ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-16 20:43:36    
ອົງ​ການ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ກ່າວ​ວ່າ​ຈີນ​ຮ້ອງ​ຂໍ​ສິດ​ທິ​ບັດ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ວາ

cri
ຕາມ​ຂ່າວ​ສານ​ຊິນ​ຮວາ, ວັນ​ທີ16​ຕຸລາ,​ໃນ​ບົດ​ລາຍ​ງານ​ທີ່​ປະ​ເມີນສະພາບ​ການ​ຮ້ອງ​ຂໍ​ສິດທິ​ບັດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ສະບັບ​ໜຶ່ງ​ຂອງ​ອົງການ​ສິດ​ຊັບ​ສິນ​ທາງ​ປັນຍາ​ໂລກ​ໄດ້​ຂຽນ​ວ່າ,​ໃນ​ຫຼາຍ​ປີ​ມໍ່ໆ​ນີ້,ປະລິມານ​ສິດທິ​ບັດ​ທີ່​ຈີນ​ຮ້ອງ​ຂໍ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ​ວາ,​ປີ​2004,​ຍອດ​ປະ​ລິ​ມານ​ສິດທິ​ບັດ​ຂອງ​ຈີນ​ໄດ້​ກ້າວ​ຂຶ້ນ​ເປັນອັນ​ດັບ​ທີ5​ໃນ​ໂລກ.

ບົດ​ລາຍ​ງານ​ຂຽນ​ວ່າ,ປີ2004,​ພົນລະ​ເມືອງ​ຈີນ​​ໃນ​ແດນ​ຈີນໄດ້​ຮ້ອງ​ຂໍ​ສິດ​ທິ​ບັດ​6​ໝື່ນ​5​ພັນ​786​ລາຍ,ຜູ່​ທີ່​ບໍ່​ແມ່ນ​ພົນລະ​ເມືອງ​ຈີນ​ໄດ້​ຮ້ອງ​ຂໍ​ສິດ​ທິ​ບັດ​6​ໝື່ນ​4​ພັນ​598​ລາຍ,​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ເມື່ອ​ທຽບ​ກັບ10​ປີ​ກ່ອນ.

ປີ2004,ທົ່ວ​ໂລກ​ໄດ້​ຮ້ອງ​ຂໍ​ສິດທິ​ບັດ​ປະມານ1​ລ້ານ6​ແສນ​ລາຍ.,​ໃນ​ນັ້ນ,​ມີ​6​ແສນ​ກວ່າ​ລາຍ​ໄດ້​ຮັບ​ການ​ອະນຸມັດ.

ບົດ​ລາຍ​ງານ​ຍັງ​ຊີ້​ອອກ​ວ່າ,ປີ2004, ປະ​ເທດ​ທີ່​ຮ້ອງ​ຂໍ​ສິດ​ທິ​ບັດ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ​ແມ່ນ​ຍີ່​ປຸ່ນ,​ອາ​ເມ​ລິ​ກາ,ສະຫະ​ພາບ​ເອີ​ລົບ​ແລະ​ສ.​ເກົາ​ຫຼີ.