ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-12 21:14:59    
ປະ​ທາ​ນາ​ທິ​ບໍ​ດີ​ສ.​ເກົາ​ຫຼີ​ຢ້ຽມ​ຢາມ​ຈີນ​ຈະ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຜູ່​ນຳ​ຈີນ​ກ່ຽວ​ກັບ​ການ​ພົວ​ພັນ​ຈີນ​ສ.​ເກົາ​ຫຼີ​ແລະ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ

cri
ຕາມ​ຂ່າວCRI,​ໃນ​ງານຖະ​ແຫຼ​ງຂ່າວ​ທີ່​ຈັ​ດຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ12​ຕຸ​ລາ,​ທ່ານ​ລິວ​ຈ້ຽນ​ຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ​,ທ່ານ​ໂລ​ມູ​ຢຸນ ປະ​ທາ​ນາ​ທິ​ບໍ​ດີ​ສ.​ເກົາ​ຫຼີ​ຈະ​ຢ້ຽມ​ຢາມ​ເຮັດ​ວຽກ​ຢູ່​ຈີນ​ມື້ໜຶ່ງ​ຄືວັນ​ທີ13​ຕຸລາ.

ທ່ານ​ລິວ​ຈ້ຽນຊາວ ກ່າວ​ວ່າ,​ໃນ​ໄລຍະ​ຢ້ຽມຢາມ​ຈີນ,ທ່ານ​ໂລ​ມູ​ຢຸນ​ຈະ​ແຍກ​ອອກ​ພົບ​ປະ​ກັບ​ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​,ທ່ານ​ອູ​ປ່າງ​ໂກວ ປະທານ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ແລະ​ທ່ານ​ເວິນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ.

ທ່ານ​ລິວ​ຈ້ຽນຊາວ​ເຜີຍ​ໃຫ້​ຮູ້​ວ່າ,ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ສ.​ເກົາ​ຫຼີ​ແລະ​ສະ​ພາບ​ຫຼ້າ​ສຸດ​ຂອງ​ສະຖານະ​ການ​ແຫຼມ​ເກົາຫຼີ​ຈະ​​ແມ່ນ​ຫົວ​ຂໍ້​ຈຸດ​ສຸມ​ທີ່​ຜູ່​ນຳ​ສອງ​ປະ​ເທດ​ຈະ​ຫາລື​ກັນ.​ທ່ານ​ຫວັງວ່າ,ການ​ຢ້ຽມຢາມ​ຂອງ​ທ່ານ​ໂລ​ມູຢຸນ​ເທື່ອ​ນີ້​ຈະ​ມີ​ບົດ​ບາດ​ຊຸກ​ຍູ້​ອັນ​ຕັ້ງ​ໜ້າ​ຕໍ່​ການ​ເພີ່ມ​ທະ​ວີ​ການ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.