ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-12 21:08:57    
ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ປະ​ທານ​ປະ​ເທດ​ຈີນ​ໄປ​ອາ​ເມ​ລິ​ກາ​ແລະ​ຣັດ​ເຊຍ​ເພື່ອ​ຫາ​ລື​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ

cri
ຕາມ​ຂ່າວCRI,​ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ12​ຕຸລາ,​ທ່ານ​ລິວ​ຈ້ຽນ​ຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ,ທ່ານ​ຖາງ​ເຈ່ຍ​ສວນ ທີ່​ປຶກສາ​ແຫ່ງ​ລັດ ຜູ່​ຕາງ​ໜ້າ​ພິ​ເສດ​ຂອງ​ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ແລະຣັດ​ເຊຍ,​ໜ້າ​ທີ່​ສຳຄັນ​ແມ່ນ​ແລກປ່ຽນຄວາມ​ເຫັນ​ກັບ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ສອງ​ປະ​ເທດ​ນີ້​ກ່ຽວ​ກັບ​ສະ​ພາບ​ການ​ຂະ​ຫຍາ​ຍຕົວ​ຫຼ້າ​ສຸດຂອງ​ສະຖານະ​ການ​ແຫຼມ​ເກົາຫຼີ.

ໃນ​ນາມ​ເປັນ​ຜູ້ຕາງໜ້າ​ພິ​ເສດ​ຂອງ​ທ່ານ​ຫູ​ຈິນທາວ,ທ່ານ​ຖາງ​ເຈ່ຍ​ສວນ​ໄດ້​ຈາກ​ປັກ​ກິ່ງ​ໄປ​ຢ້ຽມ​ຢາມ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ໃນ​ວັນ​ທີ11​ຕຸລາ.

ທ່ານ​ລິວ​ຈ້ຽນຊາວ​ຍັງ​ເຜີຍ​ໃຫ້​ຮູ້​ວ່າ,ສອງຝ່າຍ​ຈີນ​ອາ​ເມ​ລິ​ກາ​ພວມ​ຫາລື​ບັນ​ຫາ​ກ່ຽວ​ກັບ​ ທ່ານ​ນາງ​ໄລ​ສ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາຢ້ຽມຢາມ​ຈີນ,ວັນ​ເວລາ​ຢ້ຽມ​ຢາມ​ຍັງ​ບໍ່​ທັນ​ຕົກ​ລົງ​ເທື່ອ.