ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-17 20:30:20    
ຜູ່​ນຳ​ກຳ​ປູ​ເຈຍ​ພົບ​ປະ​ທ່ານ​ລຽງ​ກວ່າ​ງ​ເລ້

cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ16​ຕຸລາ,ຢູ່​ທີ່​ພະນົມ​ເປັນ,​ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ,​ທ່ານ​ຕີ​ບານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ກຳ​ປູ​ເຈຍ​ຕ່າງ​ໄດ້​ພົບ​ທ່ານ​ລຽງ​ກວາງ​ເລ ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ເສ​ນາ​ທິ​ການ​ໃຫຍ່​ຂອງ​ຈີນ​ທີ່​ພວມ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ຢ່າງ​ເປັນ​ທາງ​ການ​ຢູ່​ກຳ​ປູ​ເຈຍ.

ໃນ​ເວ​ລາ​ພົບ​ປະ,​ທ່ານ​ຮຸນ​ແຊນ​ກ່າວ​ວ່າ,​ກຳ​ປູ​ເຈຍ​ແລະ​ຈີນ​ມີ​ການ​ພົວ​ພັນ​ໄມ​ຕີ​ຈິດ​ທີ່​ສະ​ໜິດ​ແໜ້ນ,​ກຳ​ປູ​ເຈຍ​ຂອບ​ໃຈ​ນຳ​ຈີນ​ທີ່​ໃຫ້​ການ​ຊ່ອຍ​ເຫຼືອ​ທີ່​ບໍ່​ເຫັນ​ແກ່​ຕົວ​ແກ່​ກຳ​ປູ​ເຈຍ​ເພື່ອ​ສ້າງ​ສາ​​ເສດ​ຖະ​ກິດ​ແລະ​ພັດ​ທະ​ນາ,​ແລະ​ຈະ​ສືບ​ຕໍ່​ເພີ່ມ​ມະ​ວີ​ການ​ຮ່ວມ​ມື​ກັບ​ຈີນ.​ທ່ານ​ຮຸນ​ແຊນ​ກ່າວ​ວ່າ,​ກຳ​ປູ​ເຈຍ​ຈະ​ຍຶດ​ໝັ້ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຈີນ​ດຽວ,​ຄັດ​ຄ້ານ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ​ໃຫ້​ເປັນ​ເອ​ກະ​ລາດ​ບໍ່​ວ່າ​ໃຊ້​ຮູບ​ແບບ​ໃດ.

ທ່ານ​ລຽງ​ກວາງ​ເລ້​ກ່າວ​ວ່າ,​ປັດ​ຈຸ​ບັນ,​ການ​ພົວ​ພັນ​ຈີນ​ກຳ​ປູ​ເຈຍ​ໄດ້​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ.​ລະ​ຫວ່າງ​ຊັ້ນ​ສູງ​ສອງ​ປະ​ເທດ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ໃກ້​ຊິດ,​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ໄດ້​ຂະ​ຫຍາຍ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ.​ໃນ​ຫຼາຍ​ປີ​ມາ​ນີ້,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ກອງ​ທັບ​ທີ່​ເປັນ​ພາກ​ສ່ວນ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກໍ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ສະ​ດວກ.​ທ່ານ​ກ່າວ​ວ່າ,​ລັດ​ຖະ​ບານ​ຈີນ​ຂອບ​ໃຈ​ນຳ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ທີ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຈີນ​ດຽວ​ໂດຍ​ຕະ​ຫຼອດ.

ທ່ານ​ລຽງ​ກວາງ​ເລ​ພ້ອມ​ດ້ວຍ​ຄະນະ​ໄດ້​ເດີນ​ທາງ​ໄປ​ຮອດ​ພະ​ນົມ​ເປັນ​ໃນ​ວັນ​ທີ​14​ຕຸ​ລາ,​ເລີ່ມ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ຢ່າງ​ເປັນ​ທາງ​ການ​ຕໍ່​ກຳ​ປູ​ເຈຍ​ເປັນ​ເວ​ລາ​4​ມື້.