|
|
(GMT+08:00)
2006-10-17 20:52:11
|
|
ວິລະກຳຂອງນັກຮົບຍິງໃນການເດີນທັບທາງໄກ
cri
Author: lm
ເມື່ອ70ປີກ່ອນ,ເພື່ອຕໍ່ສູ້ຕ້ານຍີ່ປຸ່ນຜູ້ຮຸກຮານ,ຫຼີກລຽງສົງຄາມກາງເມືອງລະຫວ່າງກຳລັງທະຫານພາຍໃນປະເທດ,ພັກກອມມູນິດຈີນໄດ້ນຳພາກອງທັບແດງເຄື່ອນທັບຍຸດທະສາດຈາກພາກຕາເວັນຕົກສຽງໃຕ້ໄປສູ່ພາກຕາເວັນຕົກສຽງເໜືອພາຍໃນໄລຍະ2ປີ,ໄລຍະທາງທັງໝົດ1ໝື່ນ2ພັນກວ່າກິໂລແມັດ.ໃນ ການເດີນທັບທາງໄກທີ່ໄດ້ປ່ຽນແປງຊະຕາກຳຂອງປະຊາຊາດຈີນນີ້,ມີນັກຮົບຍິງບໍ່ໜ້ອຍ.
ພູຫິມະແລະທົ່ງຫຍ້າ,ແມ່ນໄລຍະທາງທີ່ຫຍຸ້ງຍາກກວ່າໝູ່ໃນການເດີນທັບທາງໄກຂອງກອງທັບແດງ.ນັກຮົບເກົ່າກອງທັບແດງຫວນຄືນວ່າ,ໃນເວລານັ້ນ,ພວກເພິ່ນລຸກຍ່າງແຕ່ຂ້ອນແຈ້ງຈົນຟ້າມືດກໍແມ່ນເລື່ອງທຳມະດາ,ບາງເທື່ອມື້ໜຶ່ງຄືນໜຶ່ງຕ້ອງຍ່າງເຖິງ90ກິໂລແມັດ.
ນາງລິວທ່ຽນອິ້ວກໍແມ່ນນັກຮົບເກົ່າຂອງກອງທັບແດງຜູ້ໜຶ່ງ,ປີນີ້ອາຍຸ93ປີແລ້ວ,ເພິ່ນເວົ້າວ່າ,ຢູ່ເທິງພູຫິມະ,ແສງສະທ້ອນຈາກຫິນມະແຈ້ງຫຼາຍແລບຕາຈົນມືນຕາບໍ່ໄດ້.
ເມື່ອຂຶ້ນພູຫິມະແລ້ວ,ຢູ່ເບິ່ງລົງໄປທາງລຸ່ມທົ່ວທີບ,ຖ້າເບິ່ງລົງທາງລຸ່ມກໍຈະກິ້ງລົງໄປໂລດ,ແລ້ວຫາຍສາບສູນໄປເລີຍ,ທາງຢູ່ແຫ່ງນັ້ນແຄບທີ່ສຸດ.
ໃນການເດີນທັບທາງໄກ,ຄວາມຢູ່ລອດກັບຄວາມການຕາຍ,ແມ່ນເລື່ອງທີ່ເກີດຂຶ້ນໄດ້ທຸກວິນາທີ.ຍ້ອນການເຄື່ອນທັບຮີບດ່ວນຫຼາຍ,ນັກຮົບຍິງກໍຄືກັນກັບນັກຮົບຊາຍ, ສ່ວນຫຼາຍບໍ່ມີເວລາສວ່າຍໜ້າ,ບໍ່ໄດ້ອາບນ້ຳ, ແກ້ເສື້ອນອນກໍບໍ່ໄດ້,ຢູ່ຕາມເຮືອນ ກອງຫຍ້າແລະຢູ່ກາງແຈ້ງ,ບ່ອນໃດກໍນອນໄດ້ໝົດ.
ການເດີນທັບທີ່ລຳບາກ,ນັບທາງຄວາມທໍລະມານທາງຮ່າງກາຍແລະຈິດໃຈ,ເວົ້າສຳລັບຄົນທຳມະດາແລ້ວ,ຄວາມທຸກທໍລະມານແຮງປານນີ້ຖືເປັນການທົດສອບທີ່ຍາກລຳບາກທີ່ສຸດ.ຄັນຊັ້ນ,ເປັນຫຍັງແມ່ຍິງຈີນຈຶ່ງປະຖິ້ມການບົວລະບັດຜົວສິດສອນລູກທີ່ເປັນໜ້າທີ່ສຳຄັນຂອງຕົນໃນຄອບຄົວແລະຄວາມມ່ວນຊື່ນໃນຊີວິດຂອງຕົນເອງ,ແລ້ວອອກໄປເຂົ້າຮ່ວມການເດີນທັບທາງໄກຢ່າງບໍ່ຢ້ານກົວ ຕໍ່ຄວາມຫຍຸ້ງຍາກໃດໆ?ໃນເວລາໃຫ້ສຳພາດ,ນົກຮົບເກົ່າເພດຍິງເຫຼົ່ານີ້ບອກນັກຂ່າວວ່າ,ກໍຍ້ອນບໍ່ຢາກໃຫ້ຕົນເອງແລະຍາດຕິພີ່ນ້ອງຖືກກົດຂີ່ຂູດຮີດອີກ,ເພື່ອບໍ່ໃຫ້ຈີນຕົກຢູ່ໃນສະພາບສົງຄາມກາງເມືອງ,ແລະເພື່ອໃຫ້ປະເທດຊາດຂອງຕົນຫຼຸດພົ້ນອອກຈາກການຮຸກຮານຂອງຍີ່ປຸ່ນ,ສະນັ້ນ,ພວກເພິ່ນຈຶ່ງໄດ້ເລືອກເອົາການເດີນທັບທາງໄກທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກແລະອັນຕະລາຍ. ໃນການເດີນທັບ,ນັກຮົບຍິງອົງອາດກ້າຫານທີ່ສຸດ.ນາງວາງຊວນຢວນ ຜູ້ເຄີຍເປັນນາຍພັນຂອງກອງພັນເອກະລາດ ນັກຮົບເພດຍິງໃນການເດີນທັບທາງໄກເວົ້າວ່າ,ເພື່ອຫຼອກລໍ້ສັດຕູ,ທັງນາຍແລະພົນທະຫານຂອງກອງພັນພວກນາງໄດ້ຕັດຜົມສັ້ນ,ແຕ່ງຕົວເປັນຜູ້ຊາຍໝົດທຸກຄົນ,ລູກປືນຍິງໝົດແລ້ວ,ກໍໂຍນກ້ອນຫີນໃສ່ສັດຕູ,ເມື່ອຮອດເວລາທີ່ກອງທະຫານກຳລັງຫຼວງແຫກວົງປິດລ້ອມອອກມາໄດ້ນັ້ນແລ້ວ,ກອງພັນເອກະລາດເພດຍິງທີ່ມີ1300ກວ່າຄົນໃນເມື່ອກ່ອນເຫຼືອບໍ່ຮອດ300ຄົນ.
ນາງລິວທ່ຽນອິ້ວບອກນັກຂ່າວວ່າ,ໃນຄາວນັ້ນ,ທຸກຄົນມີຄວາມຄິດທີ່ເຂັ້ມ ແຂງທີ່ສຸດຄື"ຕ້ອງມີຊີວິດຢູ່ຕໍ່ໄປເພື່ອຈະໄດ້ເຫັນວັນທີ່ໄດ້ຮັບໄຊຊະນະ.ນາງເວົ້າວ່າ,
ໃນເວລານັ້ນ,ພວກເຮົາກິນໝີ່ກໍຄືກິນນ້ຳຕົ້ມໝີ່,ຍັງເອົາໃບຜັກປ່າ,ຕົ້ມໃສ່ກັບນ້ຳໝີ່.
ເຖິງວ່າຂາດເຂີນເຄື່ອງນຸ່ງຂອງກິນ,ແຕ່ນີ້ກໍບໍ່ໄດ້ບັ່ນທອນຈິດໃຈ່ເຂັ້ມແຂງຂອງນັກຮົບຍິງກອງທັບແດງເພື່ອຊ່ວຍກັນກ້າວໄປໜ້າ.ປ້າຊູ່ລີ້ໄດ້ເຂົ້າຮ່ວມການເດີນທັບທາງໄກໃນເວລາພຽງແຕ່9ປີ,ເພິ່ນເລົ່າຄືນວ່າ,ມີເທື່ອໜຶ່ງ,ເພິ່ນຫິວຈົນທົນບໍ່ໄດ້,ກ່ອນໄປຮອດຄ້າຍ,ເຂົ້າຖົງທາງຂອງເພິ່ນກໍກິນໝົດແລ້ວ.ມີເອື້ອຍຜູ່ໜຶ່ງ ເຫັນແລ້ວກໍເລີຍເອົາເຂົ້າແປ້ງຂົ້ວຂອງຕົນວາງໃສ່ມືຂອງນາງຊູ່ລີ້,ນັກຮົບຜູ້ອື່ນໆກໍແບ່ງປັນໃຫ້ຄົນລະເລັກລະໜ້ອຍ,ບໍ່ພໍຄາວຖ້ວຍເຂົ້າຂອງນາງຊູ່ລີ້ກໍເຕັມອີກ.
ໃນເວລາເຂົ້າຮ່ວມການເດີນທັບທາງໄກ,ນັກຮົບຍິງຫຼາຍໆຄົນອາຍຸພຽງແຕ່ປະມານ20ປີເທົ່ານັ້ນ,ໃນເວລາຍັງສາວປານນີ້,ຍັງຕ້ອງເດີນທັບຜ່ານຊີວິດສູ້ລົບທີ່ລຳບາກທີ່ສຸດແລ້ວ.ສິ່ງທີ່ຄ້ຳຊູພວກເພິ່ນສຳເລັດການເດີນທັບທາງໄກທີ່ແສນລຳບາກຍາກເຂັນນັ້ນ,ກໍແມ່ນຍ້ອນມີຄວາມເຂັ້ມແຂງເດັດດ່ຽວທັງກາຍແລະໃຈ.ແມ່ເຖົ້າວາງຕິ້ງກົວ ນັກຮົບເກົ່າເວົ້າວ່າ,ເຖິງວ່າການເດີນທັບທາງໄກລຳບາກຍາກເຂັນຫຼາຍກໍຕາມ,ແຕ່ກໍມີຄວາມເບີກບານມ່ວນຊື່ນ.
ໃນເຮືອນທຳມະດາຫຼັງໜຶ່ງຢູ່ປັກກິ່ງ,ນັກຂ່າວໄດ້ພົບແມ່ເຖົ້າວາງຕິ້ງກົວ,ເພິ່ນອາຍຸ95ປີແລ້ວ.ແມ່ເຖົ້າສຸຂະພາບແຂງແຮງ,ຈິດໃຈສົດຊື່ນ,ຈາກສາຍຕາຂອງເພິ່ນທີ່ໄດ້ຜ່ານປະສົບການມາຢ່າງຫຼວງຫຼາຍສະແດງໃຫ້ເຫັນຄວາມໝັ້ນໜຽວທຸ່ນທ່ຽງແລະອາລົມອັນສະຫງົບງຽບ.ເພິ່ນເວົ້າວ່າ,ໃນໄລຍະເດີນທັບທາງໄກ,ສຽງເພງມ່ວນຊື່ນກໍມີຢູ່ບໍ່ຂາດ.ຈົນຮອດປະຈຸບັນ,ເພິ່ນຍັງມັກຮ້ອງເພງໃນຄາວເດີນທັບທາງໄກ.
ເພິ່ນເວົ້າວ່າ,ເມື່ອເລີ່ມເດີນທັບທາງໄກບໍ່ດົນ,ເພິ່ນກໍຖືກສັບຊ້ອນໃຫ້ໄປເຮັດຢູ່ກອງລະຄອນກອງໜຶ່ງຂອງກອງທັບແດງ.ເພິ່ນເປັນຄົນມັກຮ້ອງເພງແລະມັກຟ້ອນ,ໃນກອງລະຄອນເພິ່ນເປັນຜູ້ຮັບຜິດຊອບເຄື່ອງສະແດງແລະເຄື່ອງນຸ່ງ.ໃນຄາວນັ້ນ,ສິ່ງອຳນວຍຄວາມສະດວກຂອງກອງລະຄອນຫຼ້າຫຼັງທີ່ສຸດ,ນາງວາງຕິ້ງກົວໄດ້ຊອກຫຼາຍວິທີເພື່ອແກ້ໄຂ,ເຊັ່ນວ່າ:ບໍ່ມີອຸປະກອນສະແດງ,ເພິ່ນກໍໄປຢືມເຄື່ອງນຸ່ງແລະໂຕະຕັ່ງຢູ່ເຮືອນຂອງຊາວບ້ານ,ບໍ່ມີເຄື່ອງແຕ່ງໜ້າ,ເພິ່ນກໍໃຊ້ນ້ຳໝຶກແຕ້ມຄີ້ວໃຫ້ນັກສະແດງ.ດັ່ງນັ້ນ,ເມື່ອກອງລະຄອນໄປຮອດບ່ອນໃດ,ສຽງຫົວແລະສຽງເພງກໍໄປຮອດູບ່ອນນັ້ນໂລດ.ເພິ່ນເວົ້າວ່າ,ການສະແດງຂອງກອງລະຄອນເຊິ່ງລວມທັງລະຄອນຮ້ອງ ລະຄອນເວົ້າແລະລາຍການສະແດງສິລະປະ,ລ້ວນແຕ່ໄດ້ກາຍເປັນສິ່ງທີ່ເຊີດຊູກຳລັງໃຈຂອງນັກຮົບທັງຫຼາຍ.ແມ່ເຖົ້າວາງດິ້ງກົວເວົ້າວ່າ,
ຕັດສິນໃຈເຂົ້າຮ່ວມການປະຕິວັດ,ຈົງຮັກພັກດີເດີນໄປນຳພັກ,ຂຶ້ນພູລົງຫ້ວຍກໍບໍ່ຢ້ານຫຍັງໝົດ,ສຽງເພງດັງກ້ອງຕະຫຼອດທາງເດີນທັບ.
ທ່ານຮາຣີຊັນ ຊາລີສບຸຣີ ນັກຂ່າວອາເມລິກາເຄີຍຂຽນປຶ້ມເຫຼັ້ມໜຶ່ງທີ່ມີຊື່ສຽງ ຄື ການເດີນທັບທາງໄກ ເລົ່າເລື່ອງທີ່ບໍ່ເຄີຍໄດ້ຍີນມາກ່ອນ,ໃນປຶ້ມນີ້,ເພິ່ນໄດ້ພັນລະນານັກຮົບຍິງຂອງກອງທັບແດງຜູ້ໜຶ່ງ"ທີ່ໜ້າຕາສວຍງາມແດງປ່ອຍລ່ອຍຄືໝາກຫຼອດສຸກ.ເຖິງວ່ານາງງາມໜ້າຮັກຄືແນວນັ້ນ,ແຕ່ຈິດໃຈພັດເດັດດ່ຽວທີ່ສຸດ.ນ້ຳໃຈເດັດດ່ຽວໝັ້ນໜຽວບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກແລະຊ່ວຍເຫຼືອກັນກ້າວໄປນີ້,ໄດ້ເປັນມູນເຊື້ອອັນດີງາມຈົນມາຮອດປະຈຸບັນທີ່ເປັນແມ່ແຮງອັນສຳຄັນຊຸກຍູ້ໃຫ້ຊາວຈີນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກຕ່າງໆນາໆເພື່ອກ້າວຂຶ້ນ.
|
|
|