ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-14 17:40:58    
ກອງ​ປະຊຸມ​ລະ​ລຶກການ​ສ້າງ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ຈີນ​ຄົບ​ຮອບ 50 ປີ​ໄຂ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 14 ຕຸລາ, ກອງ​ປະຊຸມ​ລະ​ລຶກການ​ສ້າງພາລະກິດ​ການ​ບິນ​ອະ​ວະ​ກາດ​ຈີນຄົບຮອບ 50 ປີ​ໄຂ​ຂຶ້ນຢູ່​ທີ່​ປັກ​ກິ່ງ. ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ຝາກ​ໂທ​ລະ​ເລກ​ອວຍພອນ​ມາ​ຍັງ​ກອງ​ປະຊຸມ, ທ່ານ​ເວິນ​ເຈຍ​ປາວ ນາຍົກລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ແລະ​ກ່າວ​ຄຳ​ປາ​ໄສ​ສຳຄັນ.

​ໃນ​ໂທລະ​ເລກ​ອວຍພອນ ທ່ານ​ຫູ​ຈິນທາວ​ຊີ້​ອອກ​ວ່າ, ພາລະກິດ​ການບິນ​ອະວະ​ກາດ​ແມ່ນ​ສັນ​ຍະ​ລັກ​ສຳຄັນ​ຂອງ​ກຳລັງ​ສັງ​ລວມຂອງປະ​ເທດ​​ໜຶ່ງ. ​ໃນ 50 ປີ​ມາ​ນີ້, ຈີນ​ໄດ້​ສ້າງ​ລະ​ບົບ​ອຸດ​ສາ​ຫະ​ກຳ​ວິທະຍາສາດ​ເຕັກນິກການບິນອະວະກາດ​ທີ່​ສົມບູນ​ຄົບ​ຖ້ວນ​ດ້ວຍ​ຕົນ​ເອງ, ​ໄດ້​ເພີ່ມ​ທະ​ວີ​ກຳ​ລັງ​ເສດ​ຖະ​ກິດ ກຳ​ລັງ​ວິທະຍາສາດ​ເຕັກນິກ ກຳລັງ​ປ້ອງ​ກັນ​ປະ​ເທດ​ແລະ​ຄວາມ​ສາ​ມັກ​ຄີ​ຊາດ​ຂອງ​ຈີນ.

​ໃນ​ເວລາ​ກ່າວຄຳ​ປາ​ໄສ ທ່ານ​ເວິນ​ເຈຍ​ປາວ​ໄດ້​ຮຽກຮ້ອງ​ໃຫ້​ພະນັກງານ​ການບິນ​ອະ​ວະ​ກາດ​ເຮັດ​ຕາມ​ຄວາ​ມຮຽກຮ້ອງຕ້ອງການ​ຂອງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ແລະ​ການ​ກໍ່​ສ້າງ​ການ​ປ້ອງ​ກັນ​ປະ​ເທດ, ດຳ​ເນີນ​ໂຄງການ​ວິທະຍາ​ສາດ​ເຕັກນິກ​ສຳຄັນ​ລະດັບ​ຊາດ ​ເຊັ່ນ ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ບັນທຸກ​ຄົນ​ແລະ​ໂຄງການສຳຫຼວດ​ດວງ​ຈັນ​ເປັນຕົ້ນ, ​ແລະໄດ້​ຮັບ​ການ​ບຸກ​ທະ​ລຸ​ໃໝ່​ໃນ​ຂົງ​ເຂດ​ຄົ້ນຄວ້າ​ແລະ​ຜະລິດ​ອຸປະກອນ​ການບິນ​ອະ​ວະ​ກາດ ​ເຕັກ​ໂນ​ໂລ​ຢີ​ອະ​ວະ​ກາດ​ ການ​ປະ​ຍຸກ​ອະວະກາດ​ແລະ​ວິທະຍາ​ສາດ​ອະ​ວະ​ກາດ.