ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-19 20:47:41    
ຈີນ​ຈະ​ເປີດ​ກວ້າງ​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ໃນ​ຂະ​ແໜງ​ການ​ປະ​ກັນ​ໄພ​ຕື່ມ​ອີກ

cri Author: shuo


ທ່ານອູຕີ້ງຟູ້ ປະທານຄະນະກຳມະການຕິດຕາມຄຸ້ມຄອງການປະກັນໄພ
ຂອງຈີນກ່າວຄຳປາໄສໃນກອງປະຊຸມ

ຕາມ​ຂ່າວCRI:ວັນ​ທີ19​ຕຸລາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຮວງ​ຈູ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ,​ລັດ​ຖະ​ບານ​ຈີນ​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ໃນ​ເວ​ລາ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ​ຢ່າງ​ຈົດ​ຈໍ່ ​ຄື​ແຕ່​ເກົ່າ​ເມືອ​ຫຼັງ,​ເປີດ​ກວ້າງ​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​​ໃນ​ຂະ​ແໜງ​ການ​ປະ​ກັນ​ໄພ​ຕື່ມ​ອີກ.

​ໃນ​ພິທີ​ໄຂ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງທີ13​ຂອງ​ສະ​ມາ​ຄົມ​ຜູ້​ຕິດ​ຕາມ​ຄຸ້ມ​ຄອງ​ການ​ປະ​ກັນ​ໄພ​ສາ​ກົນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ​19​ຕຸ​ລາ,​ທ່ານ​ຮວງ​ຈູ​ເວົ້າ​ວ່າ,​ຂະ​ແໜງ​ການ​ປະ​ກັນ​ໄພ​ແມ່ນ​ຂະ​ແໜງ​ການ​ທີ່​ໄຂ​ປະ​ຕູ​ກວ້າງ​ກວ່າ​ໝູ່​ໃນ​ຂົງ​ເຂດ​ການ​​ເງິນ​ຂອງ​ຈີນ,​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ສູ່​ຕະ​ຫຼາດ​ການ​ປະ​ກັນ​ໄພ​ຂອງ​ຈີນ​​ບໍ່ມີ​ການ​ຈຳ​ກັດ​ທ້ອງ​ຖິ່ນ​ແລ້ວ,​ຂົງ​ເຂດ​ທຸ​ລະ​ກິດ​ກໍ​ເກືອບ​ໄຂ​ປະ​ຕູ​ໝົດ.​ນອກ​ນີ້,​ລັດ​ຖະ​ບານ​ຈີນ​ຍັງ​ຈະ​ສະ​ໜັບ​ສະ​ໜູນ​ບໍ​ລິ​ສັດ​ປະ​ກັນ​ໄພ​ຂອງ​ຈີນ​ທີ່​ມີ​​ເງື່ອນ​ໄຂ​ໄປ​ຕັ້ງ​ອົງ​ການ​ຢູ່​ນອກ​ແດນ,​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ໃນ​ດ້ານ​ການ​ປະ​ກັນ​ໄພ​​ຢ່າງ​ກວ້າງ​ຂວາງ,​ຊຸກ​ຍູ້​​ໃຫ້​ບໍ​ລິ​ສັດ​ປະ​ກັນ​ໄພ​ທຶນ​ຈີນ​ແລະ​ທຶນ​ຕ່າງ​ປະ​ເທດ​​ຮ່ວມ​ມື​ກັນ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ.

​ໃນ​ກອງ​ປ​ະຊຸມ​ທີ່​ຈະ​ຈັດເປັນ​ເວລາ​ສາມ​ມື້,​ບຸກ​ຄົນ​ວົງ​ການ​ປະກັນ​ໄພ​ເກືອບ​700​ຄົນ​ທີ່​ມາ​ຈາກ​94​ປະ​ເທດ​ແລະ​ເຂດ​ແຄ້ວ​ນຈະ​ຄົ້ນ​ຄວ້າ​ຫາ​ລື​ຫົວ​ຂໍ້​ທີ່​ວ່າ​"ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​--​ການ​ທ້າ​ທາຍ​​ໃນ​ດ້ານ​ຕິດ​ຕາມ​ຄຸ້ມ​ຄອງ​ການ​ປະ​ກັນ​ໄພ".