ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-10 20:51:56    
ງານ​ວາງສະ​ແດງ​​ສິນລະປະວັດທະນະທຳຂອງ​ອີ​ຕາ​ລີ​ໄດ້​ສ້າງ​​ເສັ້ນທາງ​ສາຍໄຫມ​ດ້ານ​ວັດທະນະທຳ​ອັນ​ໃຫມ່

cri

​ໃນ​ຖານະທີ່​ເປັນ​ກິດຈະກຳ​ສຳຄັນ​ໃນ​ປີ​ຈີນ​ອີ​ຕາ​ລີ 2006, ງານ​ວາງສະ​ແດງ​ສິນລະປະ​ວັດທະນະທຳອີ​ຕາ​ລີ​ໄດ້​ເປີດ​ສາກ​ຢູ່​ຫໍ​ວິຈິດ​ຕະກຳ​ຈີນ​ໃນ​ວັນ​ທີ 9 ກັນຍາ, ​ແລະ​ຈະ​ດຳ​ເນີນ​ໄປ​ເປັນເວລາ​ຫນຶ່ງ​ເດືອນ, ງານ​ວາງສະ​ແດງ​ ​ທີ່​ໂຮມ​ສູນ​ການວາງສະ​ແດງ​ຮູບ​ແຕ້ມ,ການ​ອອກ​ແບບ,​ເສື້ອ​ຜ້າ​ອາພອນ​ແລະ​ສະ​ແດງ​ລາຍການ​ສິນລະປະ,ຈະ​ສະ​ແດງ​ໃຫ້​ຜູ່​ຊົມ​ຈີນ​ໄດ້​ເຫັນ​ສິ່ງ​ຍອດ​ຍິ່ງ ຂອງ​ສິນລະປະວັດທະນະທຳ​ອີ​ຕາ​ລີ,​ແລະ​ເຮັດ​ໃຫ້​ຄວາມ​ເຂົ້າ​ໃຈ​ຕໍ່​ອີ​ຕາ​ລີ​ຂອງ​ຜູ່​ຊົມ​ຈີນ​ອຸດົມສົມບູນ​ຂຶ້ນຮອບດ້ານ.

;ທີ່​ທ່ານ​ຟັງ​ຢູ່​ນີ້​ແມ່ນ​ດົນຕີ​ໃນ​ງານ​ວາງສະ​ແດງ​ອາພອນ​ຍີ່​ຫໍ້​ວາ​ເລັນ​ທີ​ໂນ ​ທີ່​ເປັນ​ຍີ່​ຫໍ້ອີ​ຕາ​ລີ​ທີ່​ມີ​ຊື່​ສຽງ​ໃນ​ໂລກ.ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ງຶດງໍ້ນັ້ນ​ແມ່ນ​ເວທີ​ສະ​ແດງ​ອາພອນ​ແມ່ນ​ສ້າງ​ຂຶ້ນ​ຢູ່​ໃນ​ຫໍ​ວິຈິດ​ຕະກຳ​ຈີນ​ທີ່​ວາງສະ​ແດງ​ສິນລະປະ​ວິຈິດ​ຕະກຳ.​ເວທີ​ສະ​ແດງສີຂາວ​ທີ່​ປະຈັກ​ຕາ​ຄົນ​ປະສານ​ກັບ​ຫໍ​ວິຈິດ​ຕະກຳ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ສິ່ງ​ກໍ່ສ້າງ​ດັ້ງ​ເດີມ​ຂອງ​ຈີນ​ທີ່​ລຽບງ່າຍ,​ເຮັດ​ໃຫ້​ຄົນ​ມີ​ຄວາມ​ຮູ້ສຶກ​​ແປກ​ຫູ​ແປກ​ຕາ.ນາງ​ແບບ​ຈີນ​ແລະ​ຕ່າງປະ​ເທດ​ຫລາຍ​ສິບ​ຄົນ​ໄດ້​ນຸ່ງ​ອາພອນ​ຍີ່​ຫໍ້​ວາ​ເລັນ​ທີ​ໂນ​ເພື່ອ​ສະ​ແດງ​ໃຫ້​ຜູ່​ຊົມ,​ເມື່ອ​ຊຸດ​ລາຕີ​ສີ​ແດງ​ຂອງ​ວາ​ເລັນ​ທິ​ໂນ​ໄດ້​ປະກົດ​ຕໍ່​ສາຍຕາຜູ່​ຊົມ, ກໍ່​ໄດ້ຣັບສຽງຕົບມື​ຢ່າງ​ຟົພດສະຫນັ່ນ.ທ່ານ​ຈີ​ໂອ​ວີ​ນຸຍ.ດີ.ຊາຣ​ໂວ ປະທານ​ເຂດ​ອາຊີ​ປາ​ຊິກ​ຟິກຂອງ​ບໍລິສັດ​ວາ​ເລັນ​ທິ​ໂນ​ແນະນຳ​ວ່າ, ສີ​ແດງ​ແມ່ນ​ສີ​ທີ່​ເປັນ​ສັນຍາ​ລັກ​ຂອງ​ວາ​ເລັນ​ທິ​ໂນ,ຊຸດ​ລາຕີ​ສີ​ແດງ 25 ຊຸດ​ທີ່​ນຳ​ມາສະ​ແດງ​ໃນ​ມື້ນັ້ນ​​ເປັນ​ການ​ອອກ​ແບບ​ທີ່ດີກ​ວ່າ​ຫມູ່​ຂອງ​ວາ​ເລັນ​ທິ​ໂນ​ໃນ​ເກືອບ 30 ປີ​ມາ​ນີ້.ທ່ານ​ເວົ້າວ່າ:

ສີ​ແດງ​ແມ່ນ​ສີ​ສຳຄັນ​ໃນ​ຊຸດ​ເພດ​ຍິງ​ຂອງ​ວາ​ເລັນ​ທິ​ໂນ,ກໍ່​ພໍດີ​ຖືກ​ກັບ​ສີ​ຂອງ​ຈີນ​ໃນ​ສາກົນ,ຂ້າພະ​ເຈົ້າຄິດ​ວ່າ​ບໍ່​ມີ​ສີ​ຫຍັງ​ຈະ​ມີ​ລັກສະນະ​ຕົວ​ແທນ​ຄື​ສີ​ແດງ​ນີ້​ອີກ,ຢູ່​ຈີນ, ສີ​ແດງ​ສະ​ແດງ​ເຖິງ​ຄວາມ​ກະຕືລືລົ້ນ​ແລະ​ຄວາມ​ຜາ​ສຸກ, ການ​ເດີນ​ແບບສະ​ແດງ​ຊຸດ​ສີ​ແດງ​ກໍ່​ເປັນ​ການ​​ເປີດ​ສາກ​ໃຫ້​ພິທີ​ໄຂງານ​ວາງສະ​ແດງ​ສິນລະປະ​ອີ​ຕາ​ລີ.

ຄຽງຄູ່​ກັບ​ການຈັດ​ງານ​ວາງສະ​ແດງ​ອາພອນ​ວາ​ເລັນ​ທິ​ໂນ,ງານ​ວາງສະ​ແດງ​ທີ່​ໃສ່​ຊື່ວ່າ​ສິນລະປະ​ອີ​ຕາ​ລີ​ແລະ​ວັດທະນະທຳ​ອີ​ຕາ​ລີ​ກໍ່​ໄດ້​ເປີດ​ສາກຂຶ້ນ​ເຊັ່ນກັນ.​ໃນ​ງານ​ວາງສະ​ແດງ​ສິນລະປະ​ອີ​ຕາ​ລີ​ໃນ​ສັດຕະວັດ​ທີ 20,ຜົນງານ​ຂອງ​ນັກ​ແຕ້ມ​ອີ​ຕາ​ລີ​ທີ່​ມີ​ຊື່​ລື​ນາມ​ໃນ​ປະຫວັດສາດ​ວິຈິດ​ຕະກຳ​ສະ​ໄຫມ​ມໍ່​ຂອງອີ​ຕາ​ລີ​ນັ້ນ​ເກືອບ​ໄດ້​ວາງສະ​ແດງ​ອອກ​ຫມົດ,ອັນ​ໄດ້​ສ່ອງ​ແສງ​ເຖິງ​ການ​ຂະຫຍາຍຕົວ​ຂອງ​ການ​ແຕ້ມ​ຮູບຂອງ​ອີ​ຕາ​ລີ​ໃນ​ສັດຕະວັດ​ທີ 20 ຢ່າງ​​ແຈ່ມ​ແຈ້ງ.ຫໍ​ວາງສະ​ແດງ​ໃນງານ​ວາງສະ​ແດງ​ການ​ອອກ​ແບບ​ຂອງ​ອີ​ຕາ​ລີ​ໃນ 50 ປີ​ມາ​ນີ້ກໍ່ປານ​ກັບ​ເຮືອນ​ຢູ່​ທີ່​ຕົບ​ແຕ່ງ​ຢ່າງ​ສວຍ​ງາມ, ມີ​ເຄື່ອງ​ໃຊ້ສອຍປະຈຳ​ວັນ​ແລະ​ເຄື່ອງ​ປະດັບ​ປະດາ​ຊະນິດ​ຕ່າງໆ,ອັນ​ໄດ້​ສ່ອງ​ແສງ​​ໃຫ້​ເຫັນ​ການ​ອອກ​ແບບ​ກັບ​ເຕັກນິກ​ອຸດສາຫະກຳ​ຂອງ​ອີ​ຕາ​ລີ​ປະສົມ​ປະສານ​ກັນ​​ເປັນ​ຢ່າງ​ດີ.ງານ​ວາງສະ​ແດງ​ສິນ​ປະ​ປະ​ເຄື່ອງ​ຄຳ​ຂອງ​ອາ​ເລ​ໂຈ​ທີ່​ມີ​ຊື່​ສຽງ​ຂອງ​ອີ​ຕາ​ລີ​ກໍ່​ຈະ​ຈັດ​ຂຶ້ນ​ເຊັ່ນດຽວ​ກັນ, ຈະ​ວາງສະ​ແດງ​ເຄື່ອງ​ເອ້​ຄຳ​ໃຊ້​ສຳລັບ​ປະດັບ​ຫົວເມື່ອ 2600 ປີ​ກ່ອນ,ຈົນ​​ເຖິງ​ການ​ອອກ​ແບບ​ອັນມະຫັດສະ​ຈັນ​ຊະນິດ​ຕ່າງໆ​ຂອງ​ນັກ​ແຕ້ມ ນັກ​ແກະສະຫລັກ ວິ​ສາວະ​ກອນ​ແລະ​ຊ່າງ​ອອກ​ແບບ​ເຄື່ອງ​ອາພອນ​ທີ່ມີ​ຊື່​ສຽງ​ໃນ​ສະ​ໄຫມ​ປະຈຸ​ບັນ.ທ່ານ​ໂຄ​ໂຄ​ຊິນ​ສກີ ນັກ​ສິນລະປິນ​ຜູ່​ມີ​ຊື່​ສຽງ​ຂອງ​ອີ​ຕາ​ລີ​ກໍ່​ຈະ​ນຳ​ເອົາ​ຜົນງານ​ຂອງ​ຕົນ​ເອງ​ມາ​ຈີນ​ເປັນຄັ້ງທຳ​ອິດ,​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຝີ​ມື​ພິ​ເສດ​ຂອງ​ທ່ານ​​ໃນ​ດ້ານ​ການ​ຄວັດ​ແກະ ການ​ປະດັບ​ປະດາ​ແລະ​ການ​ແຕ້ມ.

ນັກ​ຂ່າວ​ໄດ້​ເຫັນ​ວ່າ,ຜູ່​ຊົມຢ່າງ​ຫລວງຫລາຍ​ຍາດກັນ​ຖ່າຍຮູບ​ຢູ່​ບ່ອນ​ຈັດ​ງານ​ສະ​ແດງ​ຊຸດ​ລາຕີ​ສີ​ແດງ​ວາ​ເລັນ​ທິ​​ໂນ.ພາຍຫລັງ​ຖ່າຍຮູບ​ໄວ້​ເປັນ​ທີ່​ລະ​ລຶກ​ແລ້ວ​,ນາງ​ຊຸນ​ອີ​ເຈ​ບອກ​ນັກ​ຂ່າວ​ວ່າ:
ຍ້ອນ​ວ່າ​ວາ​ເລັນ​ທິ​ໂນ​ແມ່ນ​ຍີ່​ຫໍ້​ດັງ​ລະດັບ​​ໂລກ, ຜົນງານ​ທີ່​ສະ​ແດງ​​ໃນ​ມື້​ນີ້​ລ້ວນ​ແຕ່​ແມ່ນ​ຜົນງານ​ສຸດ​ຍອດ​ໃນ 20-30 ປີ​ມາ​ນີ້,ຂ້ອຍຮູ້ສຶກ​ວ່າ​ເປັນ​ໂອກາດ​ຫາ​ຍາກທີ່​ໄດ້​ເຂົ້າ​ຊົມ,ສະນັ້ນຈິ່ງ​ຖ່າຍຮູບ​ໄວ້.ຂ້ອຍຄິດ​ວ່າ​ງານ​ວາງສະ​ແດງ​ນີ້​ໄດ້​ເອົາ​ຄວາມ​ນິຍົມ​ກັບ​ສິນລະປະປະ​ສົມ​ປະສານ​ກັນ, ​ເຜີຍ​ແຜ່​ສິນລະປະ​ເຂົ້າສູ່​ຫມູ່​ປະຊາຊົນ,​ເຮັດ​ແນວ​ນີ້​ດີ​ຫລາຍ, ຜ່ານຈາກ​ວິ​ທີທີ່​ມວນ​ຊົນ​ຮັບ​ເອົາ​ໄດ້​ແລະ​ທັງ​ນິຍົມ​,​ເພື່ອ​ຊັກ​ນຳ​ຄົນ​ທັງຫລາຍ​ໄປ​ສົນ​ໃຈ​ສິນລະປະ.

ການ​ເອົາ​ຄວາມດັ້ງ​ເດີມ​ກັບ​ຄວາມ​ທັນ​ສະ​ໄຫມ​ຂອງ​ອີ​ຕາ​ລີ​ປະສົມ​ປະສານ​ກັນ,​ແລະ​ຢູ່​ເຫນືອ​ຄວາມ​ຄາດ​ຄິດ​ໄວ້​ຂອງ​ຜູ່​ຊົມ​ຈີນ,​ນີ້ແມ່ນ​ຈຸດປະສົງ​ອັນ​ຫນຶ່ງ​​ໃນ​ການ​ຈັດ​ງານ​ວາງສະ​ແດງ​ເທື່ອ​ນີ້,​ເພື່ອ​ເພີ່ມ​ເນື້ອ​ໃນ​ໃຫ້​ຄວາມ​ຄາດ​ຄິດ​ຂອງ​ປະຊາຊົນ​ຈີນ​ທີ່​ມີຕໍ່ອີ​ຕາ​ລີ,​ເຮັດ​ໃຫ້​ຄົນ​ຈີນ​ຊອກ​ຮູ້​ອີ​ຕາ​ລີ​ໃນ​ປັດຈຸບັນ​ໃຫ້​ຫລາຍ​ຂຶ້ນ,ນີ້​ກໍ່​ແມ່ນ​ຈຸດປະສົງ​ຂອງ​ປີ​ຈີນ​ອີ​ຕາ​ລີ 2006.ທ່ານ​ກາ​ບຼີ​ເລ.​ເມ​ເນ​ກາ​ທິ ​ເອກ​ອັກຄະ​ລັດຖະທູດ​ອີ​ຕາ​ລີ​ປະຈຳ​ຈີນ​ບອກ​ນັກ​ຂ່າວ​ວ່າ, ​ເມື່ອ 2 ພັນ​ປີ​ກ່ອນ, ຢູ່​ລະຫວ່າງ​ຈີນ​ກັບ​ໂຣມ ​ເຊິ່ງ​ເປັນ​ປະ​ເທດ​ອາລະຍະ​ທຳ​ເກົ່າ​ແກ່,​ເສັ້ນທາງ​ສາຍໄຫມ​ແມ່ນ​ຂົວ​​ເຊື່ອມ​ຕໍ່​ທີ່​ສຳຄັນ​ແຫ່ງ​ການ​ແລກປ່ຽນ​ກັນ, ສູ່​ມື້​ນີ້, ການ​ແລກ ປ່ຽນ​ດ້ານ​ວັດທະນະທຳ​ໄດ້​ກາຍ​ເປັນ​ເສັ້ນທາງ​ສາຍໄຫມ​ເສັ້ນ​ໃຫມ່​ລະຫວ່າງ​ຈີນ​ກັບ​ອີ​ຕາ​ລີ.ທ່ານ​ເວົ້າວ່າ:

ການຈັດ​ປີ​ອີ​ຕາ​ລີ​ຢູ່​ຈີນ,ມີ​ສອງ​ຈຸດປະສົງຄື​ຫນຶ່ງ,​​ແມ່ນເຮັດ​ໃຫ້​ປະຊາຊົນ​ຈີນ​ຫລາຍ​ກວ່​າ​ເກົ່າ​ໄດ້​ຮູ້​ວັດທະນະທຳ​ອັນ​ເກົ່າ​ແກ່​ຂອງ​ອີ​ຕາ​ລີ, ສອງ​ແມ່ນ​ເພື່ອ​ໃຫ້​ປະຊາຊົນ​ຈີນ​ຮູ້​ສິນລະປະ​ທັນ​ສະ​ໄຫມ​ຂອງ​ອີ​ຕາ​ລີ,ພວກ​ເຮົາ​ໄດ້​ບັນລຸ​ຈຸດປະສົງ​ດັ່ງກ່າວ​ສ່ວນ​ຫນຶ່ງ​ແລ້ວ. ທີ່​ຈິງ​ພວກ​ເຮົາ​ຍັງ​ມີ​ຈຸດປະສົງ​ທີ​ສາມ,ຄື ສ້າງ​ການ​ພົວພັນ​ຖາວອນ, ​ໃຫ້​ວົງ​ການ​ວັດທະນະທຳ​ອີ​ຕາ​ລີ​ແລະ​ວົງ​ການ​ວັດທະນະທຳ​ຈີນ​ໄດ້​ແລກປ່ຽນ​ກັນ​ຢ່າງ​ຖາວອນ,ການ​ເຄື່ອນ​ໄຫວ​ໃນ​ສູ່​ມື້​ນີ້​ໄດ້​ທຳ​ການ​ແລກປ່ຽນ​ກັນ​ແບບ​ນີ້​ແລ້ວ, ພວກ​ຂ້າພະ​ເຈົ້າກໍ່ຢາກ​ລົງ​ເລິກ​ຂະຫຍາຍ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ແບບ​ນີ້ຕື່ມ​ອີກ.ຢູ່​ລະຫວ່າງ​ປະ​ເທດ​ອາລະຍະ​ທຳ​ເກົ່າ​ແກ່​ສອງ​ປະ​ເທດ​ນີ້,​ເສັ້ນທາງສາຍໄຫມ​ໃນ​ເມື່ອ​ກ່ອນ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ມີ​ຂົວ​​ເຊື່ອມ​ຕໍ່​ທີ່​ສຳຄັນ​,ດຽວ​ນີ້​ວັດທະນະທຳ​ໄດ້​ກາຍ​ເປັນ​ເສັ້ນທາງສາຍໄຫມ​ເສັ້ນ​ໃຫມ່​ລະຫວ່າງ​ພວກ​ເຮົາ.

ທ່ານທູດ ກາ​ບຼີ​ເລ.​ເມ​ເນ​ກາ​ທິ​ເວົ້າວ່າ,ຈີນ​ໄດ້​ເປີດ​ປະຕູ​ໃຫ້​ແກ່​ສິນລະປະ​ອີ​ຕາ​ລີ, ອີ​ຕາ​ລີ​ກໍ່​ຍິນ​ດີ​ຕ້ອນຮັບ​ສິນລະປະ​ຈີນ​ໄປ​ອິຕາ​ລີ.

​ໃນ​ຫນຶ່ງ​ມື້ກ່ອນ​ຈັດ​ງານ​ວາງສະ​ແດງ​​ເທື່ອ​ນີ້,ຈີນ​ໄດ້​ເຂົ້າຮ່ວມ​ການວາງ ສະ​ແດງ​ສິ່ງ​ກໍ່ສ້າງ​ຄັ້ງທີ 10 ​ໃນ​ງານ​ວາງສະ​ແດງ​ເວ​ນິສ​ໃນ​ນາມ​ເປັນ​ຫໍ​ແຫ່ງ​ຊາດ,ທ່ານ​ຟ້າ​ນດີ​ອານ ຫົວຫນ້າ​ຫໍ​ວິຈິດ​ຕະກຳ​ຈີນ​ແມ່ນ​ຜູ່​ອອ​ກແບບ​ການວາງສະ​ແດງ​ຂອງ​ຈີນ,ພາຍ​ໃນ​ເວລາ​ສອງ​ມື້,ຂ້າມ​ຜ່ານ​ສອງ​ປະ​ເທດ,​ເພື່ອ​ໃຫ້​ວັດທະນະທຳ​ສິນລະປະ​ຂອງ​ຈີນ​ແລະ​ອີ​ຕາ​ລີ​ແລກປ່ຽນ​ກັນ.​ໃນ​ເວລາ​ເປັນ​ປະທານ​ໄຂ​ງານ​ຢູ່​ຫໍ​ວິຈິດ​ຕະກຳ​ຈີນ,ທ່ານ​ຟ້າ​ນດີ​ອານ​ເວົ້າວ່າ:

ການ​​ໄປມາຫາ​ສູ່​ກັນ​ດ້ານ​ວັດທະນະທຳ​ແລະ​ສິນລະປະ​ລະຫວ່າງ​ຈີນ​ກັບ​ອີ​ຕາ​ລີ​ມີ​ປະຫວັດສາດ​ອັນ​ຍາວ​ນານ,ງານ​ວາງສະ​ແດງ 5 ຮອບ​ຂອງ​ອີ​ຕາ​ລີ​ເທື່ອ​ນີ້​ໄດ້​​ໄຂ​ສັງກາດ​ໃຫມ່​ໃຫ້​ແກ່ການ​ແລກປ່ຽນ​ແບບ​ນີ້, ​ເມື່ອ​ຫລາຍ​ຊົ່ວ​ໂມງ​ກ່ອນ, ຂ້າພະ​ເຈົ້າ​ໄດ້​ກັບ​ມາຈາກ​ເມືອງ​ເວ​ນິສ,ຢູ່​ແຫ່ງ​ນັ້ນພວມ​ຈັດ​ງານ​ວາງ ສະ​ແດງ​ຮູບ​ເງົາ​ແລະ​ງານ​ວາງສະ​ແດງ​ສິ່ງ​ກໍ່ສ້າງ, ສິນລະປະ​ຂອງ​ຈີນ​ຄື ຮູບ​ເງົາ ສິ່ງ​ກໍ່ສ້າງ​ແລະ​ສິນລະປະ​ດ້ານ​ການ​ຊົມ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ແລະ​ຄວາມ​ສົນ​ໃຈ​ຈາກ​ເພື່ອນ​ອີ​ຕາ​ລີ​ທັງຫລາຍ, ພ້ອມ​ກັນ​ນີ້, ວັດທະນະທຳ​ຂອງ​ອີ​ຕາ​ລີ​ຢູ່​ແຫ່ງ​ນີ້​ກໍ່​ຈະ​ໃຫ້​ວົງ​ການ​ສິນລະປະ​ແລະ​ປະຊາຊົນ​ຈີນຊື່ນຊົມຢ່າງ​ຈິງ​ໃຈ.