ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-18 20:49:15    
ຊາວ​ເຜົ່າຣັດ​ເຊຍ​ທີ່​ຢູ່​ແຄມ​ຝັ່ງ​ແມ່​ນ້ຳ​ເອີ​ ​ກູນາ

cri

ນ້ຳ​ເອີ​​ກູນາ​ໄຫຼ​ກ້ຽວ​ ​ຢູ່​ສົ້ນ​​ເໜືອ​ຂອງ​ດິນ​ແດນ​ຈີນ.ຝັ່ງ​ເໜືອ​ແມ່ນ​ບ້ານ​ຣັດ​ເຊຍ​ທີ່​ງຽບ​ສະ​ຫງົບ.ຕອນ​ແລງ​ມື້ໜຶ່ງ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ,​ເມກ​ສີ​ແດງ​ຢູ່​ຂອບ​ຟ້າຍາມ​ຕາ​ເວັນ​ຄ້ອຍ​ຄ່ຳ​ໄດ້​ຍ້ອມ​​ເດີ່ນ​ຫ້າ​ແລະ​ປ່າ​ໄມ້​ທີ່​ຢູ່​ອ້ອມ​ແອ້​ມບ້ານ​ໃຫ້​ກາຍ​ເປັນ​ສີ​ແດງ,ພວກ​ເຮົາ​ໄປ​ຮອດ ຊື​ເວີຍຕົວ ​ເມືອງ​ນ້ອຍ​ສວຍ​ງາມ​ແຫ່ງ​ໜຶ່ງ​ທີ່​ຢູ່​ຝັ່ງ​ໃຕ້​ແມ່​ນ້ຳ​ເອີ​ ​ກູນາ.​ແຫ່ງ​ນີ້​ກໍ​​ແມ່ນຕົວ​ເມືອງ​ນ້ອຍ​ແຫ່ງ​ໜຶ່ງ​ທີ່​ມີ​ຊາວ​ເຜົ່າຣັດ​ເຊຍ ​ຂອງ​ຈີນ.

  ຊື​ເວີຍ​ບໍ່​ໃຫຍ່​ປານ​ໃດ,ຢູ່​ໃສ​ກໍ​ຈະ​ໄດ້​ເຫັນ​ດອກ​ໄມ້ ​ເຮັດ​ໃຫ້​ຄົນ​ຮູ້ສຶກ​ສະ​ບາຍ​ຕາ​ສະບາຍ​ໃຈ,ກໍ​​ເໝືອນ​ດັ່ງນ້ຳ​ເອີ​ກູນາ​ທີ່​ໄຫຼຢ່າງ​ມິດ​ງຽບ​.ຍ່າງ​ຕາມ​ທາງ​ນ້ອຍ​​ໃນ​ບ້ານ,​ເຮືອນ​ຢູ່​ແບບຣັດ​ເຊຍ​ທີ່​ລ້ອມ​ດ້ວຍ​ຮົ້ວ​ໄມ້​ເບີ​ສຄ່ອຍໆປະກົດ​ສູ່​ສາຍຕາ​ພວກ​ເຮົາ,​​​ໃນ​ທີ່​ສຸດ​ກໍ​ມາ​ຮອດເຮືອນ​ຂອງປ້າ​ໂຕ​​ເນຍ.

​ເພິ່ນໄດ້​ຕ້ອນຮັບ​ພວກ​ເຮົາ​ດ້ວຍ​ຄວາມ​ອົບ​ອຸ່ນ,​ປ້າ​ໂຕ​ເນຍອາຍຸ50​ກວ່າ​ປີ,ມີໜ້າ​ຕາ​ຄື​ກັນ​ກັບ​ຊາວຣັດ​ເຊຍ,​ແຕ່​ພັດ​ປາກ​ພາສາ​ຈີນ​ສຳນຽງພາກ​ຕາ​ເວັນ​ອອກສຽງ​​ເໜືອອ້ອຍ​ຕ້ອຍ.ຄວາມ​ຜິດ​ໂຕນ​ກັນ​ຢ່າງ​ໃຫຍ່​ລະຫວ່າງ​​ໂສມ​ໜ້າ​ກັບ​ພາສາ​ປາກ​ເວົ້າ​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກສະນະດ້ານ​ຊົນ​ເຜົ່າ​ອັນ​ພິ​ເສດ.ປ້າ​​ໂຕ​ເນຍ​ແມ່ນ​ຊາວ​ເຜົ່າຣັດ​ເຊຍ,​ເຜົ່າຣັດ​ເຊຍ​ແມ່ນ​ຊົນ​ເຜົ່າ​ໜຶ່ງ​ທີ່​ມີ​ປະຊາກອນ​ໜ້ອຍ​ຂອງ​ຈີນ,ມີ​ພຽງ​ໝື່ນ​ກວ່າ​ຄົນ​ເທົ່າ​ນັ້ນ,ສ່ວນ​ຫຼາຍ​ແຈກ​ຢາຍ​ຢູ່​ເຂດ​ປົກຄອງ​ຕົນ​ເອງ​ຊິນ​ຈ່ຽງ​ເຜົ່າ​ອຸຍ​ອູ​ແລະ​ເຂດ​ປົກຄອງ​ຕົນ​ເອງ​ມົງ​ໂກ​​ໃນ​ທີ່​ບ້ານ​ຂອງ​ປ້າ​ໂຕ​ເນຍຕັ້ງ​ຢູ່​ນັ້ນ.

​ຢູ່​ຊື​ເວີຍ,ຊາວ​ເຜົ່າຣັດ​ເຊຍ​ ໄດ້​ກວມ​ອັດຕາ​ຫຼາຍ​ສົມຄວນ.​ໃນ​ໄລຍະ​ຍາວ​ນານ​ມາ​ນີ້,ປະຊາຊົນ​ສອງ​ຊາດ​ຈີນຣັດ​ເຊຍ​ທີ່​ດຳລົງ​ຊີວິດ​ຢູ່​ເຂດ​ຊາຍ​ແດນ​​ໄປມາຫາ​ສູ່​ກັນ​ຢ່າງ​ເປັນ​ປົກກະຕິ.ຊາວຣັດ​ເຊຍ​ຈຳນວນ​ໜຶ່ງ​​ແຕ່ງງານ​ກັບ​ຄົນ​ຈີນ,​ແລະ​ຕັ້ງ​ຖິ່ນ​ຖານ​ຢູ່​ຈີນ,​ແລ້ວ​ຄ່ອຍໆ​ຜັນ​ປ່ຽນ​ເປັນ​ເຜົ່າຣັດ​ເຊຍ​ຂອງ​ຈີນ.​ເຜົ່າຣັດ​ເຊຍ​ ໃຊ້​ພາສາ​ຈີນ​ແລະ​ຕົວ​ໜັງສື​ຈີນ​ໄດ້​ຢ່າງ​ຊຳນິ​ຊຳນານ,​ແລະ​ໄດ້​ຮັບ​ຜົນ​ສະທ້ອນ​ຢ່າງ​ເລິກເຊິ່ງຈາກ​ສັງຄົມ​ແລະ​ວັດທະນະທຳ​ຈີນ,ມີ​ຄວາມຕ່າງ​ກັນ​ຫຼາຍ​ກັບຊາວຣັດ​ເຊຍ​ທີ່​ຢູ່​ປະ​ເທດຣັດ​ເຊຍ.​ແຕ່​ວ່າ,ພວກ​ເຂົາ​ເຈົ້າ​ກໍ​ໄດ້​ມີ​​ຈຸດ​ພິ​ເສດ​ດ້ານ​ໜ້າ​ຕາ​ແລະ​ຍັງຮັກສາຮີດຄອງ​ປະ​ເພນີບາງ​ຢ່າງຂອງ​ຊາວຣັດ​ເຊຍ​ໄວ້​.

  ຍ່າ​ແລະ​ແມ່​ເຖົ້າ​ຂອງ​ປ້າ​ໂຕ​ເນຍ​ແມ່ນ​ຄົນຣັດ​ເຊຍ,ປູ່​ແລະ​ພໍ່​ເຖົ້າ​ແມ່ນ​ຄົນ​ຈີນ.​ເຮືອນ​ຂອງ​ປ້າ​ໂຕ​ເນຍມີ​ເອກະລັກຣັດ​ເຊຍ​ອັນ​​ເຂັ້ມ​ຂຸ້ນ.​ໃນ​ເຮືອນ​ໄມ້​ທີ່​ງາມ​ແບບ​ບູຮານ,ການຈັດ​ວາງ​ແລະ​ຕົບ​ແຕ່ງ​ໃນ​ເຮືອນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຈຸດ​ພິ​ເສດ​ຂອງຣັດ​ເຊຍ.ຢູ່​ເທິງ​ໂຕ​ະຮູບ​ສີ່​ຫຼ່ຽມຍາວ​ໄດ້​ວາງ​ຖານ​ຕັ້ງ​ທຽນ​ແບບຣັດ​ເຊຍ,ຢູ່​ເທິງ​ຝາ​ທີ່​ປະດັບ​ລວດລາຍ​ທີ່​ສວຍ​ງາມ​ໄດ້​ແຂວນ​ຮູບ​ຖ່າຍ​ລວມໝົດ​ຄອບຄົວ​.ຢູ່​​ເທິງຂອບ​ກ້ອງປ່ອງຢ້ຽມ,ດອກ​ໄມ້​ທີ່​ບໍ່​ຮູ້​ຊື່​ຫຼາຍ​​ໂຖ​ສະດຸດ​ຕາ​ທີ່​ສຸດ​ໃນ​ຍາມ​ກາງ​ຄືນ. ​ປ້າ​ໂຕ​ເນຍໄດ້​ປະດັບ​ປະດາ​ຕົບ​ແຕ່ງ​ໃຫ້​ເຮືອນ​ຂອງ​ຕົນ​ສວຍ​ງາມ​ປານີດ​ທີ່​ສຸດ.

​ໃນ​ຕົ້ນ​ເດືອນ​ກໍລະກົດປີ​ນີ້,ປ້າ​ໂຕ​ເນຍ​ໄດ້​ເຮັດ ​ທຸລະ​ກິດ​ທ່ອງ​ທ່ຽວ​ຢູ່​ໃນ​ເຮືອນຕົນ.​ໃນ​ເວລາ​ພຽງ​ສອງ​ເດືອນ,​ເຮືອນ​ນ້ອຍ​ທີ່​ອົບ​ອຸ່ນ​ ​ນີ້​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ200​ກວ່າ​ຄົນ,ປ້າ​ໂຕ​ເນ​ຍກໍ​ໄດ້​​ເງິນ2​ໝື່ນ​ກວ່າຢວນ.ການ​​ເລີ່ມຕົ້ນ​ທີ່​ດີ​ເຮັດ​ໃຫ້​ປ້າ​ ​ເຕັມ​ໄປ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຕໍ່​ອະນາຄົດ:
 "ຂ້ອຍ​​ເຫັນ​ວ່າ​ອະນາຄົດ​​ແມ່ນ​ດີ​ຢູ່,ປີໜ້າ​ຈະດີກ​ວ່າ​ປີ​ນີ້,ຂ້ອຍ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ.ປີ​ນີ້,ຂ້ອຍແມ່ນ​​ເຮັດ​ທຸລະ​ກິດ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ນຳ​ຫຼັງ​ໝູ່​ໃນ​ບ້ານ​ເຮົາ,​ແຕ່​ກໍ​ມີ​ລາຍ​ໄດ້​ດີ​ສົມຄວນ."

 ຕັ້ງ​ແຕ່​ຕົວເມືອງນ້ອຍ​ຊື​ເວີຍ​ຖືກ​ໂທລະພາບ​ສູນ​ກາງ ​ເຊິ່ງ​ເປັນ​ໂທລະພາບ​ແຫ່ງ​ຊາດ​ຈີນ​ປະ​ກວດ​ເປັນຕົວ​ເມືອງ​ນ້ອຍ​ສະ​ເໜ່ຂອງ​ຈີນ​ໃນ​ປີ2005​ມາ​ນີ້.​ບ້ານທີ່​ຢູ່​ເຂດ​ຊາຍ​ແດນ​ຈີນຣັດ​ເຊຍ​ແຫ່ງ​ນີ້​ໄດ້​ດຶງ​ດູດ​ຊາວ​ຈີນ​ແຕ່​ເໜືອຕະຫຼອດ​ໃຕ້​ໂດຍ​ອາ​​ໄສ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ​ແລະ​ຮີ​ດຄອງ​ປະ​ເພນີ​ຊົນ​ເຜົ່າ​ທີ່​ມີ​ເອກ​ະລັກສະ​ເພາະ.ທ່ານ​ຈ້າ​ນ​ເຄີ​ເສິງ ຮອງ​ນາຍບ້ານ​ບອກ​ນັກ​ຂ່າວ​ວ່າ:ປັດ​ຈຸ​ບັນ,ຊາວ​ບ້ານ​ເຮົາ​ທີ່​ເຮັດ​ທຸລະ​ກິດທ່ອງທ່ຽວນັບ​ມື້​ນັບ​ຫຼາຍຂຶ້ນ​:

 "ເພື່ອ​ໃຫ້​ຊາວ​ເຜົ່າຣັດ​ເຊຍ​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ​ແລ້ວ​ຮັ່ງ​ມື​ຂຶ້ນ​ໂດຍ​ໄວ,ທາງ​ບ້ານ​ໄດ້​ອອກທຶນ​ຊ່ອຍ​ເຫຼືອ​ເຂົາ​ເຈົ້າ​ພັດທະນາ​ເສດຖະກິດ,​ເມື່ອ​ເບິ່ງ​ຈາກ​ສະພາບ​ການ​ໃນ​ປີ​ນີ້​ແລ້ວ​ເຫັນ​ວ່າ,​ນັບ​ມາ​ຮອດ​ປັດ​ຈຸ​ບັນ,ຫຼາຍຄອບຄົວ​ໄດ້ຜົນ​ກຳ​ໄລສູງ​ເຖິງ6​ໝື່ນ,7ໝື່ນ​ຢວນຫຼືແສນ​ຢວນກໍ​ມີ."
ກ່ອນ​ພັດທະນາ​ການທ່ອງທ່ຽວ,​ຕົວເມືອງ​ນ້ອຍຊື​ເວີຍ​ທຸກ​ຍາກ​ຫຼາຍ,ລາຍ​ໄດ້​ສະ​ເລ່ຍຕາມ​ຫົວ​ຄົນ​ມີ​ແຕ່​ບໍ່​ເທົ່າ​ໃດ​ຮ້ອຍ​ຢວນຕໍ່​ປີ.ຕັ້ງ​ແຕ່​ຊາວບ້ານພັດທະນາ​ການທ່ອງທ່ຽວ​ຕາມ​ເງື່ອນ​ໄຂ​ຂອງ​ຕົນໃນ​ປີ2004​ມາ​ນີ້,ສະພາບ​​ເສດຖະກິດ​ຂອງ​​ເຂົາ​ເຈົ້າ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ.

 ​ແມ່​ເຖົ້າ​ລີ​ນາ ​ແມ່​ຂອງ​ປ້າ​ໂຕ​ເນຍ ປີ​ນີ້​ອາຍຸ80​ກວ່າປີ​ແລ້ວ,​ເວົ້າ​ສຳລັບ​ແມ່​ເຖົ້າ​ແລ້ວ,ພວກ​ລູກ​ຫຼານມີ​ຊີວິດ ​ດີ​, ​​ແມ່​ເຖົ້າ​ກໍ​ຮູ້ສຶກ​ວ່າ​ມີຄວາມສຸກ​ທີ່​ສຸດ.

 "ຊູ່​ມື້​ນີ້​ດີ​ຫຼາຍ,ພວກ​ລູກ​ຫຼານ​ໂຊກ​ດີ​ທີ່​ເກີດ​ໃນ​ຍຸກ​ນີ້​ທີ່ຊີວິດ​ການ​ເປັນ​ຢູ່​ດີກ​ວ່າ​ແຕ່​ກ່ອນ​ຫຼາຍ."

 ​ເມື່ອ​ລົມ​ເຖິງ​ຊີວິດ​ອັນດີງາມ​ໃນ​ປັດ​ຈຸ​ບັນ,ປ້າ​ໂຕ​ເນຍກໍມ່ວນ​ໃຈ​ຫຼາຍ.​ເພິ່ນ​ຍັງ​ໄດ້​ຮ້ອງ​ເພງຣັດ​ເຊຍ​ທີ່​ຊື່ວ່າ"ກັດ​ຕູຊາ"ສູ່​ຟັງ.

ຜູ່​ເສບ​ດົນຕີ​ປະສານ​ໃຫ້​ປ້າ​ໂຕ​ເນຍນັ້ນ​ແມ່ນ​ລຸງ​ວາຊິ​ລີ ອ້າຍ​ກົກ​ຂອງ​ປ້າ.ລຸງ​​ເສບ​ອັກ​ກໍ​ດີ​ອົງໄດ້​ດີ​ກວ່າ​ໝູ່​ໃນຕົວ​ເມືອງ​ນ້ອຍຊື​ເວີຍ.ປີ​ກາຍ​ນີ້,ລຸງ​​​ໄດ້ຕາງໜ້າ​ ​ຊື​ເວີຍ​ໄປ​ປັກ​ກິ່ງ​ເຂົ້າ​ຮ່ວມ​ການ​ປະ​ກວດຕົວ​ເມືອງ​ນ້ອຍ​ສະ​ເໜ່ຂອງ​ໂທລະພາບ​ສູງ​ກາງ​ຈີນ.ລຸງຂຶ້ນ​ເວທີ​ໂທລະພາບ​ສູງ​ກາງ​ຈີນ​ເປັນ​ເທື່າທຳ​ອິດ,​ແຕ່​ວ່າການສະ​ແດງອັນ​ພົ້ນ​ເດັ່ນ​ຂອງລູງ​ໄດ້​ຈັບ​ໃຈຜູ່​ຊົມ​ໝົດ​ທຸກ​ຄົນ.

 ການ​ປະ​ກວດ​ຕົວເມືອງ​ນ້ອຍ​ສະ​ເໜ່​ໄດ້​ເຮັດ​ໃຫ້​ ຊື​ເວີຍມີ​ຊື່​ສຽງ​ຂຶ້ນ​ກັບ​ບາດ,​ແລະ​ກໍ​ໄດ້​ພາ​ໃຫ້ມີຜູ່​ທີ່​ຮູ້ຈັກ​ລຸງ​ວາ​ຊີ​ລີ​ຫຼາຍ​ກວ່າ​ເກົ່າ.ປ້າ​ໂຕ​ເນຍບອກ​ນັກ​ຂ່າວ​ວ່າ,ປັດ​ຈຸ​ບັນ,ນັກ​ທ່ອງ​ທ່ຽວ​ຈຳນວນ​ໜຶ່ງ​​​ໄດ້ເດີນທາງ​ມາເພື່ອ​ຟັງ​ການ​ເສບ​ອັກ​ກໍ​ດີ​ອົງຂອງ​ລຸງວາ​ຊີ​ລີ​ໂດຍ​ສະ​ເພາະ.ລູງມີ​ລະດັບ​ວັນນະຄະດີ​ສູງ,​​ເມື່ອ​ດື່ມ​ເຫຼົ້າຍ້ອມ​ໃຈ​​ແລ້ວ,ລຸງກໍ​ໄດ້​ສະ​ແດງ​ການ​ອ່ານ​ກາບ​ກອນ​ອວຍພອນ​​ເວລາ​ຍົກ​ຈອກ​ເຫຼົ້າທີ່​ເພິ່ນ​ແຕ່ງ​​ເອງ​ສູ່​ຟັງ.

ລຸງ​ບອກ​ນັກ​ຂ່າວ​ວ່າ,​ເພິ່ນ​ມັກ​ວັນນະ​ຄະດີ​ຕັ້ງແຕ່​ຍາມ​ຍັງ​ນ້ອຍພຸ້ນ,​ແຕ່​ວ່າ​ຍ້ອນ​ວ່າ​ຄອບຄົວ​ທຸກ​ຍາກ​,ລູງພຽ​ງ​ແຕ່​ຮຽນ​ຈົບ​ຊັ້ນ​ປະຖົມ​ກໍຈຳ​ເປັນ​ເຊົາ​ຮຽນ.

ຊູ່​ມື້​ນີ້,ລູງວາ​ຊີ​ລີ​ໄດ້​ຝາກ​ຄວາມ​ຫວັງຂອງ​ຕົນ​ທີ່​ບໍ່​ໄດ້ບັນລຸ​ຜົນ​ເປັນ​ຈິງ​ໃນ​ເມື່ອ​ກ່ອນ​ນັ້ນ​ໄວ້​ກັບຄົນ​ລຸ້ນຫຼັງ. ລູກ​ຫຼານຂອງລຸງລ້ວນ​ແຕ່​ໄດ້​ຮັບ​ການ​ສຶກສາ​​ໃນ​ລະບົບ​ສາມັນ,​ໃນ​ນັ້ນ,ມີ​ຊາວ​ໜຸ່ມ​ບາງ​ຄົນ​ກໍ​ອາດ​ຈະ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ​ໃນ​ປີໜ້າ.ລູງວາ​ຊີ​ລີບ​ອກວ່າ,ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ມີ​ປະຊາກອນ​ໜ້ອຍ​ຄື​ເຜົ່າຣັດ​ເຊຍຍັງ​ຈະ​ໄດ້​ ​ເສັງ​ເຂົ້າ​ມະຫາວິທະຍາ​ໄລຕາມ​ນະ​ໂຍບາຍ​ພິ​ເສດ​.
 ຕໍ່​ການ​ສຶກສາ​ຂອງ​ຄົນ​ລຸ້ນຫຼັງ,​ປ້າ​ໂຕ​ເນຍກໍ​ມີ​​ແຜນການ​ຂອງ​ຕົນ,​ປ້າ​ບອກ​ນັກ​ຂ່າວ​ວ່າ,​ເພິ່ນ​ຈະຕັ້ງ​ໃຈ​ເຮັດ​ທຸລະ​ກິດທ່ອງທ່ຽວ,ຫາ​ເງິນ​ໃຫ້​ຫຼາຍ​,ຕໍ່​ໜ້າ,ຈະ​ສົ່ງ​ຫຼານ​ສາວ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ.

 ປ້າ​ໂຕ​ເນຍ​ເວົ້າ​ວ່າ,​ເພິ່ນ​ຍັງ​ມີ​ຍາດຕິ​ພີ່ນ້ອງ​ຈຳນວນ​ໜຶ່ງ​ຢູ່ຣັດ​ເຊຍ,ພວກ​ເຂົາ​ເຈົ້າ​ໄດ້​​ຊັກຊວນ​ຫຼາຍ​ເທື່ອ​ໃຫ້​ປ້າ​ຍ້າຍ​ຄອບຄົວ​ໄປ​ພຸ້ນ.​ແຕ່​ວ່າ​ປ້າ​ໂຕ​ເນຍຄິດ​ວ່າ​ຕົວເມືອງນ້ອຍຊື​ເວີຍ​ ​ແມ່ນ​ບ້ານ​ເກີດທີ່​ແທ້​ຈິງ​ຂອງ​ຕົນ.

 "​ແຫ່ງ​ນີ້​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຂ້ອຍ,ຂ້ອຍດຳລົງ​ຊີວິດ​ຢູ່​ແຫ່ງ​ນີ້​ມາແຕ່​ຍາມ​ຍັງ​ນ້ອຍ,ສະ​ນັ້ນ,ຈິ່ງ​ມີ​ຄວາມ​ຜູກ​ພັນ​ກັບ​ບ້ານ​ນີ້​ຫຼາຍ"