ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-16 20:30:52    
ທ່ານ​ເຈຍ​ຊິ້ງຫຼິນກ່າວ​ວ່າ ຈີນ​ຍີ່​ປຸ່ນ​ຄວນ​ວາງ​​ແຜນ​ຮອບ​ດ້ານ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ໃນ​ໄລ​ຍະ​ຂ້າງ​ໜ້າ

cri Author: lm

ຕາມ​ຂ່າວ CRI: ມື້​ນີ້ ຢູ່​ທີ່​ປັກ​ກິ່ງ, ​ທ່ານ​ເຈຍ​ຊິ້ງຫຼິນ ປະ​ທາ​ນສະພາປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ທ່ານ​ໂອ​ກີ ຊີ​ຄາ​ເກ ປະທານ​ສະພາ​ສູງ​ຍີ່ປຸ່ນ​ທີ່​ມາ​ຢ້ຽມ​ຢາມ, ທ່ານ​ເຈຍ​ຊິ້ງຫຼິນກ່າວ​ວ່າ, ຈີນ​ຍີ່ປຸ່ນ​ຄວນ​ເພີ່ມ​ທະວີ​ການ​​ຢ້ຽມຢາມ​ກັນ​ລະ​ຫວ່າງ​ຜູ່​ນຳ​ຂັ້ນ​ສູງ, ຖື​ຂົງ​ເຂດ​ປະຢັດ​ພະລັງງານ ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ສູງ​ເປັນ​ຂົງ​ເຂດ​ຈຸດ​ໜັກ, ວາງ​ແຜນ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນ​ໄລຍະ​ກາງ​ແລະ​ໄລຍະ​ຍາວ. ພ້ອມ​ກັນ​ນັ້ນ ​ເພີ່ມ​ທະ​ວີ​ການ​ແລກປ່ຽນ​ກັນ​ໃນ​ຂົງ​ເຂດ​ວັດທະນະທຳ ການ​ສຶກສາ ການ​ທ່ອງ​ທ່ຽວ​ແລະ​ຊາວ​ໜຸ່ມ​ເປັນ​ຕົ້ນ​ຢ່າງ​ແຂງ​ແຮງ​, ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ການ​​ເຈ​ລະ​ຈາ​ຄວາມ​ປອດ​ໄພ​ລະ​ຫວ່າງ​ສອງ​ປະ​ເທດ, ​ເຈາະ​ຈົງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ, ​ແລະ​ຊຸກ​ຍູ້​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ອາຊີ.

ທ່ານ​ຊີ​ຄາ​ເກ​ກ່າວ​ວ່າ, ຍີ່ປຸ່ນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຈີນ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ​ເປີດ​ກວ້າງ​ການ​ແລກປ່ຽນ​ໃນ​ຂົງ​ເຂດ​ຕ່າງໆ, ​ແລະຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຍີ່​ປຸ່ນ​ກັບ​ຈີນ​ຂະຫຍາຍ​ໄປ​ສູ່​ລະດັບ​ສູງ​ກວ່າ​ເກົ່າ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ທ່ານ​ເຈິ່ງ​ຊິ້ງຫົງ ຮອງ​ປະທານ​ປະ​ເທດ​ຈີນ​ກໍ​​ໄດ້​ພົບ​ປະ​ທ່ານ​ຊີ​ຄາ​ເກ. ທ່ານ​ເຈິ່ງ​ຊິ້ງຫົງ​ກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​​ໃຫ້​ຈີນ​ຍີ່ປຸ່ນ​ທັງ​ສອງ​ປະ​ເທດ​ກາຍ​ເປັນ​ຄູ່​ຂາ​ທີ່​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ພັດທະນາ​​ໂດຍ​ສັນຕິ​.