ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-10 21:07:51    
ເສັ້ນ​ທາງ​ທີ່​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ​ໂດຍ​ທາງ​ສັນ​ຕິ​ນັ້ນ​ບໍ່​ໄດ້​ອັດ​ຕັນ

cri Author: cai
ຕາມ​ຂ່າວ​CRI:​ພາຍ​ຫຼັງ​ສ.ປ.ປ.​ເກົາຫຼີ​ໄດ້​ປະຕິ​ບັດ​ການ​ທົດ​ລອງ​ນິວ​ເຄຼຍ​ຢ່າງ​ບັງ​ອາດ​ໂດ​ຍບໍ່​ເອົາ​ຫົວຊາ​ນຳ​ການ​ຄັດ​ຄ້ານ​ໂດຍ​ທົ່ວ​ໄປຂອງ​ປະຊາ​ຄົມ​ໂລກ​ໃນວັນ​ທີ 9 ຕຸລາ​ແລ້ວ,ຝ່າຍ​ຈີນ​ເຫັນ​ວ່າ,​ເສັ້ນ​ທາງ​ທີ່​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍຂອງ​ແຫຼມ​ເກົາຫຼີ​​ໂດຍ​ທາງ​ສັນຕິ​ດ້ວຍ​ການ​ຫາລື​ແລະ​ການ​ເຈ​ລະ​ຈານັ້ນ​ບໍ່​ໄດ້​ອັດ​ຕັນ,​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຄວນພະ​ຍາ​ຍາມ​ຕໍ່​ໄປ​ຕາມ​ໂຄຈອນ​ຂອງ​ການ​ເຈລະຈາ 6 ຝ່າຍ.

ນີ້​ແມ່ນ​ທ່ານ​ລີວ​ຈ້ຽນ​ຊ່າວ ໂຄ​ສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ໃນ​ກອງ​ປະຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນວັນ​ທີ 10 ຕຸ​ລາ.ທ່ານ​ຍັງ​ເວົ້າ​ວ່າ,ສ.ປ.ປ.​ເກົາຫຼີ​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ,​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ທາງ​ລົບ​ໃຫ້​ແກ່​ການ​ພົວ​ພັນ​ຈີນ​ສ.ປ.ປ.​ເກົາຫຼີ​ຢ່າງ​ບໍ່​ຕ້ອງ​ສົງ​ໄສ;​ແຕ່​ຈີນ​​ໄດ້​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຂະ​ຫຍາຍ​ການ​ພົວພັນຮ່ວມ​ມື​ຖານ​ບ້ານ​​ໃກ້​​ເຮືອນ​ຄຽງທີ່​ດີ​ຕໍ່ກັນ​ກັບສ.ປ.ປ.​ເກົາຫຼີ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ນະ​ໂຍບາຍ​ດັ່ງກ່າວ​ຈະ​ບໍ່​ປ່ຽນ​ແປງ.