ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-20 18:08:08    
ທ່ານ​ອັບ​ບາສກ່າວ​ວ່າ​ຈະຕົກ​ລົງ​​ອະ​ນາ​ຄົດ​ຂອງ​ລັດ​ຖະ​ບານ​ຮາ​ມາສ​

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 19 ຕຸລາ, ທ່ານ​ມາ​ມຸດ ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ກ່າວ​ວ່າ, ທ່ານ​ຈະ​ທຳ​ການ​ຕົກລົງ​ທີ່​ສຳຄັນ​ໃນ​ໄວໆ​ນີ້ຕໍ່​ອະນາຄົດ​ຂອງ​ລັດ​ຖະ​ບານ​ປົກ​ຄອງ​ຕົນ​ເອງ​ປາ​ເລັສຕິນທີ່​ນຳ​ໂດຍ​ຂະ​ບວນການ​ຕໍ່ຕ້ານ​ຂອງ​ອິສລາມ​ປາ​ເລັສ​ຕິນ​ຫຼື​ອົງ​ການ​ຮາ​ມາສ.

ວັນ​ທີ 19 ຕຸລາຢູ່​​ລາມາ​ລາ ເມືອງຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ທ່ານ​ອັບ​ບາສ​ກ່າວ​ວ່າ, ທ່ານ​ໄດ້​ກຽມພ້ອມ​ແລ້ວ​ທີ່​ຈະ​ທຳ​ການ​ຕົກລົງ​ກ່ຽວກັບ​ບັນຫາປະ​ກອບ​ລັດ​ຖະ​ບານ​ຊຸດ​ໃໝ່, ລັດ​ຖະ​ບານ​ຊຸດ​ໃໝ່​ຈະ​ຕອບ​ສະໜອງກັບ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຄົມ​ໂລກ, ​ເພື່ອ​ເຮັດ​ໃຫ້​ປາ​ເລັສ​ຕິນພົ້ນອອກ​ຈາກ​ການ​ປິດ​ລ້ອມ​ທາງ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ.

ຄົນ​ທັງຫຼາຍ​ເຫັນ​ວ່າ ຄຳ​ເວົ້າຂອງ​ທ່ານ​ອັບ​ບາສ​ເປັນ​ການ​ແຍ້ມ​ໃຫ້ຮູ້ວ່າ​ຈະ​ຍຸບ​ລັດ​ຖະ​ບານ​ຮາ​ມາສ​ໃນ​ໄວໆ​ນີ້. ກ່ອນ​ໜ້າ​ນີ້, ທ່ານ​ເຄີຍ​ກ່າວ​ວ່າ​ຫວັງ​​ໃຫ້​ປະ​ກອບ​ລັດ​ຖະ​ບານ​ແບບ​ຜູ່​ຊ່ຽວ​ຊານທີ່​ປະກອບ​ດ້ວຍຜູ່​ຊ່ຽວຊານ​ແລະ​ນັກວິຊາ​ການ​ຂອງ​ປາ​ເລັສ​ຕິນ, ​ແຕ່​ອົງ​ການ​ຮາ​ມາສ​ມີ​ທ່າ​ທີ​ເສີຍ​ເມີຍ​ຕໍ່​ເລື່ອງ​ນີ້.