ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-19 17:40:08    
ໄຕ້ທວນ​ໄຟ​ຂອງງານ​ກິລາ​ອາ​ຊີ​ລະ​ດູ​ໜາວ​​ຄັ້ງ​ທີ 6 ​ຢູ່​ທີ່​ປັກ​ກິ່ງ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 19 ຕຸລາ, ພິທີ​ໄຕ້​​ແລະ​ສົ່ງ​ຕໍ່ທວນ​ໄຟຂອງງານ​ກິລາອາຊີ​ລະ​ດູ​ໜາວ​ຄັ້ງ 6 ​ໄດ້​ຈັດ​ຂຶ້ນຢູ່​ແທ່ນ​ສະຕະວັດ​ປະຊາ​ຊາດຈີນ​ທີ່​ປັກ​ກິ່ງ. ທ່ານ​ນາງ​ເສິນ​ຈື້​ລີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ໄດ້​ໄຕ້​ທວນ​ໄຟ, ​ນັກ​ກິລາ​​ຊື່​ດັງ​ໃນລາຍການ​ກິລາລະດູ​ໜາວຂອງ​ຈີນ​ຈຳ​ນວນ​ໜຶ່ງ ​ເຊັ່ນ ນາງ​ເຢ້ສຽວ​ໂປ່​ເປັນຕົ້ນ​ໄດ້​ເຂົ້າຮ່ວມ​ການ​ສົ່ງຕໍ່​​ທວນ​ໄຟ.

ງານ​ກິລາ​ອາຊີ​ລະດູ​ໜາວ​ຄັ້ງທີ 6 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ສາງ​ຊຸ່ນ ​ເທດສະບານ​ແຂວງ​ຈີ​ລິນ ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ແຕ່​ວັນ​ທີ 28 ມັງກອນ​ຫາ​ວັນ​ທີ 4 ກຸມ​ພາ​ປີ​ໜ້າ. ​ເຊື້ອ​ໄຟ​ຂອງ​ງານ​ກິລາ​ເທື່ອ​ນີ້​ໄດ້​ຕໍ່​ເອົາ​ຈາກ​ໜອງ​ທ່ຽນ​ສື​ຢູ່​ເທິງ​ຈອມພູ​ສາງ​ໄປ​ແຂວງ​ຈີ​ລິນ​ໃນ​ວັນ​ທີ 6 ກັນຍາປີ​ນີ້.

ພາຍຫຼັງສົ່ງທວນ​ໄຟ​ຂອງງານ​ກິລາຢູ່​ທີ່​ປັກ​ກິ່ງ​ແລ້ວ, ຈະ​ສົ່ງ​ຕໍ່​​ໃຫ້ແຂວງ​ຈີ​ລິນ​ໃນ​ເດືອນ​ມັງ​ກອນ​ປີໜ້າ.