ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-09 20:02:44    
ອົງການ​ສະພາກາ​ແດງ​ຂອງ​ຊົນນະບົດ​ຈີນ

cri

​ຍ້ອນ​ເປັນ​ອົງການ​ທີ່​ມີບົດບາດກອບ​ກູ້​ຊ່ອຍ​ເຫຼືອທາງ​ສັງຄົມ,​ສະພາ​ກາ​ແດງ​ໄດ້​ຈັດການ​ເຄື່ອນ​ໄຫວຊ່ອຍ​ເຫຼືອຊາວ​ອົບ​ພະຍົບ​ແລະ​ບໍລິຈາກ​ເງິນ​ໃຫ້​ຜູ້​ປະສົບ​ໄພ​ໂດຍ​ຕະຫຼອດ,​ແລະຕັ້ງໜ້າ​ເຂົ້າຮ່ວມ​ການ​ຊ່ອຍ​ເຫຼືອ​ແບບ​ມະນຸດສະທຳ.ສະພາກາ​ແດງ​ຈີນ​ສ້າງຕັ້ງຂຶ້ນ​ໃນ ປີ1904,ປະ​ຈຸ​ບັນ​ນີ້,ມີ​31ສາຂາ​ລະດັບ​ແຂວງ​ແລະ​2ສາຂາ​ເຂດ​ບໍລິຫານ​ພິ​ເສດ ຄື ​ຮົງ​ກົງ​ແລະ​ມາ​ກາວ.ນອກ​ນີ້,ສະພາກາ​ແດງ​ຈີນ​ຍັງ​ມີ​ສາຂາ​ຍ່ອຍຂັ້ນຮາກ​ຖານອີກ7ໝື່ນ​ກວ່າ​ອົງ ການ.

ຢູ່​ເມືອງ​ນ້ອຍ​ຈິນຊ້າງ ​ນະຄອນຊືຊື່​ແຂວງ​ຟູ​ຈ້ຽນທີ່​ຕັ້ງຢູ່​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ,ມີ​ສາຂາ​ສະພາກ​າ​ແດງ​ຂັ້ນຮາກ​ຖານ​​ແຫ່ງ​ໜຶ່ງ,ຈັດຕັ້ງ​ຂຶ້ນໂດຍ​ປະຊາຊົນ​ທີ່​ມີ​ຄວາມ​ຈູບ​ຈ້າວ​ຕໍ່​ການກຸສົນ,ອົງການ​ນີ້​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ຄວາມ​ໂຄລົບ​ນັບ ຖື​ຈາກ​ປະຊາຊົນ​ຍ້ອນ​ໄດ້​ຈັດການ​ເຄື່ອນ​ໄຫວບໍລິຈາກ​​ເພື່ອ​ການ​ກຸສົນທີ່​ເປັນ​​ເງິນ​ແລະ​ວັດ ຖຸ.

​ເມືອງ​​ຈິນຊ້າງ​ຂອງນະຄອນ​ຊືຊື່​ແມ່ນ​ເມືອງ​ນ້ອຍ​ແຄມ​ທະ​ເລ​ແຫ່ງ​ໜຶ່ງ,ມີ​ປະຊາກອນ​ບໍ່ ຮອດ1​ໝື່ນ​ຄົນ,​ແຕ່​ເຂົາ​ເຈົ້າຍັງ​ມີ​ຍາດ​ພີ່ນ້ອງ​ທີ່​ໄປດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ​ເຖິງ1​ໝື່ນ​ກວ່າ​ຄົນ,ລາຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ປະຊາຊົນ​ໃນ​ເມືອງ​ນີ້​ປີ​ໜຶ່ງ​ມີ8​ພັນ​ຢວນ.​ແຕ່​ຢູ່​ບ່ອນ​ທີ່​ເສດຖະກິດ​ອ່າວ​ພັດທະນາ​ແລະຊີວິດ​ການ​ເປັນ​ຢູ່​ອ່າວ​ຮັ່ງມີບ່ອນ​ນີ້,ຍັງ​ມີຄົນ​ຈຳ ນວນ​ໜຶ່ງ​ຕົກ​ຢູ່​​ໃນ​ສະພາບ​ຫຍຸ້ງຍາກ​ຍ້ອນ​ເກີດ​ພະຍາດຫຼືປະສົບ​ໄພ,ຕ້ອງການຄວາມຊ່ອຍ​ເຫຼືອ​ແລະ​ຄວາມ​ເອົາ​ໃຈ​ໃສ່ຈາກສັງຄົມ.

​ໃນ​ມື້ໜຶ່ງ​ຂອງ​ປີ1999,ທ່ານ​ອູ​ສີ​ຊ່າງ ​ເຈົ້າຂອງຮ້ານ​ພິມ​ເອກະສານ​ແຫ່ງ​ໜຶ່ງ​ໄດ້​ພົບ​ພໍ້​ເລື່ອງ​ໜຶ່ງ ຄື ມີ​​ຊາວບ້ານ​ທີ່​ທຸກ​ຍາກ​ຜູ້​ໜຶ່ງ​ຂໍ​ໃຫ້​ທ່ານ​ຊ່ອຍຂຽນ​ຈົດໝາຍ​ໄປ​ຍັງ​ພີ່ນ້ອງ​ທີ່​ດຳລົງ​ຊີ ວິດ​ຢູ່​ຟິລິບ​ປິນ,ຂໍ​ໃຫ້​ພີ່ນ້ອງ​ຝາກ​ເງິນ​ມາ​ຊ່ອຍ​ປິ່ນປົວ​ພະຍາດ​ໃຫ້​ແມ່ຂອງ​ລາວ.ທ່ານ​ອູ​ສີ​ຊ່າງ​ສອບຖາມນຳ​ຊາວບ້ານ​ຜູ້​ອື່ນ​ແລ້ວຈຶ່ງ​​ຮູ້​ວ່າ,​ຊາວບ້າ​ນຜູ້​ນີ້​ທຸກ​ຍາກ​ທີ່​ສຸດຈົນ​ບໍ່​ມີ​ເງິນ​​ຊື້​ຕະກຽງ​ມາ​ໄຕ້.​ເລື່ອງ​ນີ້​ເຮັດ​ໃຫ້​ທ່ານ​ອູ​ສີ​ຊ່າງ​​ເກີດຄວາມ​ຄິດ​ທີ່​ປະດິດ​ສ້າງ​ກອງ​ທຶນ​ຄວາມ​ຮັກ.ທ່ານ​ເວົ້າວ່າ:"ຂ້ອຍ​ໄດ້​ພົບ​ພໍ້​ຜູ້​ເຖົ້າຫຼາຍຄົນ,ພວກ​ເພິ່ນ​ຂໍ​ໃຫ້​ຂ້ອຍ​ຊ່ອຍ​ຂຽນ​ຈົດໝາຍ​ໄປ​ຟິລິບ​ປິນ ​​ໄປ​ຮົງ​ກົງ,ຂໍ​ໃຫ້​ພີ່ນ້ອງ​ຂອງ​ພວກ​ເພິ່ນ​ຝາກ​ເງິນ​ມາ​ໜ້ອຍ​ໜຶ່ງ​ຊ່ອຍ​ພວກ​ເພີ່ນ ຜ່ານ​ຜ່າ​ຄວາມ​ຫຍຸ້ງ ຍາກ​ດ້ານ​ເສດຖະກິດ.ມີ​ບາງ​ຄົນ​ແມ່ນ​ຍ້ອນ​​ເກີດ​ພະຍາດ ຍັງ​ມີ​ບາງ​ຄົນ​ແມ່ນ​ຍ້ອນ​ປະສົບ​ໄພ​ທຳມະ​ຊາດ.​ໃນຕອນນັ້ນ,ຂ້ອຍ​ຈຶ່ງ​ຮູ້ວ່າ,ຢູ່​ເຂດ​ທີ່​ເສດຖະກິດ​ພັດ ທະນາ,ຍັງ​ມີ​ປະຊາຊົນ​ຈຳນວນໜຶ່ງ​ທີ່ຍັງ​ທຸກ​ຍາກ​ຫຼາຍ​ແລະ​ຕ້ອງການ​ຄວາມຊ່ອຍ​ເຫຼືອ ຈາກ​ຜູ້​ອື່ນ."

ຄວາມ​ຄິດ​ຂອງ​ທ່ານ​ອູ​ສີ​ຊ່າງ​ພໍດີ​ຄື​ກັນ​ກັບ​ຄວາມ​ຄິດ​ຂອງ​ທ່ານ​ຊິ່ວອີຊ້າງ ນັກ​ລົບ​ທີ່​ໄດ້​ອອກ​ບຳນານ​ແລ້ວ​ຂອງ​ເມືອງ​ຈິນຊ້າງ.​ເມື່ອ​ໄດ້​ທຳ​ຄວາມ​ພະຍາຍາມ​ແລະ​ກະກຽມ​​ໄລຍະໜຶ່ງ​ແລ້ວ,​ໃນວັນ​ທີ17​ມັງກອນ​ປີ2001,ສະພາກາ​ແດງ​ເມືອງ​ຈິນຊ້າງ​ໄດ້​ສ້າງຕັ້ງຂຶ້ນຢ່າງ​ເປັນ​ທາງ​ການ.​ໃນ​ເວລາ​ບໍ່​ດົນພາຍຫຼັງສະພາກາ​ແດງສ້າງຕັ້ງຂຶ້ນ​ແລ້ວ,ພວກ​ເພິ່ນ​ກໍ​ໄດ້ດຳ​ເນີນ​ວຽກ​ງານ​ບໍລິຈາກ​ເພື່ອ​ການ​ກຸສົນ​ທີ່​ມວນ​ຊົນ​ໃນ​ເມືອງ​ຮັບ​ຮູ້​ດີ.

ຢູ່​ເມືອງ​ຈິນຊ້າງ​ມີ​ເດັກ​ຊາຍ​ຜູ້​ໜຶ່ງ,ຄື ທ້າວຊິ່ວຢູ້ຢູ້.​ໃນ​ຍາມລາວ7​ປີ,​ໃນ​​ເວລາ​ກວດສຸຂະ ພາບ​​,ນາຍ​ໝໍກວດພົບ​ວ່າ ໝາກ​ຫົວ​ໃຈຂອງ​ເດັກ​ຜູ້​ນີ້​ຍ້າຍ​ໄປ​ຂ້າງ​ຂວາ​ແລະ​ມີຫຼາຍ​ພະຍາດ​ເກີດ​ພ້ອມກັນ.ຍ້ອນ​ຄອບຄົວ​ທຸກ​ຍາກ,ພະຍາດ​ຂອງ​ເດັກ​ຜູ້​ນີ້​ບໍ່​ໄດ້​ຮັບ​ການ​ປິ່ນປົວ.

ພາຍຫຼັງຮັບ​ຮູ້​ເລື່ອງ​ນີ້​ແລ້ວ,ທ່ານ​ຊິ່ວອີຊ້າງ​ແລະ​ທ່ານ​ອູ​ສີ​ຊ່າງ​​ພ້ອມດ້ວຍ​ທ່ານ​ອື່ນໆໄດ້​ຖື​ອາຫານບຳລຸງສຸຂະພາບຖົງ​ໜຶ່ງ​ໄປ​ເຮືອນ​ຂອງ​ທ້າວ​ນ້ອຍຊິ່ວຢູ້ຢູ້ທີ່​ພວມນອນ​ຢູ່​ເທິງ​ຕຽງ​ຫາຍ​ໃຈ​ແບບ​ອິດອ່ອນ ​ໃກ້​ຈະ​ເສຍ​ຊີວິດ​ແລ້ວ,ພໍ່​ແມ່ຂອງ​ລາວ​ເຝົ້າຢູ່​ທາງຂ້າງ​ ນ້ຳຕາ​​ໄຫຼບໍ່​ເຊົາ.

​ເມື່ອ​ອອກ​ຈາກ​ເຮືອນ​ຂອງທ້າວ​ນ້ອຍຊິ່ວຢູ້ຢູ້​ແລ້ວ,ທຸກ​ຄົນ​ເວົ້າ​​ວ່າ,ຕ້ອງ​ຊອກ​ຫາ​ວິທີຊ່ອຍ​ຊີ ວິດເດັກຜູ້​ນີ້.ຕອນ​ຄ່ຳ​ມື້ນັ້ນ,ສະພາກາ​ແດງ​ຂອງ​ເມືອງ​ຈິນຊ້າງ​ໃຫ້​ໄຂ​ກອງ​ປະຊຸມ​ດ່ວນ,ກຳ ມະການບໍລິຫານ​ງານ​30ກວ່າ​ທ່ານຂອງ​ສະພາກາ​ແດງ​ນີ້ຮີບ​ມາ​ເຂົ້າຮ່ວມ​ກອງ​ປະຊຸມ​ຈາກ​ບ້ານ​ຕ່າງໆ,​ເມື່ອ​ຮັບຮູ້​ອາການພະຍາດ​ຂອງ​ທ້າວ​ນ້ອຍຊິ່ວຢູ້ຢູ້​ແລ້ວ,ກຳມະການ30​ກວ່າ​ທ່ານ​ນີ້​ພາກັນ​ນຳ​ໜ້າ​ບໍລິຈາກ​ເງິນ,​ແລ້ວ​​ໄປຂໍ​ບໍລິຈາກ​ເງິນ​ຈາກ​ສະມາຊິກ​ສະພາກາ​ແດງ,​ແລະ​ຖື​ຫີບ​ບໍລິຈາກ​ເງິນໄປ​ເລາະ​ຂໍ​ເງິນ​ບໍລິຈາກ​ຢູ່​ບ້ານ​ຕ່າງໆ.​ໃນ​ທີ່​ສຸດ,ພວກ​ເພິ່ນ​ໄດ້​ເງິນ​ບໍລິຈາກ1​​ແສນ3​ໝື່ນ​ຢວນ.

​ເມື່ອ​ມີ​ເງິນ​ແລ້ວ,ທ້າວ​ນ້ອຍຊິ່ວຢູ້ຢູ້ກໍ​ໄປ​ປິ່ນປົວ​ພະຍາດ​ຢູ່​ໂຮງໝໍ​​ໃຫຍ່​ເຂດທະ​ຫານ​ຟູ​ໂຈ່​ວ​.​ເມື່ອ​ປົວພະຍາດ​ສີ່​ເດືອນ​ແລ້ວ,ສຸຂະພາບ​ລາວ​ຄືນ​ສູ່​ປົກກະຕິ​ແລະກັບຄືນ​ໂຮງຮຽນ,ກັບ​ຄືນ​ສູ່ອ້ອມກອດຂອງ​ຄູ​ສອນ​ແລະ​ເພື່ອນ​ຮ່ວມ​ຫ້ອງ​ຮຽນ.

​ເດັກ​ຍິງ​ຊິ່ວຢຸນອິ່ງຂອງ​ເມືອງ​ຈິນຊ້າງ​ອາຍຸ6​ປີ,​ໃນ​ຮ່າງກາຍ​ຂອງ​ນາງ​ເກີດ​ມີ​ຊີ້​ນປົ່ງ​ທີ່​ໃຫຍ່​ສ່ຳ​ໄຂ່​ໄກ່​10ກວ່າ​ໜ່ວຍ,ຄວາມ​ເຈັບ​ປ່ວຍ​ພາ​ໃຫ້​ນາງ​ນອນ​ບໍ່​ໄດ້​ຕະຫຼອດມື້​ຕະຫຼອດ​ຄືນ. ທ່ານ​ຊິ່ວອີຊ້າງພ້ອມ​ກັບ​ທ່ານ​ອື່ນ​​ໄປຂໍເງິນ​ບໍລິຈາກ​ຢູ່​ແຫ່ງ​ຕ່າງໆ,​ເພື່ອ​ໃຫ້​ນາງ​ນ້ອຍ​ຊິ່ວ ຢຸນອິ່ງມີ​ເງິນ​ໄປຜ່າຕັດ.

ທ່ານ​ຊິ່ວອີຊ້າງ​ເວົ້າວ່າ:"ນາງ​ນ້ອຍ​ຊິ່ວຢຸນອິ່ງບໍ່​ມີ​ເງິນ​ໄປຜ່າ​ຕັດ,​ນາຍບ້ານ​ມາ​ຫາ​ຂ້ອຍ,ຂໍ​ໃຫ້ສະ​ພາ​ກາ​ແດງ​ຊ່ອຍ​ຂໍ​ບໍລິຈາກ​ເງິນຈາກ​ມວນ​ຊົນ.ທຳ​ອິດ,ຂ້ອຍ​ໄດ້​ຮຽກ​ໄຂ​ກອງ​ປະຊຸມ ຄະນະ​ບໍລິຫານ​ງານ,​ເມື່ອ​ຮູ້​ເລື່ອງ​ນີ້​ແລ້ວ,ກຳ​ມະການ​ບໍລິຫານ​ງານບາງ​ຄົນບໍລິຈາກ​300 ຢວນ ບາງ​ຄົນ​ບໍລິຈາກ400,500​ຢວນ,​​ສະ​ສົມ​ໄດ້3​ພັ​ນກວ່າ​ຢວນ.ຂ້ອຍ​ຄິດ​ວ່າ,ການຜ່າ ຕັດ​ຕ້ອງການ​ເງິນ​ຫຼາຍ,ມີ​ແຕ່3ພັນ​ກວ່າ​ຢວນບໍ່ພໍ​ແນ່ນອນ,ສະນັ້ນ,ພວກ​ເຮົາ​ກໍ​ໄປ​ເລ​າະຂໍ​ບໍລິຈາກ​ເງິນ​ຢູ່​ຕາມ​ຖະໜົນຫົນທາງ,​ລະດົມ​ສັງຄົມ.ຄົນ​ທັງຫຼາຍຮູ້​ເລື່ອງ​ນີ້​ແລ້ວ,ບາງ​ຄົນ​ບໍ ລິຈາກ200​ຢວນ,ບາງ​ຄົນ​ບໍລິຈາກ100​ຢວນ,​ໃນ​ທີ່​ສຸດ​,ລວມ​ຮັບ​ເງິນ​ໄດ້1​ແສນ1​ໝື່ນ500​ຢວນ."

ນາງ​ນ້ອຍ​ຊິ່ວຢຸນອິ່ງຖືກ​ສົ່ງ​ເຂົ້າ​ໂຮງໝໍ,​ໄດ້​ຕັດ​ຊີ້​ນປົ່ງທີ່​ເຮັດ​ໃຫ້​ນາງ​ທົນ​ທຸກທໍລະມານ​ມາ​ໄດ້3-4ປີນັ້ນອອກ.​ແມ່​ຂອງ​ນາງ​ນ້ອຍ​ຊິ່ວຢຸນອິ່ງ​ເວົ້າວ່າ,ພາຍຫຼັງຮັບ​ການຜ່າຕັດ​ແລ້ວ,ລູກ​ນອນ​ຫຼັບ​ໄດ້,​ໄປ​ເຂົ້າ​ຮຽນກໍ​ໄດ້.ນາງ​ຂອບ​ອົກ​ຂອບ​ໃຈຢ່າງ​ສຸດຊຶ້ງຕໍ່ຄວາມ​ເອົາ​ໃຈ​ໃສ່​ແລະ​ການ​ຊ່ອຍ​ເຫຼືອຂອງ​ສະພາກາ​ແດງ​ເມືອງ.

​ແຕ່​ປີ2001​ເປັນຕົ້ນມາ,ສະພາກາ​ແດງ​ເມືອງ​ຈິນຊ້າງ​ຂໍ​ບໍລິຈາກເງິນ​ກອບ​ກູ້​ຊ່ອຍ​ເຫຼືອ​ໄດ້4​ແສນ​ກວ່າ​ຢວນ,ກູ້​ໄພ​ແລະ​ຊ່ອຍ​ເຫຼືອຜູ້​ທຸກ​ຍາກ30​ກວ່າ​ເທື່ອ,ລວມມີ3​ພັນ​ກວ່າ​ຄົນ​ໄດ້​ຮັບ ການ​ຊ່ອຍ​ເຫຼືອ.
​ຄຽງ​ຄູ່​ກັບ​ການ​ພັດທະນາວຽກ​ງານ​ຂອງ​ຕົນ,ສະມາຊິກ​ຂອງ​ສະພາ​ກາ​ແດງ​ເມືອງ​ຈິນຊ້າງ​ໄດ້​​ເພີ່ມຈາກ37​ຄົນ​ໃນ​ຫົວທີຂຶ້ນ​ເປັນ212​ຄົນ​ໃນ​ປະຈຸ​ບັນ.ບໍ່ພ​ຽງ​ແຕ່​ໃນ10​ບ້ານ​ຂອງ​ເມືອງ​ຈິນຊ້າງ​​ເປັນ​ສະມາຊິກ,ຍັງ​ຂະຫຍາຍ​ໄປ​ຮອດ​ບ້ານ​ແລະ​ເມືອງ​ທີ່ຢູ່​​ໃກ້ຄຽງ.​ໃນ​ສະມາຊິກ​ເຫຼົ່ານີ້​ມີ​ຊາວ​ກະສິກອນ,​ເຈົ້າຂອງ​ວິ​ສາ​ຫະກິດ​ເອກະ​ຊົນ,ກຳມະກອນ,ມີ​ຄົນ​ຮັ່ງມີ,ຄົນ​ລະດັບ​ກາງ.​ແຕ່ວ່າ​ລ້ວນ​ແຕ່​​​ຢາກອຸ​ທິດ​ຄວາມ​ຮັກ.ທ່ານ​ໄຊ້​ເຊິ້ງລີ້ ນັກທຸລະ​ກິດ​ເອກະ​ຊົນ ສະມາ ຊິກສະພາ​ກາ​ແດງ​ເມືອງ​ຈິນຊ້າງ​ກ່າວ​ວ່າ:"ຄວາມ​ສາມາດ​ຂອງ​ສ່ວນ​ບຸກຄົນບໍ່ພ​ຽງພໍ,ຕ້ອງ​ໂຮມ​ສູນ​ກຳລັງ​ຂອງ​ຄົນ​ທັງຫຼາຍ,ຈຶ່ງສາມາດ​ເຮັດ​ວຽກ​ເພື່ອ​ສັງຄົມ.ມີ​ແຕ່​ອາ​ໄສ​ກຳລັງ​ຂອງ​ສະພາກາ​ແດງ​ເທົ່າ​ນັ້ນ​ຈຶ່ງ​ມີ​ວິທີ​ຊ່ອຍ​ເຫຼືອຜູ້​ຕ້ອງການ​ຄວາມຊ່ອຍ​ເຫຼືອ."
ປະຈຸ​ບັນນ​ນີ້,ສະພາກາ​ແດງ​ທີ່​ສ້າງຕັ້ງຂຶ້ນ​ໂດຍປະຊາຊົນ​ເອງໄດ້​ມີ​ຄະນະ​ບໍລິຫານ​ງານ​ຂອງ​ຕົນ,ຍັງ​ມີ​ລະບົບ​ຄຸ້ມ​ຄອງການ​ເງິນ​ແລະ​ການປະຊຸມ​ທີ່​ເຂັ້ມງວດ,ຈັດ​ກອງ​ປະຊຸມ​ສະ ມາ​ຊິກ​ຕາມ​ເວລາ​ກຳນົດ,​ແລະ​ດຳ​ເນີນ​ການ​ຕາມ​ກົດ​ລະບຽບ​ຂອງ​ສະພາກາ​ແດງ.ສະມາ ຊິກ​ທັງຫຼາຍຂອງ​ສະພາກາ​ແດງ​ເມືອງ​ຈິນຊ້າງ​ໄດ້​ອຸທິດ​ກຳລັງ​ຂອງ​ຕົນ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ເພື່ອ​ອຸທິດ​ໃຫ້​ແກ່ວຽກ​ງານ​ນີ້​ດ້ວຍ​ໃຈ​ຮັກ.