ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-15 20:26:29    
ນາງ​ຊຸນ​ເວິ​ຍ​ເວິ​ຍຊີງ​ໄດ້​ແຊມ​ປຽນ​ໜ່ວຍ​ແລ່ນ​ໝົດ​​ໄລ​ຍະ​ທາງ​ເພດ​ຍິງ​ໃນ​ການ​ແຂ່ງ​ຂັນ​ມາ​ລາ​ທອນ​ສາ​ກົນ​ປັກ​ກິ່ງ​ປີ 2006

cri Author: lm

ຕາມ​ຂ່າວ ​CRI: ​ໃນ​ການ​ແຂ່ງຂັນ​ມາລາ​ທອນ​ສາກົນ​ປັກ​ກິ່ງ​ປີ 2006 ​ໃນ​ວັນ​ທີ 15 ຕຸ​ລາ, ນາງ​ຊຸນ​ເວິ​ຍ​ເວິ​ຍ ນັກ​ກິລາ​ຈີນ​ຊີງ​ໄດ້​ແຊມ​ປຽນ​ໜ່ວຍ​ແລ່​ນໝົດ​ໄລ​ຍະ​ທາງ​ເພດ​ຍິງ.

ຜົນງານ​ຂອງ​ນາງ​ຊຸນ​ເວິ​ຍ​ເວິ​ຍ​ແມ່ນ 2 ຊົ່ວ​ໂມງ 34 ນາທີ 36 ວິນາທີ, ​ນັກ​ກິລາ​ຈີນ​ຊີງ​ໄດ້​ແຊມ​ປຽນ​ໜ່ວຍ​ແລ່ນ​ໝົດ​ໄລຍະ​ທາງ​ເພດ​ຍິງ​ຂອງ​ການ​ແຂ່ງຂັນ​ດັ່ງກ່າວ 12 ​ເທື່ອ​ລຽນ​ຕິດ​ແລ້ວ.

ທ້າວ​ຊາ​ລິ​ມ ກິບຊາງ ນັກ​ກິລາ​ເກນ​ຢາ​ຊີງ​ໄດ້​ແຊມ​ປຽນ​ໜ່ວຍ​ແລ່ນ​ໝົດ​ໄລຍະ​ທາງ​ເພດ​ຊາຍ​ດ້ວຍ​ຜົນງານ 2 ຊົ່ວ​ໂມງ 10 ນາທີ 18 ວິນາທີ.

ການ​ແຂ່ງຂັນ​ມາລາ​ທອນ​ສາກົນ​ປັກ​ກິ່ງ​ເລີ່​ມມີ​ຂຶ້ນ​ໃນ​ປີ 1981. ຈຸດ​ເລີ່​ມຕົ້ນ​ຂອງ​ການ​ແຂ່ງ​ຂັນ​ປີນີ້​ຕັ້ງຢູ່​ສະໜາມຫຼວງທ່ຽນ​ອ່ານ​ເໝິນ, ຈຸດຕຳ​​ເສັ້​ນ​ໄຊຢູ່​ສູນ​ກິລາ​ໂອ​ລິມ​ປິກ​ແຫ່ງ​ຊາດ, ມີ​ນັກ​ກິລາ 2 ໝື່ນ​ກວ່າ​ຄົນ​ຂອງ 30 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ.