ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-12 20:41:05    
ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ມາ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ12​ຕຸລາ,ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ການ​​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ມາ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ.

​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ,ທ່ານ​ລິວ​ຈ້ຽງຊ່າວ​ກ່າວ​ວ່າ,ຈຸດຢືນ​ຂອງ ຈີນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ແມ່ນ,ບັນລຸ​ການ​ປອດ​ນິວ​ເຄຼຍ​ຢູ່​ແຫຼມ​ເກົາ​ຫຼີ,​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ.​ຝ່າຍ​ຈີນ​ເຫັນ​ວ່າ,​ໃຕ້​ສະ​ພາບ​ການ​ໃນ​ສະ​ເພາະ​ໜ້າ​ນີ້,​ຝ່າຍ​ສປປ​ເກົາ​ຫຼີ​ຄວນ​ຢຸດ​ຕິ​ທຸກ​ການ​ເຄື່ອນ​ໄຫວ​ທີ່​ອາດ​ຈະ​ພາ​ໃຫ້​ສະ​ຖາ​ນະ​ການ​ຊຸດ​ຮ້າຍ​ລົງ​ອີກ,​ຝ່າຍ​ທີ່​ກ່ຽວ​ຂ້ອງ​ອື່ນໆ​ຄວນ​ໃຊ້​ມາດ​ຕະ​ການ​ອັນ​ເໝາະ​ສົມ​ເພື່ອ​ເຮັດ​ໃຫ້​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ວິ​ທີ​ເຈ​ລະ​ຈາ​ແລະ​ປຶກ​ສາ​ຫາ​ລື.​ຝ່າຍ​ຈີນ​ຈະ​ທຳ​ຄວາມ​ພະ​ຍາ ຍາມ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຟຶ້ນ​ຟູ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວກັບ​ຈີນ​ຈະ​ລົງ​ໂທດ​ສປປ​ເກົາຫຼີ​ແລະ​ຢຸດ​ຕິ​ການ​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ດ້ານ​ເສດ​ຖະ​ກິດ​ໃຫ້​ສປປ​ເກົາ​ຫຼີ​ຫຼື​ບໍ່,​ທ່ານ​ລິວ​ຈ້ຽນ​ຊ່າວ​ກ່າວ​ວ່າ,​ຈີນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ມີ​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ກັບ​ສປປ​ເກົາ​ຫຼີ,​ໃນ​ໄລຍະ​ດົນ​ນານ​ມາ​ນີ້,ຈີນ​ໄດ້​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ດ້ານ​ເສດ​ຖະ​ກິດ​ໃຫ້​ສປປ​ເກົາ​ຫຼີ​ຕາມ​ຄວາມ​ສາມາດ​ຂອງ​ຕົນ,ຈຸດ​ປະ​ສົງ​ຕົ້ນ​ຕໍ​ແມ່ນ​ເພື່ອ​ຊ່ອຍ​ໃຫ້​ປະ​ຊາ​ຊົນ​ສປປ​ເກົາ​ຫຼີ​ປົວ​​ແປງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ,​ຝ່າຍ​ຈີນ​ຈະ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ດັ່ງ​ກ່າວ​​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ມັນ​ມີ​ຜົນ​ດີ​ຕໍ່​ການ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ສປປ​ເກົາ​ຫຼີ​ໃຫ້​ສູງ​ຂຶ້ນ.