ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-16 20:38:34    
ອາ​ສາ​ສະ​ໝັກ​ຊ່າວ​ໜຸ່ມ​ຊຽງ​ໄຮ້​ຈີນ​ທີ່​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ລາວ​ໜ່ວຍ​ທີ​6​ອອກ​ເດີນ​ທາງ

cri
ຕາມ​ຂ່າວ​ຈາກ​​ເວັບ​ໄຊ​ອຳນາດ​ການ​ປົກຄອງ​ຊຽງ​ໄຮ້,​ອາ​ສາ​ສະ​ໝັກ​ຊ່າວ​ໜຸ່ມ​ຊຽງ​ໄຮ້​ຈີນ​ທີ່​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ປະ​ເທດ​ລາວ​ໜ່ວຍ​ທີ​6​ໄດ້​ອອກ​ເດີນ​ທາງ​ໄປ​ລາວ​ໃນ​ວັນ​ທີ​15​ຕຸ​ລາ,​ເພື່ອ​ເຮັດ​ວຽກ​ເປັນ​ເວ​ລາ​ເຄິ່ງ​ປີ.

ອາສາ​ສະໝັກ13​ຄົນ​ທີ່​ຈີນ​ສົ່ງ​ໄປ​ລາວ​ເທື່ອ​ນີ້ສ່ວນ​ຫຼາຍ​ມາ​ຈາກ​ຂະ​ແໜງ​ການ​ສຶກ​ສາ​ແລະ​ສາ​ທາ​ລະ​ນະ​ສຸກ.​ພວກ​ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ດ້ານ​ຕ່າງໆ​ຢູ່​ລາວ​ເຊັ່ນ​ການ​ປິ່ນ​ປົວ,​ການ​ສອນ​ພາ​ສາ​ຈີນ​ແລະ​ພາສາ​ອັງ​ກິດ,​ການ​ອົບ​ຮົມ​ວິ​ຊາ​ຄອມ​ພິວ​ເຕີ​ແລະ​ການ​ສອນ​ການ​ກິລາ​ເປັນ​ຕົ້ນ.

ເລີ່​ມ​ແຕ່​ປີ2003​ເປັນ​ຕົ້ນ​ມາ,ນະຄອນ​ຊຽງ​ໄຮ້​ໄດ້​ຮັບ​ພາ​ລະ​ປະ​ຕິ​ບັດ​ແຜນ​ການ​ສະ​ໜອງ​ອາ​ສາ​ສະ​ໜັກ​ຊາວ​ໜຸ່ມ​ຈີນ​ຢູ່​ລາວ,​ໄດ້​ສົ່ງ​ອາ​ສາ​ສະ​ໝັກ​ຊ່າວ​ໜຸ່ມ​ລວມ​50​ຄົນ​ໂດຍ​ແບ່ງ​ເປັນ​5​ໜ່ວຍ​ໄປ​ຊ່ອຍ​ລາວ.