ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-18 18:46:51    
ໂຄງການ​ຄວາມ​ຫວັງ​ຂອງ​ຈີນ​​ອອກ​ເງິນ​ຊ່ອຍ​ເຫຼືອ​ນັກ​ຮຽນ​ຜູ່​ທຸກ​ຍາກ​ເກືອບ 2 ລ້ານ 9 ​ແສນ​ຄົນ

cri Author: lm

ຕາມຂ່າວ CRI: ​ໂຄງການ​ຄວາມ​ຫວັງ​ຂອງ​ຈີນມີ​ວັດຖຸ​ປະສົງ​ອອກ​ເງິນຊ່ອຍ​ເຫຼືອ​ຊາວ​ໜຸ່ມ​ເຍົາ​ວະ​ຊົນທີ່​ຄອບຄົວ​ທຸກ​ຍາກນັ້ນ​ສຳ​ເລັດການ​ຮຽນ​ໄດ້​ປະຕິບັດ​ເປັນ​ເວລາ​ 17 ປີ​​ແລ້ວ, ​ໄດ້​ລະ​ດົມ​ທຶນ 3 ຕື້​ຢວນ, ຊ່ອຍ​ເຫຼືອນັກຮຽນ​ຜູ່ທຸກ​ຍາກ​ເກືອບ 2 ລ້ານ 9 ​ແສນ​ຄົນ.

ນັກ​ຂ່າວ​ໄດ້​ຮູ້​ຂ່າວ​ດັ່ງກ່າວ​ຈາກ​ມູນ​ນິທິ​ພັດທະນາ​ຊາວ​ໜຸ່ມ​ເຍົາວະ​ຊົນ​ຂອງ​ຈີນ​ໃນ​ວັນ​ທີ 18 ຕຸ​ລາ.

​ໂຄງການ​ຄວາມ​ຫວັງ​ແມ່ນ​ມູນ​ນິທິ​ພັດທະນາ​ຊາວ​ໜຸ່ມ​ເຍົາວະ​ຊົນ​ຂອງ​ຈີນ​ລິ​ເລີ່ມ​ປະ​ຕິ​ບັດ​ເມື່ອ​ປີ 1989. ນັບ​ມາ​ຮອດ​ປັດຈຸບັນ, ​ໂຄງການ​ດັ່ງກ່າວ​ໄດ້​ຊ່ອ​ຍ​ສ້າງ​ໂຮງ​ຮຽນ​ປະ​ຖົມ 1 ໝື່ນ 2559 ​ແຫ່ງ, ອົບຮົມ​ຄູ​ສອນ​ໃນ​ໂຮງຮຽນ​ປະຖົມ​ຊົນນະບົດ 3 ໝື່ນ​ກວ່າ​ຄົນ, ​ໄດ້​ປະ​ກອບ​ສ່ວນ​ອັນ​ມະ​ຫາ​ສານ​ເຂົ້າ​ໃນການ​ພັດທະນາ​ພາລະກິດ​ການ​ສຶກສາ​ພື້ນ​ຖານ​ຂອງ​ເຂດ​ທຸກ​ຍາກ​ຂອງ​ຈີນ.