ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-12 21:02:51    
ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ແລະ​ການ​ສຳ​ຫຼວດ​ດວງ​ຈັນ​ກາຍ​ເປັນ​ເປົ້າ​ໝາຍ​ສຳ​ຄັນ​ຂອງ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ໃນ5​ປີ​ຕໍ່​ໜ້າ

cri
ຕາມ​ຂ່າວCRI,ປຶ້ມ​ປົກ​ຂາວ​ວ່າ​ດ້ວຍ​ການບິນ​ອະ​ວະ​ກາດ​ຂອງ​ຈີນ​ປີ​2006​ທີ່​ລັດ​ຖະ​ບານ​ຈີນ​ປະ​ກາດ​ໃນ​ວັນ​ທີ12​ຕຸ​ລາ​ຂຽນ​ວ່າ,​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ແລະ​ການ​ສຳ​ຫຼວດ​ດວງ​ຈັນ​ແມ່ນ​ເປົ້າ​ໝາຍ​ສຳ​ຄັນ​ຂອງ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ໃນ​5​ປີ​ຕໍ່​ໜ້າ.

ປຶ້ມ​ປົກ​ຂາວ​ຂຽນ​ວ່າ,​ໃນ​5​ຕໍ່​ໜ້າ,​ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ,​ບັນ​ລຸ​ເປົ້າ​ໝາຍ​ໃຫ້​ນັກ​ບິນ​ອະ​ວະ​ກາດ​ເຄື່ອນ​ໄຫວ​ຢູ່​ເທິງ​ອະ​ວະ​ກາດ,​ແລະ​ທົດ​ລອງ​ໃຫ້​ຍານ​ອະ​ວະ​ກາດ​ຕໍ່​ໃສ່​ກັນ.​ເລີ່ມ​ຄົ້ນ​ຄວ້າ​ຜະ​ລິດ​ຫ້ອງ​ທົດ​ລອງ​ອະ​ວະ​ກາດ​ທີ່ມີ​ຂະ​ໜາດ​ອັນ​ແນ່​ນອນ, ມີ​ຄົນ​ບົວ​ລະ​ບັດ​ໃນ​ໄລ​ຍະ​ສັ້ນ​,ແລະ​ເປັນ​ເຈົ້າ​ການ​ບິນ​ຕາມ​ວົງ​ໂຄ​ຈອນ​ໃນ​ໄລ​ຍະ​ຍາວ. ​ສົ່ງ​ດາວ​ທຽມ​ຂຶ້ນ​ໄປ​ສຳ​ຫຼວດ​ດວງ​ຈັນ​ໜ່ວຍ​ທຳ​ອິດ,​ເພື່ອ​ດຳ​ເນີນ​ການ​ສຳ​ຫຼວດ​ດ້ານ​ວິ​ທະ​ຍາ​ສາດ​ແລະ​ສຳ​ຫຼວດ​ຄົ້ນ​ຄວ້າ​ຊັບ​ພະ​ຍາ​ກອນ​ຂອງ​ດວງຈັນ.

ປຶ້ມ​ປົກ​ຂາວ​ຍັງ​ຂຽນ​ວ່າ,ລັດຖະບານ​ຈີນ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ຊາດ​ໃນ​ຂົງ​ເຂດ​ເຕັກນິກອະວະກາດ,ການ​ນຳ​ໃຊ້​ອະ​ວະ​ກາດ​ແລະ​ວິ​ທະ​ຍາ​ສາດ​ອະ​ວະ​ກາດ​ບົນ​ພື້ນ​ຖານ​ຫຼັກ​ການ​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ນຳ​ໃຊ້​ເຂົ້າ​ໃນ​ທາງ​ສັນ​ຕິ​ແລະ​ພ້ອມ​ກັນ​ພັດ​ທະ​ນາ.

ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ12​ຕຸ​ລາ,​ທ່ານ​ຊຸນ​ໄລ​ອ້ຽນ ຫົວ​ໜ້າ​ກົມ​ການ​ບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ຍັງ​ກ່າວ​ວ່າ,​ຈີນ​ແລະ​ອາ​ເມ​ລິ​ກາ​ຈະ​ຮ່ວມ​ມື​ຕື່ມ​ອີກ​ໃນ​ຂົ​ງ​ເຂດ​ການບິນ​ອະ​ວະ​ກາດ,​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ລະ​ຫວ່າງ​ສອງ​ປະ​ເທດ.