ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-17 18:01:07    
ໜ້າ​ທີ່​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊິ​​ຟິກ​ຍັງ​ໜັກ​ໜາ​ຢູ່

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:​ວັນ​ທີ​16​ຕຸ​ລາ,​ໃນ​ໂອ​ກາດ​ວັນ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ສາ​ກົນ ຄື​ວັນ​ທີ17​ຕຸລາ​ໃກ້​ຈະ​ມາ​ເຖິງ,​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​​ສັງ​ຄົມ​ອາ​ຊີ​ປາຊິ​ຟິກ ຄື ອົງ ການ​ແອັສ​ແຄັບ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະກາດ​ບົດ​ລາຍ​ງານ​ຄົ້ນ​ຄວ້າ​ສະ​ບັບ​ຫຼ້າ​ສຸດ​ຢູ່​ສຳ​ນັກ​ງານ​ໃຫຍ່​ທີ່​ບາງ​ກອກ,​ໂດຍ​ຊີ້​ອອກ​ວ່າ,​ພາ​ລະ​ກິດ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ປະ​ເທດ​ອາ​ຊີ​ປາ​ຊິ​ຟິກ​ຍັງ​ໜັກ​ໜ້າ​ຢູ່​ແລະ​ໃຊ້​ເວ​ລາ​ຍາວ​ນານ.

ບົດລາຍ​ງານ​ຊີ້​ອອກ​ວ່າ,​ເຖິງ​ວ່າ​​​ໂດຍລວມ​ແລ້ວ,​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ​ພວມ​ກ້າວ​ໄປ​ສູ່​ທິດ​ທີ່​ສຳ​ເລັດ​ເປົ້າ​ໝາຍ​ກໍ​ຕາມ,​ແຕ່​​ເວົ້າ​ສຳ​ລັບ​ຍອດ​ປະ​ລິ​ມານ​ຂອງ​ປະ​ກົດ​ການ​ທຸກ​ຍາກ​ດ້ານ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ແລ້ວ,​ຍັງ​​ເຮັດ​ໃຫ້​ຄົນ​ເປັນ​ຫ່ວງນຳ.

ບົດ​ລາຍ​ງານ​ໄດ້​ຍ້ອງຍໍ​​ຜົນ​ສຳ​ເລັດ​ດ້ານ​ການຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະ​ເທດ​ອາຊີ​ຈຳ​ນວນ​ໜຶ່ງ ​ເຊິ່ງ​ລວມ​ທັງ​ຈີນ,​ແຕ່​ຍັງ​ຊີ້​ອອກ​ວ່າ,​ຍັງ​ມີ​ຫຼາຍ​ປະ​ເທດ​ກ້າວ​​ໜ້າ​ຊ້າ​ໂພດ,​ຈົນ​ກະ​ທັ້ງ​ມີ​ທ່ວງ​ທ່າ​ຖອຍ​ຫຼັງ,​ຄວາມ​ຜິດ​ໂຕນ​ກັນ​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ແລະ​ເຂດ​​ຕ່າງໆ​ພາຍ​ໃນ​ປະ​ເທດ​ໜຶ່ງ​ນັ້ນ​ໄດ້​ຂະ​ຫຍາຍ​ກວ້າງ​ອອກ.