ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-18 20:36:19    
ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ,​ຈີນ​ໄດ້​ກາຍ​ເປັນ​ຜູ້​ນຳ​ໜ້າ​ຂອງ​ການ​ຮ່ວມ​ມື​ໃຕ້​ໃຕ້

cri Author: shuo
ຕາມ​ຂ່າວ​ສານ​ຊິນ​ຮວາ:​ວັນ​ທີ18​ຕຸລາ,ຢູ່​ທີ່​ຊຽງ​ໄຮ້,ທ່ານ​ອານ​ວາ​ລູນ ​ຊາວ​ດູ​ຣີ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ,​ຈີນ​ໄດ້​ກາຍ​ເປັນ​ຜູ້​ນຳ​ໜ້າ​ຂອງ​ການ​ຮ່ວມ​ມື​ໃຕ້​​ໃຕ້,​ແລະ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ຊີ້​ຂາດ​ໃນ​ການ​ຊຸກ​ຍູ້​​ໃຫ້​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ພັດ​ທະ​ນາ​​ແບ​ບຍືນ​ຍົງ​ຢ່າງ​ຮອບ​ດ້ານ.

ທ່ານຊາວດູຣີ​ໄດ້​​ໃຫ້​ຄຳ​ເວົ້າ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ​6​ຂອງ​ເວ​ທີ​ປາ​ໄສ​ການ​ຫັນ​ເປັນ​ແບບ​ຂໍ້​ມູນ​ຂ່າວ​ສານ​ຂອງ​ຕົວ​ເມືອງ​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ​ທີ່​ໄຂ​ຂຶ້ນ​ໃນ​ມື້​ນີ້.​ທ່ານ​ເວົ້າ​ວ່າ,​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຈີນ​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່​ຫຼວງ​ໃນ10​ປີ​ທີ່​ຜ່ານ​ມາ,​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​​ເປັນ​ແບບ​ຢ່າງ​ໃຫ້​ປະ​ເທດ​ໃຕ້​ອື່ນໆ;​ນອກ​ນີ້,​ຈີນ​ຍັງ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ແບ່ງ​ປັນ​ແລະ​ແລກ​ປ່ຽນ​ບົດ​ຮຽນ​ການ​ພັດ​ທະ​ນາ​ອັນ​ລ້ຳ​ຄ່າ​ຂອງ​ຕົນ​ກັບ​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນ,​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ພ້ອມ​ກັນ,​ແລະ​ຫຼຸດ​ຄວາມ​ຜິດ​ໂຕນ​ກັນ​ລະ​ຫວ່າງ​ເໜືອ​ໃຕ້​ໃຫ້​ໜ້ອຍ​ລົງ.

ກອງ​ປະຊຸມ​ປະຈຳ​ປີ​ຂອງ​ເວທີ​ປາ​ໄສ​ການ​ຫັນ​ເປັນ​ແບບ​ຂໍ້​ມູນ​ຂ່າວ​ສານ​ຂອງ​ຕົວ​ເມືອງ​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ​ "ລົບ​ລ້າງ​ຮອຍ​ແຕກ​ດ້ານ​ຕົວ​ເລກ​".​ທ່ານ​ຊາວ​ດູຣີ​ເຫັນ​ວ່າ,​ປະ​ເທດ​ພວມ​ພັດ​ທະ​ນາ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ແລະ​ພະ​ຍາ​ຍາມ​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ສັງ​ຄົມ​ຂໍ້​ມູນ​ຂ່າວ​ສານ​ຂອງ​ໂລກ.