ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-19 16:43:37    
ອາ​ເມ​ລິ​ກາ​ຈະ​ບໍ່​ປະ​ເມີນ​ຍຸດ​ທະ​ສາດ​ຕໍ່​ອີ​ຣັກ​ຄືນ​ໃໝ່

cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ18​ຕຸລາ,ທ່ານ​ຈອນ​ສ​ໂນ​ໂຄ​ສົກ​ທຳ​ນຽບ​ຂາວ​ຂອງ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ,​ເຖິງ​ວ່າ​ຫຼາຍ​ມື້​ມາ​ນີ້,​ຈຳ​ນວນ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ເພີ່ມ​ຂຶ້ນ​ເລື້ອຍໆ​ກໍ​ຕາມ,​ແຕ່​ອາ​ເມ​ລິ​ກາ​ຈະ​ບໍ່​ປະ​ເມີນ​ຍຸດ​ທະ​ສາດ​ຕໍ່​ອີຣັກຄືນ​ໃໝ່​ຍ້ອນ​ເລື່ອງ​ນີ້.

ທ່ານ​ກ່າວ​ວ່າ,ທ່ານຈອຈ໌​ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ເຂົ້າ​ໃຈ​ຄວາມ​ລຳ​ບາກ​ໃນ​ການ​ຍາດ​ເອົາ​ໄຊ​ຊະ​ນະ​ຢູ່​ອີ​ຣັກ,​ແລະ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຢ່າງ​ເສົ້າ​ສະ​ຫຼົດ​ໃຈ​ຕໍ່​ທະ​ຫານ​ອາ​ເມ​ລິ​ກາ​ທີ່​ເສຍ​ຊີ​ວິດ​ຢູ່​ອີ​ຣັກ.

ມື້​ດຽວ​ກັນ,ກອງ​ທະຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ​ໄດ້​ຖະ​ແຫຼງ​ວ່າ,​ວັນ​ທີ​17​ຕຸ​ລາ,​ມີ​ທະ​ຫານ​ອາ​ເມ​ລິ​ກາ9​ຄົນ​ໄດ້​ເສຍ​ຊີວິດ​​ໃນ​ເຫດ​ການ​ຫຼອນ​ໂຈມ​ຕີ​ຫຼາຍ​ເທື່ອ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ແດນ​ອີຣັກ.

ຕາມ​ສະຖິຕິ,​ ແຕ່​ອາ​ເມ​ລິ​ກາ​ກໍ່​ສົງ​ຄາມ​ອີ​ຣັກ​ໃນ​ປີ​2003​ມາ​ນີ້,​ທະ​ຫານ​ອາ​ເມ​ລິ​ກາ​ທີ່​ເສຍ​ຊີ​ວິດ​ຢູ່​ອີຣັກ​ສູງ​ເຖິງ​2770​ກວ່າ​ຄົນ​ແລ້ວ.