ເຈົ້າໜ້າທີ່ກົມສະຖິຕິແຫ່ງຊາດຈີນກ່າວວ່າ ຈີນຍັງບໍ່ແມ່ນປະເທດທີ່ເຂັ້ມແຂງດ້ານເສດຖະກິດ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 9 ຕຸລາ,ທ່ານຊູອີຝ່ານ ຮອງຫົວໜ້າກົມສະຖິຕິແຫ່ງຊາດຈີນເວົ້າວ່າ,GDP ຂອງຈີນໄດ້ເປັນທີ 4 ໃນໂລກ,ແຕ່ຍັງບໍ່ແມ່ນປະເທດທີ່ເຂັ້ມແຂງດ້ານເສດຖະກິດ.
ໃນກອງປະຊຸມກຳລັງການຜະລິດໂລກຄັ້ງທີ 14 ທີ່ຈັດຂຶ້ນຢູ່ນະຄອນເສີນຢາງ ພາກຕາເວັນອອກສຽງເໜືອຂອງຈີນ,ທ່ານຊູອີຝ່ານເວົ້າວ່າ,ຕັ້ງແຕ່ຈີນດຳເນີນການປະຕິຮູບແລະໄຂປະຕູສູ່ພາຍນອກມານີ້,ໄດ້ຮັກສາຈັງຫວະການເຕີບໂຕທາງເສດຖະກິດ 9,6% ສະເລ່ຍຕໍ່ປີ,ຍອດມູນຄ່າເສດຖະກິດໄດ້ເພີ່ມຂຶ້ນ 11 ເທົ່າ.ແຕ່ GDP ທີ່ສະເລ່ຍຕາມຫົວຄົນຍັງຕ່ຳຢູ່,ປີ 2005,GDP ທີ່ສະເລ່ຍຕາມຫົວຄົນຂອງຈີນມີແຕ່ 1703 ໂດລາເທົ່ານັ້ນ,ພຽງເທົ່າກັບ 1 ສ່ວນ 25 ຂອງອາເມລິກາ,ເປັນທີ 110 ໃນທົ່ວໂລກ.
ທ່ານຊູອີຝ່ານເວົ້າວ່າ,ເພື່ອແກ້ໄຂບັນຫາພົ້ນເດັ່ນໃນເສດຖະກິດຂອງຈີນຄືປະສິດທິພາບບໍ່ສູງປານໃດ ອັດຕາສ່ວນດ້ານເຕັກນິກຂອງຜະລິດຕະພັນຕ່ຳແລະອື່ນໆ,ຈີນຕ້ອງເຈາະຈົງຊຸກຍູ້ການຫັນປ່ຽນຮູບການເຕີບໂຕທາງເສດຖະກິດ,ພະຍາຍາມສ້າງສະພາບແວດລ້ອມອັນດີງາມໃຫ້ແກ່ການປະດິດສ້າງຢ່າງເປັນເຈົ້າຕົນເອງ.
|
|