເຮົາ​ຈິ່ງ​ຄ່ອຍ​ໄດ້​ເລື​ອກ​ເອົາ​ນະຄອນຫລວງ​ວຽງ​ຈັນ​ເປັນ​ຕົວ​ເມືອງ​ແຫ່ງ​ສະ​ເຫ​ນ່​ໃນ​ການ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ຄັ້ງນີ້.
ການ​ຈັດການ​ວາງສະ​ແດງ​ຕົວ​ເມືອງ​ແຫ່ງ​ຄວາມ​ສະ​ເຫ​ນ່,ມີ​ຄວາມ​ສຳ ຄັນ​ຍ້ອນ​ວ່າ​ງານ​ວາງສະ​ແດງ​ຈີນ​ອາ​ຊຽນ​ເປັນ​ງານ​ວາງສະ​ແດງ​ລະດັບ​ພາກ​ພື້ນ, ​ແລະ​ອາການ​ວາງສະ​ແດງ​ເມືອງ​ສະ​ເຫ​ນ່​ແມ່ນ​ບົ່ງບອກ​ເຖິງ​ເອກະລັກ​ຂອງ​ແຕ່​ລະ​ຊາດ,ທັງ​ບົ່ງ​ບອກ​ເຖິງ​ວັດທະນະທຳ​ຮີດຄອງ​ປະ​ເພນີຂອງ​ຊາດ; ອີກ​ອັນ​ຫນຶ່ງທີ່​ສຳຄັນ​ແມ່ນ​ສິ່ງ​ຈຳລອງ​ເມືອງ​ສະ​ເຫ​ນ່ຈະ​ເປັນຈຸດ​ເດັ່ນ​ໃນ​ການ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ແຂກ​ທີ່​ມາ​ຮ່ວມ​ໃນ​ງານ​ວາງສະ​ແດງ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ແລະ​ການທ່ອງທ່ຽວ.

ເນື້ອ​ໃນ​ແລະ​ການຈັດ​ວາງ​ຮ້ານ​ວາງສະ​ແດງ​ຂອງ​ຊາດ​ລາວ,ພວກ​ເຮົາຕົບ​ແຕ່ງ​ຄື​ແນວ​ນີ້: ໄດ້​ຕັ້ງ​ເຄື່ອງ​ຈຳລອງ​ປະ​ຕູ​ໄຊ​ຢູ່​ທາງ​ເຂົ້າ​ຮ້ານ​ວາງສະ​ແດງ​ຂອງ​ຊາດ​ລາວ,​ເຂົ້າ​ໄປ​ແລ້ວ ຈະ​ໄດ້​ເຫັນ​ແຜ່ນທີ່ສປປລາວ,ຫລັງ​ຈາກ​ນັ້ນຈະ​ເປັນ​ເຂດ​ຂອງ​ການ​ລົງ​ທຶນ,ຂອງ​ການທ່ອງທ່ຽວ,ຂອງ​ການ​ພົວພັນ​ລາວ​ຈີນ,ນອກ​ນັ້ນຈະ​ມີ​ການວາງສະ​ແດງ​ສິນຄ້າ​ຕົວຢ່າງ,​ເປັນຕົ້ນມີ​ເຄື່ອງ​ເຟີ​ນີ​ເຈີ,​ເຄື່ອງ​ແກະ​ຊະ​ຫລັກດ້ວຍ​ໄມ້​ດ້ວຍ​ເງິນ, ຜ້າ​ໄຫມ​ແລະ​ອື່ນໆ.ນອກ​ຈາກ​ນັ້ນ, ຍັງ​ມີ​ການ​ໂຄສະນາ​ປະ​ເທດ​ລາວ, ຊາດ​ລາວ.​ໂດຍ​ຈະ​ມີ​ການຈັດ​ໃຫ້​ມີ​ຟິມປະ​ເທດ​ລາວ​ແລະ​ຊາດ​ລາວຢູ່​ໃນ​ງານ.ພ້ອມ​ນີ້​ພວກ​ເຮົາ​ກໍ່​ໄດ້​ສືບ​ຕໍ່​ກະກຽມ​ສະ ຫນອງ​ຂໍ້​ມູນ​ທີ່​ຈຳ​ເປັນ​ໃຫ້​ແກ່​ກັບ​ຜູ່​ຈັດຕັ້ງງານ​ເປັນ​ແຕ່ລະ​ໄລຍະ, ນອກ​ນີ້​ກໍ່​ມີ​ເຂດ​ພົບ​ປະ​ທຸລະ​ກິດ.
​ໃນ​ການ​ເຂົ້າຮ່ວມ​ງານ​ຄັ້ງນີ້,ນັບ​ທັງຄັ້ງທີ່​ຜ່ານ​ມາ, ​ໂດຍ​ສະ​ເພາະ​ແມ່ນ​ຄັ້ງທີ່​ຜ່ານ​ມາ,ພວກ​ເຮົາ​ແມ່ນ​ມີ​ຫລາຍ​ອັນ​ເຊິ່ງວ່າ​ມີ​ຜົນ​ອັນ​ດີ​ໃຫ້​ແກ່​ສປປລາວ​ເຮົາ.ຄື​ຫນຶ່​ງ​ແມ່ນ​ຝ່າຍ​ຈີນ​ໃຫ້​ຄວາມ​ສຳຄັນ​ແກ່​ຄະນະຜູ່​ແທນ​ຂັ້ນສູງ​ຂອງ​ລາວ​ເຮົາ, ​ໂດຍ​ສະ​ເພາະ​ແມ່ນ​ຕໍ່​ກັບ​ລາວ​ເພິ່ນ​ຖື​ວ່າ​ເປັນ​ເພື່ອນ​ມິດທີ່​ມີ​ອຸດົມ​ການ​ອັນ​ດຽວ​ກັນ, ​ແລະ​ເປັນ​ເພື່ອ​ນສະ​ຫາຍ​ທີ່​ເຊື່ອ​ໃຈ​ກັນ​ໄດ້.​ເຊິ່ງຈະ​ໃຫ້ການ​ສະ ຫນັບສະຫນູນ​ແບບ​ຕ່າງ​ຈາກ​ການ​ພົວພັນ​ກັບປະ​ເທດ​ອື່ນ​ໃນ​ການ​ເຂົ້າຮ່ວມ​ງານຄັ້ງ,​ເຈົ້າ​ແຂວງ​ກວງ​ຊີ​ກໍ່​ໄດ້​ມາ​ພົບ​ກັບ​ຄະນະ​ນຳ​ພວກ​ເຮົາ, ອັນ​ນີ້​​ແມ່ນ​ເຂົາ​ຖື​ສຳຄັນ.

​ຫ້ອງ​ວາງສະ​ແດງ​​ແຫ່ງ​ຊາດ​ຂອງ​ລາວ​ພວກ​ເຮົາ​ກໍ່​ໄດ້​ຮັບ​ການ​ເລືອກ​​ເປັນ​ລາງວັນອອກ​ແບບ​ດີ​ເດັ່ນປະຈຳ​ປີ​ກາຍ​ນີ້, ຫ້ອງ​ວາງສະ​ແດງ​ແຫ່ງ​ຊາດ​ຂອງ​ລາວ​ໃນ​ປີຜ່ານມາ​ເຫັນ​ວ່າ​ໄດ້​ສ້າງ​ຈຸດ​ເດັ່ນ​ເປັນ​ທີ່​ດຶງ​ດູດ​ປະຊາຊົນ​ຈີນ​ເຂົ້າມາ​ເບິ່ງ,ທັງ​ມີ​ນັກທຸລະກິດ​ຈີນ​ເຂົ້າມາ​ຊອບ​ມາ​ຖາມ,ມີ​ນັກ​ຂ່າວ​ຫລາຍໆ​ສະ​ຖາ​ບັນ​ຈີນ​ເຂົ້າມາ​ເອົາ​ຂ່າວ​,ມາ​ສົນ​ໃຈ​ກ່ຽວ​ກັບ​ຫ້ອງ​ວາງສະ​ແດງ​ແຫ່ງ​ຊາດ​ຂອງ​ລາວ.ພວກ​ເພິ່ນ​ໄດ້​ສົນ​​ໃຈ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ລາວ​ແລະ​ການ​ລົງທຶນ​ຢູ່​ລາວ,ຜູ່​ໃດໄປ​ມາ​ກໍ່​ສົນ​ໃຈ​ນຳ​ພວກ​ເຮົາ,​​ເພາະເອື້ອຍ​ນ້ອງ​ລາວ​ໄດ້​ນຸ່ງ​ສິ້ນ​ແລະ​ຜ້າ​ປ່ຽມ,​ໄດ້​ສ້າງ​ຄວາມ​ດຶງ​ດູ​ດ​ໃຫ້​ແກ່​ຜູ່​ກາຍ​ມາ,ນັກທຸລະກິດ​ຂອງ​ລາວ​ກໍ່​ໄດ້​ປະກາດ​ເອົາ​ສິນຄ້າ​ຂອງ​ຕົນ​ເອງ​ໄປ​ໂຄສະນາ​ໃນ​ງານ,​ແລະ​ກໍ່​ໄດ້​ມີ​ການ​ພົບ​ປະ​ກັບ​ນັກທຸລະກິດ​ຈີນ,​ແລະ​ມີ​ນັກທຸລະກິດ​ຈຳນວນ​ຫນຶ່ງ​ສົນ​​ໃຈ​ຢາກ​ມາ​ລົງທຶນ​ຢູ່​ລາວ,​ເປັນຕົ້ນ​ເຂົາ​ເຈົ້າຢາກ​ມາ​ລົງທຶນ​ທາງ​ດ້ານ​ບໍ່​ແຮ່,ທາງ​ດ້ານ​ກະສິກຳ,ການທ່ອງທ່ຽວ.ນອກ​ນັ້ນ, ​ເພິ່ນ​ກໍ່​ໄດ້​ສະຫນັບສະຫນູນ​ພວກ​ເຮົາ​ໃຫ້​ພາສາ​ແປ,​ເຊິ່ງ​ແມ່ນ​ນັກ​ສຶກສາ​ອາສາ​ສະຫມັກ​ຈີນສອງ​ຄົນ​ມາ​ປະຈຳ​ຢູ່​ຮ້ານ,​ເພື່ອະທິບາຍ​ໃຫ້​ກັບ​ນັກທຸລະກິດ​ຈີນ​ແລະ​ປະຊາ​ຊົນ​ຈີນ​ທີ່​ເຂົ້າມາ​ຮ້ານ​ວາງສະ​ແດງ.ຈາກ​ການ​ເຂົ້າຮ່ວມ​ງານ​ຄັ້ງຜ່ານ​ມາ,​ໄດ້​ເຮັດ​ໃຫ້​ຊາວ​ຈີນ​ໄດ້​ຮູ້ຈັກ​ປະ​ເທດ​ລາວ​ຫລາຍ​ຂຶ້ນ, ທາງ​ໂທລະພາບ​ຂອງ​ຈີນກໍ່​ໄດ້​ເຜີຍ​ແຜ່​ຮູບ​ພາບ​​ການ​ເຄື່ອນ​ໄຫວຂອງ​ຄະນະ​ຜູ່​ແທນ​ລາວ,​ແລະ​ຮ້ານ​ວາງສະ​ແດງ​ຂອງ​ລາວ​ຕະຫລອດ​ໄລຍະ​ຈັດ​ງານ,ສິນຄ້າ​ຂອງ​ລາວ​ກໍ່​ເປັນ​ທີ່​ຮູ້ຈັກ​ຂອງ​ຊາວ​ຈີນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ,ໂດຍ​ສະ​ເພາະ​ແມ່ນ​ຜະ ລິດ​ຕະພັນ​ເຟີ​ນີ​ເຈີ​ແລະ​ຜະລິດ​ຕະພັນ​ນ້ອຍ,​ເຮັດ​ໃຫ້​ເຂົາ​ເຈົ້າສົນ​ໃຈ​ຫລາຍ.