ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-18 21:00:40    
ບຸນ​ວັດທະນະທຳ​ຂົງຈື້ສາກົນ​​ເມືອງຊີ​ຟູ​ຈີນ​ປີ 2006

cri


ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ບຸ​ນວັດທະນະທຳ​ຂົງຈື້ສາກົນ​ເມືອງຊີ​ຟູ​ຈີນ​ປີ 2006 ​ແລະສັບປະດາ​ແລກປ່ຽນ​ວັດທະນະທຳ​ຂົງຈື້ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໄດ້​ຈັດ​ຂຶ້ນ​ຢູ່​ບ້ານ​ເກີດ​ຂອງ​ຂົງຈື້.​ໃນ​ເວລາ​ຫນຶ່ງ​ອາທິດ, ອົງການ​ສະ​ຫະປະຊາ​ຊາດ​​ເພື່ອ​ການ​ສຶກສາ ວິທະຍາສາດ​ແລະ​ວັດທະນະທຳ​ຫລື​ອຸຍ​ເນັສ​ໂກແລະ​ພາກສ່ວນ​ທີ່ກ່ຽວຂ້ອງ​ຂອງ​ຈີນ​ໄດ້​ຮ່ວມ​ມື​ກັນ​ຈັດ​ກິດຈະກຳ​ຕ່າງໆ,ລະ​ລຶກນັກ​ປັດ​ສະຍາຜູ່​ນີ້​ຢ່າງ​ຄຶກຄື້ນ.

ປີ​ນີ້​ແມ່ນ​ປີ​ລະ​ລຶກຂົງຈື້ກຳ​ເນີ​ດຄົບຮອບ 2557 ປີ,​​ເມືອງ​ຊີ​ຟູ​ແຂວງ​ຊານ​ຕົງ ບ້ານ​ເກີດ​ຂອງ​ຂົງຈື້ພ້ອມ​ກັບວັດ​ຂົງຈື້ຂອງ​ເມືອງ​ໄຕເປແລະ​ເມືອງ​ຖາ​ຍ ນານ​ຂອງ​​ແຂວງ​​ໄຕ້​ຫວັນ​ຈີນ​ໄດ້​ຈັດ​ພິທີ​ບູຊາ​ຢ່າງ​ໃຫຍ່​ໂຕ​ມະ​ໂຫລານ.ທີ່​ທ່ານ​ຟັງ​ຢູ່​ນີ້​ແມ່ນ​ສຽງ​ຂອງ​ສະຖານ​ທີ່​ຈັດ​ພິທີ​ບູຊາ​ທີ່​ຈັດ​ຂຶ້ນ​ຢູ່​ວັດ​ຂົງຈື້ຂອງ​ເມືອງ​ຊີ​ຟູ​ແຂວງ​ຊານ​ຕົງ.

ບຸນ​ວັດທະນະທຳ​ຂົງຈື້ແລະ​ສັບປະດາ​ແລກປ່ຽນ​ວັດທະນະທຳ​ຂົງຈື້ ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໃນ​ປີ​ນີ້ມີ​ຫົວ​ຂໍ້​ຫລັກ​ວ່າ:​ເສີມ​ຂະຫຍາຍ​ວັດທະນະທຳ​ດັ້ງ​ເດີມ​ອັນລ້ຳ​ເລີດ,​ເພີ່ມ​ທະວີ​ການ​ແລກປ່ຽນວັດ ທະນະທຳ​ລະຫວ່າງ​ສອງ​ຝັ່ງ,ຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ພັດທະນາ.​ໃນ​ໄລ​ຍະ​ຈັດ​ກິດຈະກຳ​ດັ່ງກ່າວ​ຍັງ​ຈະ​ຈັດ​ເວທີ​ປາ​ໃສ​ສາກົນ​ຂອງ​ນັກທຸລະ​ກິດ​ປັນຍາ​ຊົນ​ຈີນ​ຄັ້ງທີ​ສາມ.​ໃນ​ພິທີ​ໄຂ​ງານ​ດັ່ງກ່າວ, ທ່ານ​ນາງ​ລິນ​ເຊີນ​ຈື ອະດີດ​ຮອງປະທານ​ພັກ​ກົກ​ມິນ​ຕັງ​ຈີນ ຫົວຫນ້າ​ຄະນະ​ສຳພາດພິທີບູຊາ​ວັດທະນະທຳ​ຂົງຈື້ຂອງ​ພັກ​ກົກ​ມິນ​ຕັງ​ທີ່​ເດີນທາງ​ມາ​ຈາກ​ໄຕ້​ຫວັນ​ໂດຍ​ຈຳ​ເພາະ​ໄດ້​ກ່າວ​ຄຳ​ປາ​ໃສ,ບັນ​ລະ​ຍາຍ​ຜົນ​ສະທ້ອນ​ຂອງ​ຂົງຈື້ທີ່​ມີ​ຕໍ່​ປະຊາ​ຊາດ​ຈີນ.ທ່ານ​ນາງ​ເວົ້າວ່າ:

ເວົ້າສຳລັບ​ລູກ​ຫລານ​ປະຊາ​ຊາດ​ຈີນ​ທຸກ​ຖ້ວນ​ຫນ້າ​ແລ້ວ,ຂົງຈື້​ແມ່ນ​ຄົນທີ່​ຫນ້າ​ສັກກາລະ​ບູຊາ​​ທີ່​ສຸດ​ໃນ​ດວງ​ໃຈ​ພວກ​ເຮົາ.​​ແນວ​ຄິດ​ປັດ​ຊະ​ຍາ​ຂົງຈື​້ໄດ້​ຝັງ​ເລິກ​ຢູ່​ໃນ​ດວງ​ໃຈ​ຂອງ​ລູກ​ຫລານ​ປະຊາ​ຊາດ​ຈີນ​ສອງ​ພັນ​ກວ່າ​ປີ​ມາແລ້ວ, ກິລິຍາ​ວາຈາ​ຂອງ​ພວກ​ເຮົາ​ໄດ້ຮັບ​ຜົນ​ສະທ້ອນ​ຈາກ​ສຳນັກ​ປັດ​ຊະ​ຍາ​ຂົງຈື້.ການກາບ​ໄຫວ້ບູຊາ​ແມ່ນ​ເພື່ອ​ສືບ​ທອດ​ແລະ​​ເສີມ​ຂະຫຍາຍ​ວັດທະນະທຳ.​ເມືອງ​ຕ່າງໆ​ຂອງ​ແຂວງ​ໄຕ້​ຫວັນ​ຈັດ​ພິທີ​ບູຊາ​ຂົງຈື້ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ, ວັດທະນະທຳ​ປະຊາ​ຊາດ​ຈີນ​ໄດ້​ຝັງ​ເລິກ​ຢູ່​ໄຕ້​ຫວັນ.ຫົວ​ຂໍ້​ຫລັກ​ຂອງ​ບຸນ​ວັດທະນະທຳ​ເທື່ອ​ນີ້​ແມ່ນ​ໃຫ້​ສອງ​ຝັ່ງ​ແລກປ່ຽນ​ວັດທະນະທຳ​ນຳ​ກັນ.ຂ້າພະ​ເຈົ້າ​ເຊື່ອ​ວ່າ, ​ເຖິງ​ວ່າ​ສອງ​ຝັ່ງ​ແຍກ​ອອກ​ຈາກ​ກັນ​ແຕ່​ດົນ​ແລ້ວ, ​ແຕ່​ກໍ່​ຍັງ​ເພີ່ງ​ພາ​ອາ​ໃສ​ກັນ​ຄື​ປາ​ກັບ​ນ້ຳ​,ທັງ​ມີ​ເຊື້ອ​ຊາດອັນ​ດຽວ​ກັນ,​ໂດຍ​ສະ​ເພາະ​ແມ່ນ​ໃນ​ດ້ານ​ວັດທະນະທຳ,ມີ​ຫລາຍໆສິ່ງ​ທີ່​​ເປັນ​ຫນ້າ​ຮ່ຳຮຽນ​ນຳ​ກັນ.

ທ່ານ​ນາງ​ລິນ​ເຊີນ​ຈື​ແນະນຳ​ວ່າ, ຢູ່​ແຫ່ງ​ຕ່າງໆ​ທົ່ວ​ແຂວງ​ໄຕ້​ຫວັນ, ລ້ວນ​ແຕ່​ໄດ້​ສ້າງ​ວັດ​ຂົງຈື້​ເພື່ອ​ສັກກາລະ​ບູຊາ,​ໃນ​ນັ້ນ, ວັດ​ຂົງຈື້ຂອງ​ເມືອງ​ຖາ​ຍນານ​ສ້າງຕັ້ງຂຶ້ນ​ເມື່ອ​ສັດຕະວັດ​ທີ 15,ວັດ​ຂົງຈື້ຂອງ​ເມືອງ​ໄຕເປສ້າງ​ຂຶ້ນ​ເມື່ອ​ສັດຕະວັດ​ທີ 19,​ໃນ​ວັນ​ລະ​ລຶກວັນ​ຄ້າຍ​ວັນ​ເກີດ​ຂອງ​ຂົງຈື້​ໃນ​ແຕ່ລະ​ປີ, ປະ ຊາຊົນ​ໄຕ້​ຫວັນ​ກໍ່​ຕ້ອງ​ຈັດ​ພິທີ​ບູຊາ,​ເທື່ອ​ນີ້​ແມ່ນ​ຄະນະ​ຜູ່​ແທນ​ໄຕ້​ຫວັນ​ມາ​ບູຊາ​ຢູ່​ບ້ານ​ເກີດ​ຂອງ​ຂົງຈື້​ເປັນຄັ້ງທຳ​ອິດ.

ຂົງຈື້ແມ່ນ​ນັກປັດ​ຊະ​ຍາ ນັກ​ການ​ເມືອງ ນັກ​ການສຶກສາ​ແລະ​ຜູ່​ລິ​ເລີ່​ມ ສ້າງ​​ແນວ​ຄິດປັດ​ຊະ​ຍາ​ຂົງຈື້ທີ່​ຍິ່ງ​ໃຫຍ່​ໃນ​ສະ​ໄຫມຈີນ​ບູຮານ​.​ເພິ່ນສົ່ງ​ເສີມ​​ເມດ​ຕາ​ທຳ​ແລະ​ຄວາມເທົ່າ​ທຽມ​ກັນ​ຫມົດ​ທົ່ວ​ໂລກ,ຖື​ມາດ​ລະ​ຍາດ​ເປັນ​ສຳຄັນ,​ທິດ​ສະ​ດີ​ແນວ​ຄິດ​ຂອງ​ເພິ່ນ​ໄດ້​ເກີດ​ມີ​ຜົນ​ສະທ້ອນ​ເລິກ​ເຊິ່ງຍາວ​ໄກ​ໃນ​ປັດ​ຊະ​ຍາ ການ​ເມືອງ ວັດທະນະທຳ ການ​ສຶກສາ​ ​ຊີວິດ​ສັງຄົມ​​ແລະ​ຮີດຄອງ​ປະ​ເພນີໃນ​ສະ​ໄຫມ​ຈີນບູຮານ​,​ແມ່ນ​ກະ​ແສ​ຫລັກ​ຂອງ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ປະຊາ​ຊາດ​ຈີນ.

​​​ໃນ 2000 ກວ່າ​ປີມາ​ນີ້, ຂົງຈື້​ໄດ້​ຮັບ​ນາມມະຍົດ​ເປັນ​​ເມທາ​ຈານ​ຂອງ​ຈີນ,ສະຖານ​ທີ່​ປະຫວັດສາດ​ທີ່​ກ່ຽວ​ກັບ​ຂົງຈື້​ເຊັ່ນ​ຕຳ​ຫນັກ​ຂົງຈື້ ວັດ​ຂົງຈື້​ແລະ​ສຸສານ​ຂົງຈື້ລ້ວນ​ແຕ່​ຖືກ​ອົງການ​ອຸຍນິສ​ໂກຈັດ​ເປັນ​ມໍລະດົກ​ວັດທະນະທຳ​ໂລກ.

​ໃນ​ບຸນ​ວັດທະນະທຳ​ຂົງຈື້ສາກົນ​​ເມືອງຊີ​ຟູ​ຈີນ​ປີ 2006,ຍັງ​ໄດ້​ຈັດ​ພິທີ​ມອບ​ລາງວັນການ​ສຶກສາ​ຂົງຈື້ຂອງ​ອົງການ​ອຸຍນິສ​ໂກ​ຄັ້ງປະຖົມມະ​ເລີກ.ຕະຫລອດ​ຊີວິດ​ຂອງ​ຂົງຈື​້ໄດ້ທຸ່ມ​ເທ​ເຫື່ອ​ແຮງ​ໃນ​ການ​ສຶກສາ,​ໄດ້​ເຜີຍ​ແຜ່​ແນວ​ຄິດການ​ສຶກສາ​ໂດຍ​ບໍ່​ຈຳ​ແນ​ກຊົນ​ຊັນວັນນະຂອງ​ຄົນ,​ແລະ​ອຳນວຍ​ໂອກາດ​​ໃຫ້​ໄດ້ຮັບ​ການ​ສຶກສາ​ທີ່​ສະ​ເຫມີ​ພາບ​ກັນ​ແກ່​ຫມົດ​ທຸກ​ຄົນ.​ແນວ​ຄິດ​ການ​ສຶກສາ​ນີ້​ເມື່ອ​ຜ່ານ​ເວລາ 2000 ກວ່າ​ປີ,ຍັງ​ໄດ້​ຮັບ​ການສົ່ງ​ເສີມ​ໃນ​ສັງຄົມ​ຊູ່​ມື້​ນີ້.ທ່າ​ນຖາງ​ຊຽນ ຜູ່​ແທນ​ອົງການ​ອຸຍນິສ​ໂກກ່າວວ່າ:

ນີ້​ແມ່ນລາງວັນດ້ານ​ການ​ສຶກສາທີ່​ມີ​ຊື່​ຄົນ​ຈີນ​ທີ່ອຸຍນິສ​ໂກຈັດຂຶ້ນ​ເປັນຄັ້ງທຳ​ອິດ​ໃນ​ໂລກ.ຂ້າພະ​ເຈົ້າ​ເຫັນ​ວ່າ​ຢ່າງ​ຫນ້ອຍມັນ​ມີ​ຄວາມ​ຫມາຍ​ໃນ​ສາມ​ດ້ານ​ຄື:ຫນຶ່ງ​ແມ່ນ​ຢືນຢັນ​ແນວ​ຄິດ​ການ​ສຶກສາ​ຂອງ​ຂົງຈື້;ສອງ​ແມ່ນ​ຢືນຢັນ​ຜົນງານ​ທີ່​ລັດຖະບານ​ແລະ​ປະຊາຊົນ​ຈີນ​ໄດ້​ຮັບ​ໃນ​ດ້ານ​ການ​ສຶກສາ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ການ​ລົບ​ລ້າງ​ຄວາມ​ກຶກ​ຫນັງສື​ພາຍ​ໃນ​ຫລາຍ​ສິບ​ປີ​ທີ່​ຜ່ານ​ມາ;ສາມ,ຜ່ານ​ການ​ມອບ​ລາງວັນ​ນີ້,​ໄດ້ຊຸກ​ຍູ້​ການ​ຂະຫຍາຍຕົວ​ຂອງ​ການ​ສຶກສາ​ທົ່ວ​ປວງ​ຊົນ​ໃນ​ທົ່ວ​ໂລກ,​ໂດຍ​ສະ​ເພາະ​ແມ່ນ​ການ​ຂະຫຍາຍຕົວ​ຂອງ​ການ​ສຶກສາ​ເພື່ອ​ລົບ​ລ້າງ​ຄວາມ​ກືກ​ຫນັງສື,​ເພື່ອ​ລະດົມ​ໃຈ​ຂອງ​ພາກ ສ່ວນ​ເອກະ​ຊົນ ລັດຖະບານ​ຫລື​ອົງການ​ຈັດຕັ້ງທີ່​ບໍ່ຂຶ້ນ​ກັບ​ລັດຖະບານ​ທີ່​ໄດ້​ຮັບ​ຜົນງານ​ພົ້ນ​ເດັ່ນ​ໃນ​ການ​ສຶກສາ​ທົ່ວ​ປວງ​ຊົນ,ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ສຶກສາ​​ເພື່ອລົບ​ລ້າງ​ຄວາມ​ກືກ​ຫນັງສື​ຢູ່​ຊົນນະບົດ,ການ​ຕັ້ງຊື່​ຂົງຈື້​ໃສ່​ລາງວັນ​ນີ້,​ແມ່ນ​ເພື່ອ​ລະດົມເຂົາ​ເຈົ້າທຳ​ຄວາມພະຍາ​ຍາມ​ແລະ​ປະກອບສ່ວນ​ຫລາຍ​ກວ່າ​ເກົ່າ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ໃນອະນາຄົດ.

​ໃນ​ໄລຍະ​ຈັດ​ບຸນ​ວັດທະນະທຳ,ສະ​ຖາ​ບັນ​ຂົງຈື້​ເມືອງຊີ​ຟູ​ຈີນ​ໄດ້​​ເປີດປ້າຍ​ຢ່າງ​ເປັນ​ທາງ​ການ, ສະ​ຖາ​ບັນ​ນີ້​ໄດ້​ສືບ​ທອດ​ປະ​ເພນີ​ການສິດສອນ​ຂອງ​ສະ​ຖາ​ບັນ​​ໃນ​ທຸກ​ສະ​ໄຫມ​ຂອງ​ຈີນ,ຖື​ການ​ສຶກສາ​​ແນວ​ຄິດ​ປັດ​ຊະ​ຍາ​ຂົງຈື​້ເປັນ​ໃຈກາງ,ທັງ​ຮັບ​ເອົາ​ວັດທະນະທຳ​ທີ່ດີ​ເລີດ​ພາຍ​ໃນ​ປະ​ເທດ​ຈີນ​ແລະຕ່າງປະ​ເທດ,ທາງ​ຝ່າຍ​ຕາ​ເວັນ​ອອກ​ແລະ​ຝ່າຍ​ຕາ​ເວັນ​ຕົກ.ຜ່ານ​ການສິດສອນ,ຈັດ​ງານ​ວາງສະ​ແດງ​ແລະ​ພິມ​ຈຳຫນ່າຍ,ຊຸກ​ຍູ້​ການ​ແລກປ່ຽນ​ວັດທະນະທຳ​ຈີນ​ກັບ​ຕ່າງປະ​ເທດ.

ບຸນ​ວັດທະນະທຳ​ຂົງຈື້ສາກົນ​ເມືອງ​ຊີ​ຟູ​ແລະ​ສັບປະດາ​ແລກປ່ຽນ​ວັດທະ ນະທຳ​ຂົງຈື້ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໄດ້​ດຶງ​ດູດ​ແຂກ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ມາ​ເຂົ້າຮ່ວມ​ຢ່າງ​ຫລວງຫລາຍ.ອາ​ເຄິ້​ແມ່ນ​ພີ່ນ້ອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ທີ່​ຢູ່​​ໃກ້​ກັບ​ຫນອງ​ຢື້​ຢ້ວຍຖານ​ຂອງ​ໄຕ້​ຫວັນ.​ເພິ່ນ​ບອກ​ນັກ​ຂ່າວ​ວ່າ, ຢູ່​ໄຕ້​ຫວັນ, ​ເພິ່ນ​ກໍ່​ເຄີຍ​ເຂົ້າຮ່ວມ​ພິທີ​ບູຊາ​ຂົງຈື້,​ແຕ່​ເທື່ອ​ນີ້​ມາ​ບູຊາ​ຢູ່​ບ້ານ​ເກີດ​ຂອງ​ຂົງຈື້,ກໍ່ມີ​ຄວາມ​ຮູ້ສຶກທີ່​ຕ່າງ​ກັນ.​ເພິ່ນ​ເວົ້າວ່າ:

ພວກ​ເຮົາ​ຖື​ຂົງຈື້ເປັນ​ອາຈານ​ຜູ່​ຍິ່ງ​ໃຫຍ່,​ແຕ່​ພວກ​ເຮົາ​ຮູ້​ກ່ຽວ​ກັບ ປະຫວັດ​ຂອງ​ເພິ່ນ​ບໍ່​ຫລາຍ.ຄວາມ​ຮັບ​ຮູ້​ຂົງຈື້ຂອງ​ພວກ​ເຮົາ​ແມ່ນ​ມາ​ຈາກ​ການ​ບັນທຶກ​ໃນ​ປື້​ມ,​ໃນ​ເວລາ​ເຂົ້າຮ່ວມ​ການ​ບູຊາ​ຢູ່​ໄຕ້​ຫວັນ,ພຽງ​ແຕ່​​ແມ່ນ​ເພື່ອ​ບູຊາ​ຊື່ໆ,ຫາກ​ບໍ່​ແມ່ນ​ເພື່ອ​ໄປ​ຮູ້ຈັກ​ກັບ​ຂົງຈື້.ມື້​ນີ້​ໂຊກ​ດີ​ຫລາຍ​ທີ່​ໄດ້​ຮູ້​ຂົງຈື,​ເພິ່ນ​ເປັນ​ສັນຍະລັກ​ຂອງ​ຄຸນສົມບັດ​ດັ້ງ​ເດີມ​ຂອງ​ຈີນ,​ໂສມ​ຫນ້າ​ແທ້​ຈິງ​ຂອງ​ຂົງຈື້ຕ່າງ​ກັບ​ຄວາມ​ສຳນຶກ​ຂອງ​ພວກ​ເຮົາ.ຂ້າພະ​ເຈົ້າ​ເຫັນ​ວ່າ​ເພິ່ນ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ປະຫວັດສາດ​ວັດທນະທຳ​ຂອງ​ຈີນ​ໃນ​ຫລາຍ​ພັນ​ປີ​ນີ້​ຫລາຍ.​ເມື່ອ​ມາ​ຮອດ​​ແຜ່ນດິນ​ໃຫຍ່​ແລ້ວ, ກໍ່ຈະ​ຮູ້ສຶກ​ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ເພິ່ນ,ສະນັ້ນ, ຂ້າພະ​ເຈົ້າ​ເຄີຍ​ເວົ້າວ່າ​ໃນ​ສາມ​ມື້​ທີ່​ຢູ່​ແຜ່ນດິນ​ໃຫຍ່, ຂ້າພະ​ເຈົ້າຈະ​ຄົ້ນຄວ້າ​ປະ​ຫວັດ​ສາດກ່ຽວ​ກັບ​ຂົງຈື້ຢ່າງ​ຈິງ​ຈັງ.