ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-12 20:52:15    
ຈີນ​ປະ​ກາດ​ປຶ້ມ​ປົກ​ຂາວ​ວ່າ​ດ້ວຍ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ປີ​2006

cri

ວັນ​ທີ12​ຕຸລາ,ລັດຖະບານ​ຈີນ​ໄດ້​ປະກາດປຶ້ມປົກ​ຂາວ​ວ່າ​ດ້ວຍ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ປີ​2006.​ປຶ້ມ​ປົກ​ຂາວ​ຂຽນ​ວ່າ,​ໃນ5​ປີ​ພາຍ​ໜ້າ,ຈີນ​ຈະ​ເລັ່ງລັດ​ບາດກ້າວ​ແຫ່ງ​ການ​ພັດ​ທະ​ນາ​ເຕັກ​ນິກ​ອະ​ວະ​ກາດ,ການ​ນຳ​ໃຊ້​ອະວະກາດ​ແລະ​ວິ​ທະ​ຍາ​ສາດ​ອະ​ວະ​ກາດ,​ພ້ອມ​ທັງ​ປະ​ຕິ​ບັດ​ຕາມ​ຖະ​ແຫຼງ​ການ​ຮ່ວມ​ມື​ດ້ານ​ອະວະກາດ​ສາ​ກົນ,​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ອະ​ວະ​ກາດ​ລະ​ຫວ່າງ​ຊາດ​ແບບ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ.

ທ່ານ​ຊຸນ​ໄລ​ອ້ຽນ ຫົວໜ້າ​ກົມ​ການບິນອະວະກາດ​ແຫ່ງ​ຊາດ​ຈີນ​ໄດ້​ແນະນຳ​ສະພາບ​ກ່ຽວ​ກັບ​ປຶ້ມ​ປົກ​ຂາວ​ໃນ​ວັນ​ທີ12​ຕຸລາ.​ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ຫ້ອງການ​ຖະ​ແຫຼ​ງຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ,​ທ່ານ​ກ່າວ​ວ່າ,​ປັດ​ຈຸ​ບັນ,​ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ​ສາມ​ໃນ​ໂລກ​ທີ່​ດຳ​ເນີນ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ທີ່​ນຳ​ມະນຸດ​ຂຶ້ນ​ສູ່​ອະ​ວະ​ກາດ​ໄດ້​ຢ່າງ​ເປັນ​ອິດ​ສະ​ຫຼະ​.ຈີນ​ຍັງ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ເທິງ​ອະ​ວະ​ກາດ​ທີ່​ມີ​ຄົນ​ເຂົ້າ​ຮ່ວມ​ເປັນ​ເທື່ອ​ທຳ​ອິດ,​ແລະ​ໄດ້​ດຳ​ເນີນ​ການ​ຄົ້ນ​ຄວ້າ​ລ່ວງ​ໜ້າ​ກ່ຽວ​ກັບ​ໂຄງ​ການ​ສຳ​ຫຼວດ​ດວງ​ຈັນ.​ໃນ​ຕໍ່​ໜ້າ,​ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ວຽກ​ງານ​ການ​ບິນ​ບົນ​ພື້ນ​ຖານ​ດັ່ງ​ກ່າວ.​ທ່ານ​ກ່າວ​ວ່າ:

"​ໃນ5​ປີຕໍ່ໜ້າ​ແລະຫຼັງ​ຈາກ​ນັ້ນ,ຈີນ​ສືບ​ຕໍ່​ປະ​ຕິ​ບັດ​ໂຄງ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ການ​ບິນ​ອະ​ວະ​ກາດ​ທີ່​ສຳຄັນ​ເຊັ່ນການບິນ​ອະວະກາດ​ທີ່​ບັນ​ທຸກ​ມະ​ນຸດ,​ການ​ສຳ​ຫຼວດ​ດວງ​ຈັນ​ແລະ​ການ​ໃຊ້​ລູກ​ສອນ​ໄຟ​ ສົ່ງ​ຍານ​ແບບ​ໃໝ່​ເປັນ​ຕົ້ນ.​ສ້າງ​ລະ​ບົບ​ດາວ​ທຽມ​ສຳ​ຫຼວດ​ໜ່ວຍ​ໂລກ​ຢູ່​ໃນ​ວົງ​ໂຄຈອນ​ໄລ​ຍະ​ຍາວ,​ລະ​ບົບ ດາວ​ທຽມ​ໂຄ​ລະ​ຄົມ​ກະ​ຈາຍ​ສຽງ​ທີ່​ອ່າວ​ສົມ​ບູນ​ແລະ​ລະ​ບົບ​ນຳ​ທາງ​ ດ້ວຍ​ດາ​ວທຽມ.​ເພີ່ມ​ທະ​ວີ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ອະ​ວະ​ກາດ ແລະ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ພື້ນ​ຖານ​ທີ່​ກ່ຽວ​ຂ້ອງ."

ເພື່ອ​ຮັບ​ປະ​ກັນ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ, ລັດຖະບານ​ຈີນ​ຈະ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເຕັກນິກ​ດາວ​ທຽມກ່ອນໝູ່, ​ແລະ​ພັດ​ທະ​ນາ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ແລະ​ການ​ສຳ​ຫຼວດ​ນອກ​ອະວະກາດ​ຢ່າງ​ເໝາະ​ສົມ,​ສົ່ງ​ເສີມ​ສ້າງ​ລະ​ບົບ​ລົງ​ທຶນ​ການ​ບິນ​ອະ​ວະ​ກາດ​ທີ່​ມີ​ຫຼາຍ​ຮູບ​ການ​ແລະ​ຫຼາຍ​ຊ່ອງ​ທາງ, ​ເລັ່ງ​ລັດ​ສ້າງ​ວິ​ສາ​ຫະ​ກິດ​ການ​ບີນ​ອະ​ວະ​ກາດ​ຂະ​ໜາດ​ໃຫຍ່​ຊັ້ນ​ນຳ​ໃນ​ສາກົນ, ພະຍາຍາມ​ຍົກ​ລະດັບ​ຜະ​ລິດ​ຕະ​ພັນ​ແລະ​ເຕັກ​ນິກ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ.

ທ່ານ​ຊຸນ​ໄລ​ອ້ຽນ ຫົວໜ້າ​ກົມ​ການ​ບີ​ນອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ເປົ້າ​ໝາຍ​ສຳ​ຄັນ​ອັນ​ໜຶ່ງ​ທີ່​ຈີນ​ພັດທະນາ​ພາລະກິດ​ການ​ບີ​ນອະວະກາດ​ແມ່ນ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ສັງຄົມ. ປັດຈຸບັນ, ​ເຕັກ​ນິກ​ສຳ​ຫຼວດ​ໄລ​ຍະ​ໄກ​ຂອງ​ດາວ​ທຽມ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ຂົງ​ເຂດ​ສຳ​ຫຼວດ​ຊັບ​ພະ​ຍາ​ກອນ​ທີ່​ດິນ ສ້າງ​ສາ​ຊີ​ວະ​ພາບ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ; ​ເຕັກ​ນິກ​ດາວ​ທຽມ​ໂທລະ​ຄົມ​ກະ​ຈາຍ​ສຽງ​ໄດ້​ຂະ​ຫຍາຍ​ເຂດ​ປົກ​ຄຸມ​ແລະ​ຍົກ​ຄຸນ​ນະ​ພາບ​ການ​ຮັບ​ຟັ່ງ​ວິທະຍຸ​ແລະ​ຮັບ​ເບິ່ງ​ໂທ​ລະ​ພາບ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຊົນ​ນະ​ບົດ; ການ​ຮ່ວມ​ມື​ລະຫວ່າງ​ກົມ​ອະວະ​ກາດ​ຈີນ​ກັບ​ເອີ​ລົບ, ​ເຮັດ​ໃຫ້​ສອງ​ຝ່າຍ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ກະ​ສິ​ກຳ ອຸ​ຕຸ​ນິ​ຍົມ​ແລະ​ຕ້ານ​ໄພ​ທຳ​ມະ​ຊາດ​ເປັນ​ຕົ້ນ.​ໃນ​ຕໍ່​ໜ້າ, ຈີນ​ຍັງ​ຕ້ອງ​ການ​ສືບ​ຕໍ່​ພັດ​ທະ​ນາ​ພາ​ລະ​ກິດ​ການ​ບີ​ນອະວະກາດ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ.

ທ່ານ​ຊຸນ​ໄລ​ອ້ຽນຍັງ​ກ່າວ​ເນັ້ນ​ວ່າ​ຈີນ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ຂອງ​ພາລະກິດ​ການບິນ​ອະວະກາດ.ທ່ານ​ກ່າວ​ວ່າ,ຈີນ​ຈະ​ສືບ​ຕໍ່​ປະຕິ​ດບັດ​ຕາມ"ຖະ​ແຫຼ​ງການ​ຮ່ວມ​ມື​ດ້ານ​ອະວະກາດ​ສາກົນ",ຊຸກຍູ້​ການ​ຮ່ວມ​ມື​ອະວະກາດ​ສາກົນ​ລະຫວ່າງ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ.ທ່ານ​ຊຸນ​ໄລ​ອ້ຽນກ່າວ​ວ່າ:

"ສະ​ຕະວັດ21​ແມ່ນ​ສະຕະວັດ​ໃໝ່​ທີ່​ມະນຸດ​ສຳ​ຫຼວດ​ຄົ້ນ​ຄວ້າ​ພັດ​ທະ​ນາ​ແລະ​ນຳ​ໃຊ້​ອະ​ວະ​ກາດ,ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ອະ​ວະ​ກາດ​ສາ​ກົນ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ທີ່​ບັງ​ເກີດ​ຜົນ​ທີ່​ປະ​ເທດ​ທີ່​ມີ​ການບິນ​ອະ​ວະ​ກາດ​ໃນ​ໂລກ​ພັດ​ທະ​ນາ.​ລັດ​ຖະ​ບານ​ຈີນ​ຈະ​ອີງ​ຕາມ​ຫຼັກການ"ສ​ະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ນຳ​ໃຊ້​ໂດຍ​ສັນ​ຕິ,​ພ້ອມ​ກັນ​ພັດທະນາ",ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ເຕັກ​ນິກ​ອະ​ວະ​ກາດ,​ການ​ນຳ​ໃຊ້​ອະ​ວະ​ກາດ​ແລະ​ວິ​ທະ​ຍາ​ສາດ​ອະ​ວະ​ກາດ​ເປັນ​ຕົ້ນ,​ເປີດ​ກວ້າງ​ຂົງ​ເຂດ​ຮ່ວມ​ມື​ຕື່ມ​ອີກ,​ຍົກ​ສູງ​ລະ​ດັບ​ການ​ຮ່ວມ​ມື,​ເອົາ​ໃຈ​ໃສ່​ຜົນ​ຕົວ​ຈິງ​ຂອງ​ການ​ຮ່ວມ​ມື.