ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-16 17:54:11    
ລັດຖະບານຈີນອອກ​ແຮງ​ສຸດ​ຂີດ​ສະ​ໜັບ​ສະ​ໜູນ​ຊຽງ​ໄຮ້​ຈັດ​ງານ​ກິ​ລາ​ໂອ​ລິ​ມປິກ​ພິ​ເສດ​​ໂລກ​ 2007

cri Author: lm

ຕາມຂ່າວສານຊິນຮວາ: ວັນທີ 15 ຕຸລາ ຢູ່ທີ່ຊຽງໄຮ້, ທ່ານຫຸຍຫຼຽງອີ້ ຮອງນາຍົກລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ, ລັດຖະບານຈີນອອກ​ແຮງ​ສຸດ​ຂີດສະໜັບສະໜູນຊຽງ​ໄຮ້​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິລາ​ໂອ​ລິມ​ປິກ​ພິ​ເສດ​ໂລກ 2007.

​ໃນ​ເວລາ​ເຂົ້າຮ່ວມ​ກອງ​ປະຊຸມ​ຄະນະ​ກຳມະການ​ຈັດງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ໂລກ​ຊຽງ​ໄຮ້​ 2007 ​ແລະ​ກອງ​ປະຊຸມ​ຫົວໜ້າ​ຄະນະຜູ່​ແທນ​ຕ່າງໆ, ທ່ານ​ຫຸຍຫຼຽງອີ້​ກ່າວ​ວ່າ, ງານ​ກິລາ​ໂອ​ລິມ​ປິກ​ພິ​ເສດ​​ໂລກ​ແມ່ນ​ເວທີ​​ແລກປ່ຽນ​ເຊິ່ງກັນ​ແລະ​ກັນ​ຂອງຄົນພິ​ການ​ດ້ານ​ສະ​ໝອງ​ຂອງ​ປະ​ເທດ​ຕ່າງ​ກັນ ຊົນ​ເຜົ່າ​ຕ່າງ​ກັນ ຜິວ​ພັນ​ຕ່າງ​ກັນ​ແລະ​ວັດ​ທະ​ນະ​ທຳ​ຕ່າງ​ກັນ, ນ້ຳ​ໃຈ "ກ້າ​ທົດ​ລອງ ​ກ້າ​ເອົາ​ຊະນະ" ທີ່ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ລິ​ເລີ່​ມ​ນັ້ນ ​ແມ່ນ​ຢູ່​ເໜືອ​ການ​​ເຄື່ອນ​ໄຫວ​ກິ​ລາ​ແລ້ວ. ໃຕ້ການສະ​ສະໜັບສະໜູນ​ແລະ​ປະສານ​ງານ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ພິ​ເສດ​​ໂລກ​ແລະຄະນະ​ຜູ່​ແທນ​​ຕ່າງໆ, ນະຄອນ​ຊຽງ​ໄຮ້​ຍ່ອມຈະ​ຈັດ​ງານ​ກິລາ​ໂອ​ລິມ​ປິກ​ພິ​ເສດ​ອັນ​ມະ​ໂຫລານ​ທີ່​ໜ້າ​ເບິ່ງ​ແລະ​ລືມ​ຍາກ​ໃຫ້​ທົ່ວ​ໂລກຢ່າງ​​ແນ່ນອນ. ທ່ານ​ຮຽກ​ຮ້ອງ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕ່າງໆ​ຈົ່ງ​ຕັ້ງໜ້າ​ກະກຽມຈັດ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ, ຊຸກ​ຍູ້​ໃຫ້​ພາ​ລະ​ກິດ​ຊ່ອຍ​ເຫຼືອ​ຄົນ​ພິການ​ດ້ານ​ສະໝອງ​ກ້າວ​ໄປ​ໜ້າ.

ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​​ໂລກ​ຄັ້ງທີ 12 ຈະ​ຈັດ​ຂຶ້ນຢູ່​ທີ່​ຊຽງ​ໄຮ້​ໃນ​ເດືອນ​ຕຸ​ລາ​ປີ 2007.