ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-10 20:18:57    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ເຫັນ​ວ່າ​ຈີນ​ແມ່ນ​ໝູ່​ເພື່ອນ​ຂອງ​ປະ​ເທດ​ອາ​ຊຽນ

cri
ຕາມ​ຂ່າວ​CRI,​ວັນ​ທີ​9​ຕຸ​ລາ,​ທ່ານ​ບາ​ດາ​ວີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ກ່າວ​ວ່າ,​ຈີນ​ແມ່ນ​ໝູ່​ເພື່ອນ​ຂອງ​ອາ​ຊຽນ,​ຫາກ​ບໍ່​ແມ່ນ​ການ​ຂົ່ມ​ຂູ່.

ມື້​ດຽວກັນ,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ການ​ສຳພາດ​ຮ່ວມ​ຂອງ​ສື່​ມວນ​ຊົນ​ຈີນ​ເຊັ່ນ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ,ຂ່າວສານ​ຊິນ​ຮວາ​ແລະ​ອື່ນໆ​,ທ່ານ​ບາ​ດາ​ວີ​ກ່າວ​ວ່າ,​ໃນ​15​ປີ​ຜ່ານ​ມາ,​ການ​ພົວ​ພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ໄວ​ວາ,​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ອັນ​ອຸ​ດົມ​ສົມ​ບູນ,​ປັດ​ຈຸ​ບັນ,​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ມີ​ມາ​ແຕ່​ດົນ​ແລ້ວ​ນັ້ນ​ຍິ່ງ​ຄຶກ​ຄັກ​ກວ່າ​ເກົ່າ,​ຂົງ​ເຂດ​ຮ່ວມ​ມື​ກໍ​ກວ້າງ​ຂວາງ​ກວ່າ​ເກົ່າ.

ທ່ານ​ເຊື່ອ​ວ່າ​ຈີນ​ຈະ​ມີ​ບົດບາດ​ໃນ​ສາກົນນັບ​ມື້​ນັບ​ສຳ​ຄັນ,​ການ​ພັດ​ທະ​ນາ​ຂອງ​ຈີນ​ມີ​ຜົນ​ດີ​ຕໍ່​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້,ມາ​ເລ​ເຊຍ​ຍິນ​ດີ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ປຶກ​ສາ​ຫາ​ລື​ກັນ​ກັບ​ຈີນ.