ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-16 17:39:00    
ກຳລັງປະກອບ​ອາວຸດ​ອີ​ຣັກ​ປະ​ກາດ​ສ້າງ​ຕັ້ງ "ປະ​ເທດ"

cri Author: lm

ຕາມຂ່າວສານຊິນຮວາ: ວັນທີ 15 ຕຸລາ, ກຳລັງປະກອບ​ອາວຸດ​ອີຣັກກຸ່ມ​ໜຶ່ງທີ່​ມີ​ສ່ຽນກ່ຽວຂ້ອງ​ກັບ​ອົງ​ການ​ອານ ​ເຄ​ດາ​ໄດ້​ປະກາດ​ທາງວີ​ດີ​ໂອຜ່ານ​ອິນເຕີ​ເນັດ, ​ປະກາດ​ວ່າ​ໄດ້​ສ້າງ​ຕັ້ງ "ປະ​ເທດ" ອິສ​ລາມ​ຢູ່​ອີຣັກ​ເຊິ່ງກວມ 6 ​ແຂວງ.

​ໃນ​ວີ​ດີ​ໂອ​ທີ່ຍາວ 8 ນາທີ​ນີ້, ຜູ່​ຊາຍທີ່​ບັງ​ໜ້າ​ຜູ່​ໜຶ່ງທີ່​​ເອີ້ນຕົນ​ເອງ​ວ່າເປັນ​ໂຄສົກ "ຄະ​ນະ​ກຳ​ມະການ​ມູຈາຮີ​ດິນ ຊູຣາ" ກ່າວ​ວ່າ, "ປະ​ເທດ​" ທີ່ສ້າງຕັ້ງ​ໃໝ່​ລວມ​ເອົາ​ແຂວງ​ທີ່​ມີ​ປະ​ຊາ​ຊົນ​ນິ​ກາຍ​ຊູ​ນີ​ເປັນຕົ້ນຕໍ ​ເຊັ່ນ​ແບກ​ແດດ​ເປັນຕົ້ນ, ​ພ້ອມ​ດ້ວຍ​ບາງ​ເຂດ​ຂອງ 2 ​ແຂວງ​ທີ່​ມີ​ປະ​ຊາ​ຊົນ​ນິ​ກາຍ​ຊີ​ອະຫຼາຍກວ່າ​ໝູ່.

ນອກ​ນີ້ ​ໂທລະພາບ​ອານ ຈາ​ຊີ​ລາ​ລາຍ​ງານ​ວ່າ, ມື້​ດຽວ​ກັນ ທ່ານ​ມາ​ມຸດ ອານ ມາສ​ຮາ​ດາ​ນີ ປ​ະທານ​ສະພາ​ແຫ່ງ​ຊາດ​ອີຣັກ​ໄດ້​ກ່າວ​ຄຳ​ປາ​ໄສປະ​ນາມ​ເຫດ​ການ​ດັ່ງ​ກ່າວ.

ທ່ານ​ອາຊາ​ມ ອານ ຣາວີ ສະມາຊິກ "ສະຫະພັນ​ນັກປາດ​ມຸສລິ​ມ" ​ເຊິ່ງ​ແມ່ນ​ກຸ່ມ​ນິກາຍ​ຊູ​ນີ​ທີ່​ມີ​ອິດ​ທິພົນ​ຫຼາຍກວ່າ​ໝູ່​ຂອງ​ອີຣັກກ່າວ​ວ່າ, ສະຫະພັນ​ນັກປາດ​ມຸສລິ​ມຄັດ​ຄ້ານ​ເຈດ​ຈຳ​ນົງ​​ໃນ​ການ​ສ້າງ​ຕັ້ງ​ປະ​ເທດ​ອິສລາມ​​ເອກະລາດ​ຢູ່​ອີຣັກ, ​ເພາະວ່າ​ນີ້​ຈະ​ພາ​ໃຫ້​ອີ​ຣັກ​ແຕກ​ແຍກ​ກັນ​ຫຼາຍ​ຂຶ້ນ.