ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-09 19:11:42    
ກອງ​ປະ​ຊຸມ​ສຳ​ມະ​ນາ​ເຕັກ​ນິກ​ຫຸ່ນ​ຍົນ​ຈີນ ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ​ຄັ້ງ​ປະ​ຖົມ​ມະ​ເລີກ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: cai
ຕາມ​ຂ່າວ​CRI:ວັນ​ທີ 9 ຕຸລາ,"ກອງ​ປະຊຸມ​ສຳ​ມະ​ນາ​ເຕັກນິກຫຸ່ນ​ຍົນຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ"ຄັ້ງ​ປະຖົມ​ມະ​ເລີກ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.​​ເຈົ້າ​ໜ້າ​ທີ່​ລັດຖະບານ ຜູ້​ຊ່ຽວຊານ​ແລະ​ຜູ້​ແທນ​ວິ​ສາ​ຫະກິດ​ປະມານ 70 ກວ່າ​ທ່ານທີ່​ມາ​ຈາກ 3 ປະ​ເທດ​ດັ່ງກ່າວ​ໄດ້​ວາງ​ຂໍ້​ລິ​ເລີ່​ມ​ໃຫ້​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມມືລະຫວ່າງ​ສາມ​ຝ່າຍ​ຕື່ມ​ອີກໃນ​ດ້ານ​ເຕັກນິກ​ຫຸ່ນ​ຍົນແລະການ​ຫັນ​ເປັນ​ອຸດ​ສາຫະກຳ​.

ໃນ​ກອງ​ປະຊຸມ​ເທື່ອ​ນີ້,ຜູ້ຕາງໜ້າ​ຂອງ​ລັດຖະບານ​ 3 ປະ​ເທດ​ໄດ້​ແນະນຳ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ເຕັກ​ນິກ​ຫຸ່ນ​ຍົນຂອງ​ປະ​ເທດ​ຕົນ,ຜູ້​ຊ່ຽວຊານ​ແລະ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ໄດ້​ແນະນຳ​ວຽກ​ງານ​ຄົ້ນຄວ້າ​ທີ່​ຕົນ​ໄດ້​ເຮັດ​ແລະ​ໄດ້​ຫາລື​ກັນກ່ຽວ​ກັບ​ເຕັກນິກ​ແນວ​ໜ້າ​ຂອງ​ຫຸ່ນ​ຍົນໃນ​ສະ​ເພາະ​ໜ້າ​ນີ້.ຜູ້​ແທນ​ທີ່​ຮ່ວມ​ປະຊຸມ​​ໄດ້​ເປັນ​ເອກະສັນ​ກັນ​ກ່າວ​ວ່າ,ສາມ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​​ແລກປ່ຽນ​ດ້ານ​ເຕັກນິກ​ຫຸ່ນ​ຍົນ ແຜນ​ອຸດສາ​ຫະກຳ​ແລະ​ໝາກຜົນ​ຄົ້ນຄວ້າ,ຈັດ​ຕັ້ງ​ການຮ່ວມ​ມື​ຄົ້ນຄວ້າ​ດ້ວຍ​ຫຼາຍ​ຮູບ​ແບບ,ຮ່ວມກັນ​ຊຸກຍູ້​ໃຫ້​ເຕັກນິກຫຸ່ນ​ຍົນພັດທະນາ​ຕື່ມ​ອີກ.