ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-15 18:00:41    
ນັກ​ວິ​ທະ​ຍາ​ສາດ​4​ປະ​ເທດ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ຢ່າງ​ສັງ​ລວມ​ຢູ່​ເປີ້ນ​ພູ​ພາກ​ໃຕ້​ແລະ​ເໜືອ​ຂອງ​ພູ​ຮິ​ມາ​ໄລ​ເປັນ​ຄັ້ງ​ທຳ​ອິດ

cri
ຕາມ​ຂ່າວສານ​ຊິນ​ຮວາ,ໜ່ວຍ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ທີ່​ປະ​ກອບ​ດ້ວຍ​ນັກ​ວິ​ທະ​ຍາ​ສາດ​ຂອງ​4​ປະ​ເທດ​ຄື​ຈີນ,​ອິນ​ເດຍ,​ເນ​ປານ​ແລະ​ບູ​ຕານ​ໄດ້​ອອກ​ເດີນ​ທາງ​ຈາກ​ເມືອງ​ລາ​ຊາ​ຂອງ​ຈີນ​ໃນ​ ວັນ​ທີ​15​ຕຸລາ,​ເດີນ​ທາງ​ໄປ​ພູ​ຮິ​ມາ​ໄລ,​ໄດ້​ເປີດ​ສາກ​ທີ່​ນັກ​ວິ​ທະ​ຍາ​ສາດ​4​ປະ​ເທດ​ດັ່ງ​ກ່າວ​ຮ່ວມ​ກັນ​ດຳ​ເນີນ​ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ສັງ​ລວມ​ຢູ່​ເປີ້ນ​ພູ​ໃຕ້​ແລະ​ເໜືອ​ຂອງ​ພູ​ຮິ​ມາ​ໄລ​ເປັນ​ເທື່ອ​ທຳ​ອິດ.

ເທື່ອ​ນີ້​ແມ່ນ​ນັກວິທະຍາ​ສາດ​ຈີນ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ໂດຍ​ສັງ​ລວມ​ທີ່​ມີ​ຫຼາຍ​ວິ​ຊາ​ຢ່າງ​ຂະ​ໜາດ​ໃຫຍ່​ຢູ່​ເປີ້ນພູ​ໃຕ້​ຂອງ​ພູ​ຮິ​ມາ​ໄລ​ເປັນ​ເທື່ອ​ທຳ​ອິດ.​ສະ​ມາ​ຊິກ​ໜ່ວຍ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ຈະ​ສຳ​ຫຼວດ​ແບບ​ປຽບ​ທຽບ ເກືອບ​ເດືອນ​ໜຶ່ງ​ຢູ່​ເປີ້ນ​ພູ​ໃຕ້​ແລະ​ເໜືອ​ຂອງ​ພູ​ຮິ​ມາ​ໄລ.​ເນື້ອ​ໃນ​ສຳ​ຫຼວດ​ລວງ​ທັງ​ພູມ​ສັນ​ຖານ,​ທໍ​ລະ​ນີ,​ພຶກ​ສາ​ຊາດ,​ລານ​ນ້ຳ​ກ້າມ,​ສິ່ງ​ແວດ​ລ້ອມ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ເປັນ​ຕົ້ນ.

ບຸກຄົນ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​ແນະ​ນຳ​ວ່າ,​ໃນ​ຊູ່​ມື້​ນີ້​ທີ່​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ,​ເຮັດ​ແນວ​ໃດ,​ຄົ້ນ​ຄວ້າ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ບັນ​ດາ​ປະ​ເທດ​ຢູ່​ເຂດ​ພູ​ຮິ​ມາ​ໄລ,​ເຮັດ​ແນວ​ໃດ​ໃຫ້​ແຖບ​ພູ​ຮິ​ມາ​ໄລ​ສະ​ໜອງ​ການ​ຄ້ຳ​ຊູ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ບັນດາ​ປະ​ເທດ​ອາ​ຊີ​ໃຕ້​ໃຫ້​ດີກ​ວ່າ​ເກົ່າ​ນັ້ນ​ໄດ້​ກາຍ​ເປັນ​ໜ້າ​ທີ່​ສຳ​ຄັນ​ອັນ​ດັບ​ໜຶ່ງ​ຂອງ​ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ເທື່ອ​ນີ້.

ພູ​ຮິ​ມາ​ໄລ​ແມ່ນ​ລະບົບ​ພູ​ທີ່​ສູງ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ,​ແຈກ​ຢາຍ​ຢູ່​ໃນ​ດິນ​ແດນ​ຂອງ​ຈີນ,​ປາ​ກີ​ສະ​ຖານ,​ອິນ​ເດຍ,​ເນ​ປານ,​ບູ​ຕານ​ແລະ​ອື່ນໆ.