ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-19 18:38:20    
ງານ​ວາງ​ສະ​ແດງ​ຜົນ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ແລະ​ງານ​ໂຄ​ສະ​ນາ​ໂຄງ​ການ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊ້ຍ​ເມີນ​ຂອງ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ງານ​ວາງສະ​ແດງຜົນ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​​ໄຕ້ຫວັນແລະງານໂຄສະນາ​ໂຄງການ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ເຊ້ຍ​ເມີນ​ແຂວງ​ຟູ​ຈ້ຽນ​ຂອງ​ຈີນ​ໃນ​ຕອນ​ເຊົ້າ​ວັນ​ທີ​19​ຕຸ​ລາ.ທ່ານ​ນາງ​ອູ​ອີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ,​ທ່ານ​ລຽນ​ຈ້າ​ນ ປະ​ທານ​ກິດ​ຕິ​ມະ​ສັກ​ພັກ​ກົກ​ມິນ​ຕັງ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ແລະ​ຊົມ​ການ​ວາງ​ສະ​ແດງ.

ງານ​ວາງສະ​ແດງ​ເທື່ອ​ນີ້​ແມ່ນ​ຫ້ອງການ​ວຽກ​ງານ​ໄຕ້ຫວັນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີ​ນ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ພັກ​ກົກ​ມິນ​ຕັງ​ຈີນ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ,​ແມ່ນ​ສ່ວນ​ປະ​ກອບ​ອັນສຳຄັນ​​ຂອງ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ,​ເນື້ອ​ໃນ​ສຳ​ຄັນ​ຂອງ​ງານ​ວາງສະ​ແດງ​ເທື່ອ​ນີ້​ຈະ​ມີ​ການ​ວາງ​ສະ​ແດງ​ຜົນການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ລະ​ຫວ່າງ​ສອງ​ຝັ່ງ,ພິທີລົງ​ນາມ​ໃນ​ໂຄງ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ,​ການ​ໂຄ​ສະ​ນາ​ໂຄງ​ການ​ເພື່ອ​ດຶງ​ດູດ​ນັກ​ທຸ​ລະ​ກິດ​ມາ​ລົງທຶນ​ເປັນ​ຕົ້ນ.

ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້​ດຶງ​ດູດ​ເອົາ​ຜູ່​ແທນ​ປະ​ມານ​4000​ຄົນ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ມາ​ເຂົ້າ​ຮ່ວມ,​ແມ່ນ​ງານ​ແຫ່ງ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ດ້ານ​ກະ​ສິ​ກຳ​ລະ​ຫວ່າງ​ສອງ​ຝັ່ງ​ທີ່​ມີ​ຂະ​ຫນາດ​ໃຫຍ່​ກວ່າ​ໝູ່​ຕັ້ງ​ແຕ່​ເຄີຍ​ຈັດ​ມາ.