ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-17 20:47:15    
ຝ່າຍ​ຈີນ​ຍິນ​ດີ​ກັບ​ຝ່າຍ​ຍີ່​ປຸ່ນ​ຊຸກ​ຍູ້​ການ​ພົວ​ພັນ​ໄມ​ຕີ​ຈິດ​ໃຫ້​ຂະ​ຫຍາຍ​ໄປ​ໜ້າ

cri
ຕາມ​ຂ່າວCRI, ວັນ​ທີ17​ຕຸລາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຫູ​ຈິນ​ທາວ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ,​ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຍີ່​ປຸ່ນຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳ​ຄັນ​ທີ່​ສອງ​ຝ່າຍ​ຕົກ​ລົງ​ກັນ​ນັ້ນ​ໃຫ້​ດີ,ຊຸກ​ຍູ້​ການ​ພົວພັນ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະ​ຫວ່າງ​ຈີນ​ຍີ່​ປຸ່ນ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ຍາວ​ນານ​ປອດ​ໃສ​ແລະ​ໜັກ​ແໜ້ນ.

ໃນ​ເວລາ​ພົບ​ປະ ​ນາງ ​ໂອ​ກິ ຊິ​ຄາ​ເກ ປະ​ທານ​ສະ​ພາ​ສູງ​ຍີ່​ປຸ່ນ,​ທ່ານ​ຫູ​ຈິນ​ທາວ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງໜ້າ​ຕໍ່ການ​ພົວພັນ​ລະ​ຫວ່າງ​ຈີນ​ຍີ່​ປຸ່ນ​ໃນ​ປັດ​ຈຸ​ບັນ​ທີ່​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ແລະ​ຂະ​ຫຍາຍ​ຕົວ.​ທ່ານ​ກ່າວ​ວ່າ,​ພາຍ​ຫຼັງ​ທ່ານ​ຊິນ​ໂຈ ອາ​ເບ ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ແລ້ວ,ສອງ​ຝ່າຍ​ຈີນ​ຍີ່​ປຸ່ນ​ກໍ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ການ​ຜ່ານ​ຜ່າ​ອຸ​ປະ​ສັກ​ທາງ​ການ​ເມືອງ​ທີ່​ກະ​ທົບ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໄສ,​ໄດ້​ເປີດ​ໜ້າ​ໃໝ່​ແຫ່ງ​ການ​ພົວ​ພັນ​ຈີນ​ຍີ່​ປຸ່ນ.

ທ່ານ​ຫູ​ຈິນ​ທາວ​ກ່າວ​ວ່າ,ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກັບ​ສະ​ພາ​ສູງ​ຍີ່​ປຸ່ນ​ສ້າງ​ກົນ​ໄກ​ແລກ​ປ່ຽນ​ເປັນ​ປະ​ຈຳ​,ອັນ​ໄດ້​ສ້າງ​ເວ​ທີ​ສຳ​ຄັນ​ອັນ​ໃໝ່​ໃຫ້​ແກ່​ການ​ແລກ​ປ່ຽນ​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ​ສອງ​ປະ​ເທດ.

ນາງ​ໂອ​ກິ ຊິ​ຄາ​ເກ ກ່າວ​ວ່າ,​ຍີ່​ປຸ່ນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການ​ພົວ​ພັນ​ຍີ່​ປຸ່ນ​ຈີນ,​ຝ່າຍ​ຍີ່​ປຸ່ນ​ມີ​ເຈດ​ຈຳນົງ​ໃຫ້​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຕື່ມ​ອີກ​ໃນ​ດ້ານ​ການ​ເມືອງ​ແລະ​ເສດ​ຖະ​ກິດ,​ເປີດ​ກວ້າງ​ການ​ຮ່ວມ​ມື​ກັນ,​ຊຸກ​ຍູ້​ການ​ພົວ​ພັນ​ຍີ່​ປຸ່ນຈີນ​ໄປ​ສູ່​ລະດັບ​ສູງ​ກວ່າ​ເກົ່າ,​ສະ​ພາ​ສູງ​ຍີ່​ປຸ່ນ​ພ້ອມ​ດ້ວຍ​ສະ​ມາ​ຊິກ​ສະ​ພາ​ລ້ວນ​ແຕ່​ຍິນ​ດີ​ປະ​ກອບ​ສ່ວນ​ເພື່ອ​ເລື່ອງ​ນີ້.