ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-10 20:59:04    
ເມືອງ​ອຽນ​ອ່ານ ​ເມືອງ​ສີ​ແດງ​ແຫ່ງ​ການ​ປະຕິວັດ​ໃນ​ເມື່ອ​ກ່ອນ​ແລະ​ປະຈຸ​ບັນ

cri

​ທ່ານ​ເອດ​ກາ ສະ​ໂນ ນັກ​ຂ່າວ​ຊື່​ດັງ​ຂອງ​ອາ​ເມ​ລິ​ກາ​ເຄີຍ​ຂຽນ​ປຶ້ມ​ໜຶ່ງ​ທີ່​ມີ​ຊື່ສ​ຽງ red star over China ​ແປ​ວ່າ ດາວ​ແດງ​ສ່ອງ​ແສງທົ່ວ​ປະ​ເທດ​ຈີນ.​ໃນ​ປຶ້ມນີ້​ໄດ້​ກ່າ​ວ​ເຖິງ"ດິນ​​ແດນ​ສີແດງ​ພາກ​ເໜືອ​ຂອງ​ແຂວງ​ສານ​ຊີ່"​ເລື້ອຍໆ,ດິນ​ແດນ​ແຜ່ນ​ນີ້​ກໍ​​ແມ່ນ​ເມືອງ​ອຽນ​ອານ.

ລຸງ​ຊີ​ຈິ່ນສ່າ​ນປີ​ນີ້​ອາຍຸ82ປີ,​​ເປັນຊາວ​ເມືອງ​ອຽນ​ອານ​ມາ​ດົນ​ແລ້ວ.ຜົມ​ແລະ​ເຄົາ​ໜວດຂອງ​ລຸງ​ໄດ້​ປ່ຽນ​ເປັນ​ສີຂາວ​ໄປ​ໝົດ​ແລ້ວ,ສີ​ໜ້າ​ເປັນ​ຄົນ​ໃຈດີ,​ໄດ້​ຮັບ​ຄວາມ​ຮັກ​​ແພງ​ໂຄລົບ​ນັບຖື​ຈາກ​ເດັກນ້ອຍ​ທັງຫຼາຍ.ລຸງ​ມັກ​ເລົ່າ​​ເລື່ອງກ່ຽວ​ກັບ​ກອງທັບ​ແດງ​ເດີນ​ທັບ​ທາງ​ໄກສູ່​​ເດັກນ້ອຍ​ຟັງ​ເລື້ອຍໆ.

​ໃນ​ຄວາມ​ຊົງ​ຈຳ​ຂອງ​ລຸງ​ຊີຈິ່ນສ່າ​ນ,ມີ​ພາບ​ປະ​ທັບ​ໃຈ​ຢ່າງ​​ເລິກ​ເຊິ່ງກ່ຽວ​ກັບ​ກອງທັບ​ແດງ.​ເຖິງວ່າ​​​ໃນ​ເວລາທີ່​ກອງທັບ​ແດງ​ມາສົມທົບ​ກັນຢູ່​ເມືອງ​ອຽນອ່ານ​ເມື່ອ​ປີ1936,ລຸງ​ມີ​ແຕ່10 ກວ່າ​ປີ​ເທົ່າ​ນັ້ນກໍ​ຕາມ,​ແຕ່​ວ່າ​ມີ​ນົກ​ຮົບ​ຂອງ​ກອງທັບ​ແດງ​ຫຼາຍ​ຄົນ​ພັກຄ້າງຄືນ​ຢູ່​ເຮືອນ​ຂອງ​ລຸງ,​ເພິ່ນ​ກໍ​ໄດ້​ຈື່​ທະຫານ​ໝວດ​ນີ້​ຢ່າງ​ບໍ່​ມີ​ວັນ​ລືມ.

ລຸງ​ຍັງ​ຈື່​ໄດ້​ວ່າ,​ໃນ​ມື້​ນັ້ນ,ນັກ​ຮົບທີ່​​ໄປ​ເຮືອນ​ເພິ່ນ​ນຸ່ງ​ຖື​ກໍ​ບໍ່​ຄື​ກັນ,ບາງ​ຄົນ​ນຸ່ງ​ເສື້ອ​ຍາວ,ບາງ​ຄົນ​ນຸ່ງ​ເສື້ອ​ສັ້ນ,ສີສັນ​ກໍ​ບໍ່​ຄື​ກັນ,ມີ​ສີດຳ​ແລະ​ສີຂາວ,​ແຕ່​ໄດ້​ໃສ່​ໝວນ​ແປດ​ແຈ​ສີ​ເຖົ່າໝົດ​ທຸກ​ຄົນ,ຢູ່​ໃຈກາງ​​ທາງໜ້າຂອງ​ໝາ​ວກມີ​ດາວ​ແດງ​ໜ່ວຍ​ໜຶ່ງ​ເຫຼື້ອມຍິບຍັບ.ລຸງ​ເວົ້າ​ວ່າ,

ພໍ່​ຂ້ອຍ​ເວົ້າ​ກັບ​ທະຫານກອງທັບ​ແດງ​ວ່າ,ກອງທັບ​ແດງ​ເຮົາ​ມາ​ແລ້ວ,ມອບແບ້ໂຕ​ໜຶ່ງ​ໃຫ້​ທະຫານກິນ,​ແຕ່​ທະຫານເວົ້າ​ວ່າ,ບໍ່​ໄດ້,ຕ້ອງ​ຈ່າຍ​ຄ່າ​ແບ້,ມີ​ລະບຽບ​ວິ​ໄນ​ຢ່າງ​ຈະ​ແຈ້ງ​ແລະ​ເຂັ້ມ​ງວດ.​ເມື່ອ​ເຂົາ​ເຈົ້າ​ລາ​ໄປ​ຍັງ​ໄດ້​ເຮັດ​ອະນາ​ໄມ​ເດີ່ນ​ບ້ານ​ໃຫ້​ສະອາດອີກ​ດ້ວຍ.

ພໍ່​ໄດ້​ບອກ​ລຸງວ່າ​ກອງທັບ​ກອງ​ນີ້​ກໍ​​ແມ່ນ​ກອງທັບ​ແດງ,ລຸງກໍ​ຮູ້​ແລ້ວ​ວ່າ​ກອງທັບ​ນີ້​ແມ່ນ​ນຳ​ໂດຍ​ພັກ​ກອມ​ມູນິດ​ຈີນ.ຕໍ່​ມາ,ລຸງ​ຊີ​ຈິ່ນສ່າ​ນກໍ​​​ໄດ້ເຫັນນັກຮົບ​ກອງທັບ​ແດງ​ທີ່​ໃສ່​ໝວກທີ່​ມີ​ດາວ​ແດງ​ເຫຼື້ອ​ຍິບຍັບ​ນັ້ນ​ເລື້ອຍໆ.​ເຂົາ​ເຈົ້າ​ໄດ້​ປຸກ​ໂຮງຮຽນ​ຂຶ້ນ,ລຸງ​ຊີ​ຈິ່ນສ່າ​ນ​ແລະ​​ເດັກນ້ອຍທີ່​ລ້ຽງ​ແບ້ນຳ​ກັນ​ກໍ​ໄດ້​ມີ​ໂອກາດ​ເຂົ້າຮ​ຽນ​ແລ້ວ.ລຸງ​ເວົ້າ​ວ່າ,

​ແຕ່​ກ່ອນ​ຂ້ອຍ​ເຫັນ​ວ່າ​ລູກ​ຂອງ​ຜູ້​ຮັ່ງມີ​ໃນ​ບ້ານ​ໄປ​ເຂົ້າ​ຮຽນ,​ໃນ​ໃຈ​ກໍ​ອິດສາ​ເຂົາ​ຫຼາຍ,​ແຕ່​ວ່າ​ຄອບຄົວ​ຂ້ອຍ​ທຸກ​ຍາກ​ຈຶ່ງ​ເຂົ້າຮ​ຽນບໍ່​ໄດ້.​ເມື່ອ​ກອງທັບ​ແດງ​ມາ​ແລ້ວ​ກໍ​ລົງມື​ສ້າງ​ໂຮງຮຽນ, ຂ້ອຍ​ກໍ​ສາມາດ​ເຂົ້າຮ​ຽນ​ແລ້ວ,ດີ​ໃຈ​ທີ່​ສຸດ.

​ເພື່ອ​ບໍ່​ເພີ່ມ​ພາລະ​ຫາບ​ແບ​ກຂອງ​ປະຊາຊົນ​ອຽນ​ອ່ານ​,ກອງທັບ​ທີ່​ນຳ​ໂດຍ​ພັກ​ກອມ​ມູນິດ​ຈີນ​ໄດ້​ເພີ່ມ​ພູນ​ຜະລິດຜົນເປັນ​ການ​ໃຫຍ່​ຢູ່​ເມືອງ​ອຽນ​ອານ,ບຸກ​ເບີກ​ດິນ​ຮົກ​ເຮື້ອ,ລ້ຽງ​ໝູລ້ຽງ​ແບ້,​ເຮັດ​ໃຫ້​ເສດຖະກິດ​ຂອງ​ອຽນ​ອານ​ໄດ້​ຮັບ​ການ​ພັດທະນາ​ອ່າວ​ຫຼາຍ,ຊີວິດ​ການ​ເປັນ​ຢູ່​ຂອງ​ລຸງ​ຊີ​ຈິ່ນສ່າ​ນກໍ​ໄດ້​ຮັບ​ການ​ປົວ​​ແປງ​ໃຫ້​ດີ​ຂຶ້ນ.ລຸງ​ເວົ້າ​ວ່າ,

​ໃນ​ຄາວ​ນັ້ນ,ພັກ​ກອມ​ມູນິດ​ຈີນ​ທີ່​ນຳ​ໂດຍ​ປະທານ​ເໝົາ​ເຈີ​ຕົ່ງ​ໄດ້​ລິ​ເລີ່​ມຈັດ​ການ​​ເພີ່ມ​ພູນຜະລິດຜົນ​ເປັນ​ການ​ໃຫຍ່.ບໍ່​ວ່າ​ປະຊາຊົນ​ຫຼື​ອຳນາດ​ການ​ປົກຄອງ ​ໂຮງຮຽນກໍ​ຄື​ຄົນ​ທັງຫຼາຍ​ລ້ວນ​ແຕ່​ໄປ​ດຳ​ເນີນ​ການ​ຜະລິດ,ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ.ສຳລັບ​ຄອບຄົວ​ຂ້ອຍ,ການ​ຜະລິດ​ຢ່າງ​ເປັນ​ຂະ​ບວນ​ເທື່ອ​ນີ້,ປີ​ໜຶ່ງ​ໄດ້​ເກັບ​ກ່ຽວ​ທັນ​ຍາ​ຫານ1000ກວ່າ​ກິ​ໂລ.

ກ່ອນ​ກອງທັບ​ແດງ​ມາ​ຮອດ,​ເມືອງ​ອຽນ​ອ່ານພຽງ​ແຕ່​ແມ່ນ​ເມືອງ​ນ້ອຍ​ທີ່​ມີ​ເນື້ອ​ທີ່ປະມານ2ກິ​ໂລ​ຕາແມັດ ປະຊາກອນ3000ກວ່າຄົນ​ເທົ່າ​ນັ້ນ.ຫຼັງ​ຈາກ​ກອງທັບ​ແດງມາ​ຮອດ​ແລ້ວ,ອີກບໍ່​ເທົ່າ​ໃດ​ປີ​,ຢູ່​ເມືອງ​ນ້ອຍ​ນີ້​ກໍ​ໄດ້​ມີ​ປະຊາກອນ1​ແສນ​ກວ່າ​ຄົນ.​ເມື່ອ​ປີ1937ສົງຄາມ​ຍີ່ປຸ່ນ​ຮຸກ​ຮານ​ຈີນ​ລະ​ເບີດ​ຂຶ້ນ​ຢ່າງຮອບດ້ານ​ແລ້ວ,ພັກ​ກອມ​ມູນິດ​ຈີນ​ຮຽກຮ້ອງ​ໃຫ້​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​ຢ່າງ​ເດັດດ່ຽວ,ຊາວ​ໜຸ່ມ​ຮັກ​ຊາດ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ພາກັນ​ມາ​ຮອດ​ເມືອງ​ອຽນ​ອານ,​ເຮັດ​ໃຫ້​ຖັນ​ແຖວ​ກອງທັບ​ແດງ​ໄດ້ຂະຫຍາຍ​ອອກ​ຢ່າງ​ວ່ອງ​ໄວ, ເຮັດ​ໃຫ້​ເມືອງ​ອຽນ​ອານ​ກາຍ​ເປັນ​ບ່ອນ​ທີ່​ມີ​ຊາວ​ໜຸ່ມ​ຮັກ​ຊາດຢ່າງ​ຫຼວງ​ຫຼາຍ​ມາ​ເຕົ້າ​ໂຮມ​ກັນ.

ຕໍ່​ມາ,ລຸງ​ຊີ​ຈິ່ນສ່າ​ນຮູ້​ແລ້ວ​ວ່າ,ພາຍ​ໃນ10ກວ່າ​ປີຫຼັງ​ຈາກການ​ເດີນ​ທັບ​ທາ​ງ​ໄກ​ໄດ້​ຮັບ​ໄຊຊະນະ​ແລ້ວ,​ເມືອງ​ອຽນ​ອານ​ກໍ​ໄດ້​ກາຍ​ເປັນ​ທີ່​ຕັ້ງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ກໍ​ເປັນ​ສູນ​ບັນຊາ​ການ​ແລະ​ແນວ​ຫຼັງ​ໃຫຍ່​ທາງ​ຍຸດ​ທະ​ສາດ​ຂອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໃນ​ການ​ນຳພາ​ກອງທັບ​ແລະ​ປະຊາຊົນ​ຕໍ່ຕ້ານ​ຍີ່ປຸ່ນ​ແລ້ວ​ດຳ​ເນີນ​ສົງຄາມ​ປົດ​ປ່ອຍ​ຊາດ.

​ເມື່ອ​ປີ1949ປະ​ເທດ​ຈີນ​ໃໝ່​ສະຖາປະນາ​ຂຶ້ນ​ແລ້ວ,ລຸງ​ຊີ​ຈິ່ນສ່າ​ນທີ່​​ໄດ້​ເຮັດ​ວຽກ​​ແລ້ວ​ພ້ອມ​ກັນ​ກັບ​ຊາວບ້ານ,ກໍ່ສ້າງ​ຖະໜົນ​ແລະ​ເຮືອນ​ຄືນ​ໃໝ່​ຢູ່​ເຂດ​ເມືອງ​ເກົ່າທີ່​ຖືກຍົນ​ຍີ່ປຸ່ນ​ຖິ້ນລະ​ເບີດທຳລາຍ​ເປັນ​ດິນ​ເປົ່າ​ແປນ;ອຸດສາຫະກຳ​ຂອງ​ເມືອງ​ອຽນ​ອານ​ກໍ​ໄດ້​ຮັບ​ການ​ພັດທະນາ,​ໄດ້​ສ້າງ​ໂຮງງານ​ກັ່ນ​ນ້ຳມັນ ​ໂຮງງານ​ຢາສູບ ​ໂຮງງານ​ປັ່ນ​ຂົນ​ແລະ​ບໍ່​ຖ່ານ​ຫີນ.ຮອດ​ທ້າຍ​ຊຸມ​ປີ1970,ຍັງ​ໄດ້​ສ້າງ​ທາງ​ລົດ​ໄຟ​ທີ່​ເຊື່ອມ​ຕໍ່​ເມືອງ​ອຽນ​ອ່ານ​ກັບ​ເມື​ອງຊີ​ອ່ານ ​​ເມືອງ​ເອກ​ຂອງ​ແຂວງ​ສ້ານ​ຊີ່,ຍັງ​ໄດ້​ສ້າງ​ທາງ​ຫຼວງລອດ​ພູລະຫວ່າງ​ເມືອງນ້ອຍ​ຕ່າງໆ​ຂອງ​ອຽນ​ອ່ານໂດຍຜ່ານ​ຜ່າ​ອຸປະສັກ​ດ້ານ​ພູມ​ສັນຖານ​ຕ່າງໆ.

ນັບ​ແຕ່​ຈີນ​ປະຕິບັດ​ການ​ປະຕິ​ຮູບ​ແລະ​​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້,​ເມືອງ​ອຽນ​ອານ​ໄດ້​ຮັບ​ການ​ພັດທະນາ​ໄວ​ກວ່າ​ເກົ່າ.​​ເພື່ອ​ອະນຸລັກ​ສິ່ງ​ແວດ​ລ້ອມ,​ເຂົາ​ເຈົ້າ​ເລີ່​ມປູກ​ຕົ້ນ​ໄມ້​ເປັນ​ຈຳນວນ​ຫຼວງ​ຫຼາຍ,ປ່າ​ຕົ້ນ​ໝາກ​​ໂປ​ມ ປ່າ​ໝາກຈອງ​ທີ່​ລຽນ​ກັນ​ໄດ້​ອອກ​ໝາກຫຼາຍ,ໝາກ​ໄມ້​ເຫຼົ່າ​ນີ້​ກໍ​ໄດ້​ສົ່ງ​ໄປ​ຂາຍ​ຢູ່​ທັງ​ພາຍ​ໃນ​​ແລະ​ຕ່າງປະ​ເທດ.​ໃນ​ປີ​​ມໍ່​ໆ​ມາ​ນີ້,ອຸດສາຫະກຳ​ນ້ຳມັນ​ເຊື້ອ​ໄຟຂອງ​ເມືງ​ອຽນ​ອານ​ກໍ​ຈະ​ເລີ​ນຂຶ້ນ,​ລາຍ​ໄດ້​ການ​ເງິນ​ກໍ​ເພີ່ມ​ຂຶ້ນ​ຫຼາຍ.

ລຸງ​ຊີ​ຈິ່ນສ່າ​ນ,​ເຄີຍ​ເປັນ​ເດັກນ້ອຍ​ລ້ຽງ​ແບ້,ຕໍ່​ມາ​ກໍ​ເຄີຍ​ເປັນ​ເຈົ້າ​ເມືອງ ຂ້າ​ຫຼວງ​ໃຫຍ່​ຂອງ​ເຂດ​ອຽນ​ອ່ານ,ຮອດ​ຊຸມ​ປີ1990ຈຶ່ງ​ອອກ​​ກິນ​ເບ້ຍ​ບຳນານ.ລູກ​5ຄົນ​ຂອງ​ລຸງ​ໄດ້​ສ້າງ​ຄອບຄົວ​ໝົດ​ທຸກ​ຄົນ,ມີ​ວຽກ​​ເຮັດ​ງານ​ທຳ​ໝັ້ນຄົງ,ມີ​ເຮືອນ​ຢູ່​ຂອງ​ຕົນ.ຢູ່​ບ້ານ​ເກີດ​ຂອງ​ລຸງ,ພວກ​ພີ່ນ້ອງ​ກໍ​ບໍ່​ໄດ້​ອາ​ໄສ​ຢູ່​ໃນ​ເຮືອນ​ຖ້ຳທີ່​ປຸກ​ດ້ວຍ​ດິນ​ອີກ​ແລ້ວ,ຫາກ​ແມ່ນ​ຢູ່​ໃນ​ເຮືອນ​ຖ້ຳ​ທີ່​ປຸກດ້ວຍ​ດິນ​ຈີ່,​ໃນ​​ເຮືອນຖ້ຳ​​ໄດ້​ໃຊ້​ຕຽງ​ນວມ​ເຂົ້າ​ແທນຕຽງແບບດັ້ງເດີມ,ຍັງມີເຄື່ອງ​ໃຊ້ໃນເຮືອນຢ່າງຄົບຊຸດ.

ຊູ່​ມື້​ນີ້,ການ​ດຳ​ລົງ​ຊີວິດ​ຢູ່​ເມືອງ​ອຽນ​ອານ​ກໍ​ສະດວກຫຼາຍ.ຢູ່​ນີ້​ມີ​ຮ້ານ​ຂາຍ​ອາຫານ​ພິ​ເສດຂອງ​​ແຫ່ງ​ຕ່າງໆ​ແລະ​ຮ້ານ​ເຄື່ອງນຸ່ງ​ຍີ່​ຫໍ້​ຊື່​ດັງ,ຂີ່​ລົດ​ທັກ​ຊີ​ກໍ​ລາຄາ​ຖືກ​,ບໍ່​ເທົ່າ​ໃດ​ຢວນກໍ​ຈະ​ອອກຈາກ​​ໃຈກາງ​ເມືອງ​ໄປ​ຮອດ​ຊານ​ເມືອງ​ໄດ້​ແລ້ວ.ທາງ​ດ່ວນ​ກໍໄປ​ເຖິງ​ເມືອງ​ຊີ່​ອ່ານ​ໂດຍ​ກົງ,ຍັງ​ໄດ້​ເປີດ​ເສັ້ນທາງ​ລົດ​ໄຟ​​ແລະ​ຖ້ຽວ​ບິນ​ທີ່​ໄປປັກ​ກິ່ງ.

​ເມື່ອ​ພັດທະນາ​ເປັນ​ເວລາ​ຫຼາຍ​ສິບ​ປີ​ແລ້ວ,ດຽວ​ນີ້​ເມືອງ​ອຽນອ່ານ​​ໄດ້​ກາຍ​ເປັນ​ຕົວ​ເມືອງທີ່​ມີ​ປະຊາກອນ2​ແສນ​ກວ່າ​ຄົນ​ຢູ່​ເຂດ​ເທສະ​ບານ​ທັງ​ປົກຄອງ13​ເຂດ​​ເມືອງ.​ເຂດ​ພູດ​ອຍສອກຫຼີກ​ທີ່​ທຸກ​ຍາກ​ໃນ​ເມື່ອ​ກ່ອນນັ້ນ,ຮອດ​ດຽວ​ນີ້ລາຍ​ໄດ້ການ​ເງິນ​ທີ່ສະ​ເລ່ຍຕາມ​ຫົວ​ຄົນ​ໄດ້​​ເປັນ​ທີ​ໜຶ່ງ​ຂອງ​ແຂວງ​ສ້ານ​ຊີ່.

ຫຼານ​ແລະ​ຫຼານ​ສາວ​ຂອງ​ລຸງ​ຊີ​ຈິ່ນສ່າ​ນ​ໄດ້​ອອກ​ໄປ​ນອກ​ເມືອງ​ອຽນ​ອ່ານ,​ໄປ​ເຮັດວຽກ​ຫຼືເຂົ້າຮ​ຽນຢູ່​ເມືອງ​ຊີ່​ອ່ານ.ທ້າວ​ຊີ​ເຈີ່ງ​ແມ່ນ​ຫຼານ​ຜູ້​ໜຶ່ງ​ຂອງ​ລຸງ​ຊີ​ຈິ່ນສ່າ​ນ,​ເຮັດ​ວຽກ​ຢູ່ກົງຈັກ​ກົດໝາຍ​ແຫ່ງໜຶ່ງ​ຂອງ​ຊີ່​ອ່ານ.ລາວ​ເວົ້າ​ວ່າ,​ເຖິງ​ວ່າ​ໄດ້​ຈາກ​ເມືອງ​ອຽນ​ອ່ານ​ກໍ​ຕາມ,​ແຕ່​ວ່າ​ດິນ​ແດນ​ສີ​ແດງ​ແຜ່ນ​ນີ້ຍັງ​ຢູ່ໃນ​ໃຈ​ລາວ​ຕະຫຼອດ​​ໄປ.​ເພາະວ່າ​ເວົ້າ​ສຳລັບ​ລາວ​ແລ້ວ,​ນີ້​ເປັນ​ສັນຍາ​ລັກ​ແຫ່ງ​ພະລັງ​ດ້ານຈິດ​​ໃຈຊະນິດ​ໜຶ່ງ.ລາວ​ເວົ້າ​ວ່າ,

ພວກ​ເຮົາ​ທີ່​ມາ​ຈາກ​ເມືອງ​ອຽນ​ອ່ານ​ຮັບ​ຮູ້ດີ​ກ່ຽວ​ກັບ​ການ​ເດີນ​ທັບ​ທາງ​ໄກ,ພວກ​ເຮົາ​ກໍ​ຍິ່ງ​ເຂົ້າ​ໃຈ​ວ່າ​ຊີວິດທີ່​ຜາ​ສຸກ​ໃນ​ດຽວ​ນີ້​ກວ່າ​ຈະ​ໄດ້​ມາ​ມັນ​ບໍ່​ແມ່ນ​ເລື່ອງ​ງ່າຍ​ເລີຍ,ສະ​ນັ້ນ​ຈຶ່ງ​ຖະໜຸຖະໜອມ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ມີ​ຢູ່​ໃນ​ດຽວ​ນີ້.