ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-19 17:01:47    
ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ຝ່າຍ​ຣັດ​ເຊຍ​ອະ​ນຸ​ລັກ​ຊັບ​ພະ​ຍາ​ກອນ​ໃນ​ແມ່​ນ້ຳ​​ຊາຍ​ແດນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 19 ຕຸລາ, ທ່ານ​ລີ​ຈິ່ນຈ່າງ ລັດຖະມົນຕີ​ຊ່ອຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຣັດ​ເຊຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ອະນຸລັກ​ຊັບພະຍາກອນ​​ໃນ​ແມ່​ນ້ຳ​​ຊາ​ຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ເວັບ​ໄຊ​​ທາງ​ການຂອງ "ປີ​ມິດຕະພາບ" ຈີນຣັດ​ເຊຍ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລີ​ຈິ່ນຈ່າງ​ກ່າວ​ວ່າ, ລັດຖະບານ​ຈີນ​ຍຶດໝັ້ນຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນ​ຍົງ, ​ໄດ້​ເພີ່ມ​ທະ​ວີ​ວຽກ​ງານ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ປັບປຸງ​ເຂດ​ລ້ອງ​ແມ່​ນ້ຳ​ຊົ່ງ​ຮ່ວາ​​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ໂຄງການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທີ່​ສຳຄັນ​. ຝ່າຍ​ຈີນ​ຍິນ​ດີ​ຜ່ານ​ກົນ​ໄກ​ທີ່​ບັງ​ເກີດ​ຜົນ ​ເຊັ່ນ ກຳມາທິການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຄະນະ​ກຳ​ມະ​ການ​ພົບ​ປະ​ຈຳ​ລະ​ຫວ່າງ​ນາ​ຍົກລັດຖະມົນຕີ​ຈີນ​ຣັດ​ເຊຍ, ປຶກສາ​ຫາລື​ກັນ​ຢ່າງ​​ໃກ້​ຊິດ, ​ເຮັດ​ໃຫ້​ແມ່​ນ້ຳ​ຊາຍ​ແດນ​ຈີນ​ຣັດ​ເຊຍ​ຍິ່ງ​ສະ​ອາດ​ກວ່າ​ເກົ່າ, ​ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ​ຫຼາຍ​ກວ່າ​ເກົ່າ.

ທ່ານ​ລີ​ຈິ່ນຈ່າງ​ຍັງ​ກ່າວ​ວ່າ, ການ​ຮ່ວມ​ມື​ລະດັບ​ທ້ອງ​ຖິ່ນ​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ໄດ້​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ, ສອງ​ຝ່າຍ​ໄດ້​ມີຕົວ​ເມືອງ ​ແຂວງ​ແລະ​ລັດ​ມິດຕະພາບ 68 ຄູ່​ແລ້ວ, ​ໃນ​ລະ​ດັບ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ກໍໄດ້​ສ້າງ​ກົນ​ໄກ​​ພົບ​ປະ​ຢ່າງ​ເປັນ​ປົກກະຕິ​ລະ​ຫວ່າງ​ເຈົ້າ​ແຂວງ​ແລະ​ປະທານ​ລັດ, ສອງ​ຝ່າຍຍັງ​ໄດ້​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ ງານ​ວາງ​ສະ​ແດງ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແລະ​ກອງ​ປະຊຸມ​ສຳ​ມະ​ນາ​ເສດ​ຖະ​ກິດ​.