ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-19 18:21:38    
ຝ່າຍ​ຈີນ​ເຫັນ​ວ່າ ປະ​ເທດ​ສະ​ມາ​ຊິກ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຄວນ​ປະ​ຕິ​ບັດ​ພັນ​ທະ​​ໃນ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 19 ຕຸລາ, ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ເປັນ​ປະຈຳ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ​ວ່າ, ປະ​ເທດ​ສະມາຊິກ​ທີ່​ກ່ຽວຂ້ອງ​ຄວນ​ປະຕິບັດຢ່າງ​ເຄັ່ງ​ຄັດ​ຕາມ​ພັນ​ທະ​ທີ່​ຕ້ອງ​ຫາບ​ແບກ​ໃນ​ມະຕິ​ເລກທີ 1718 ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ບັນ​ຫາ​ທີ່ ສປປ ​ເກົາ​ຫຼີ​ທົດ​ລອງ​ນິວ​ເຄຼຍ, ​ເພື່ອ​ສົ່ງ​ຂ່າວ​ທີ່​ສຳຄັນຕໍ່​ຝ່າຍ ສປປ ​ເກົາຫຼີ, ນັ້ນ​ກໍ​ຄື ສປປ ​ເກົາ​ຫຼີ​ທົດ​ລອງ​ນິວ​ເຄຼຍ​ແມ່ນ​ການ​ກະທຳ​ທີ່​ຜິດພາດ, ​ປະຊາ​ຄົມ​ໂລກ​​ຄັດ​ຄ້ານ​ເລື່ອງ​ນີ້.

ພ້ອມ​ກັນນັ້ນ ທ່ານ​ລິວ​ຈ້ຽນຊາວ​ຊີ້​ອອກ​ວ່າ, ມະຕິ​ເລກທີ 1718 ແມ່ນ​ມະຕິ​ທີ່​ກ້ຳ​ເກິ່ງ​ກັນ, ຝ່າຍ​ຕ່າງໆ​ຕ້ອງ​ປະຕິບັດ​ຢ່າງ​ກ້ຳ​ເກິ່ງ​ກັນ, ຫາກ​ບໍ່​ແມ່ນຊອກ​ຫາ​ວິທີ​ເປີດ​ກວ້າງ​ການ​ລົງ​ໂທດ​ຕາມ​ລຳ​ພັງ​ໃຈ. ທ່ານ​ກ່າວ​ວ່າ, ການ​ລົງ​ໂທດ​ບໍ່​ແມ່ນ​ຈຸດປະສົງ​, ​ເລື່ອງ​ສຳ​ຄັນ​ກວ່າ​ໝູ່​ໃນ​ປັດ​ຈຸ​ບັນ​ແມ່ນ​ຕ້ອງ​ຊຸກ​ຍູ້​ການ​ຟື້ນ​ຟູ​ການ​ເຈລະຈາ 6 ຝ່າຍ​ຄືນ​ໃໝ່​ໂດຍ​ໄວ, ຊຸກ​ຍູ້​ໃຫ້​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ.