ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-20 18:33:22    
ຜູ່​ນຳໂອຕຣິດສ໌ພົບ​ປະ​ຫົວໜ້າ​ຄະ​ນະ​ຜູ່​ແທນ​ຂອງ "ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຕິ​ເບດ​ຈີນ"

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 19 ຕຸລາຢູ່​ທີ່​​ວຽນ, ​ນາງ​ອານ​ນາ ​ເອລີ​ຊາ​ເບັດ ຮາ​ເຊ​ນ​ບັດ ຮອງ​ປະ​ທານ​ລັດຖະສະພາສະຫະພັນໂອຕຣິດສ໌​ໄດ້​ພົບ​ປະ​ກັບ​ຄະນະ​ຜູ່​ແທນ "ສັບປະດາ​ວັດ​ທະ​ນະ​ທຳ​ຕິ​ເບ​ດຈີນ 2006" ທີ່​ໄປ​ຢ້ຽມຢາມ. ນາງ​​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທາງ​ລົດ​ໄຟ​ຊິ່ງ​ໄຫ​ຕິ​ເບດ​ໄດ້​ສ້າງ​ສຳ​ເລັດ, ​ແລະ​ຫວັງ​ໃຫ້​ທາງ​ລົດ​ໄຟ​ນີ້​​ເຮັດ​ໃຫ້​ຕິ​ເບດ​ກັບ​ໂລກ​​ໄກ້​ກັນ​ກັນ​ກວ່າ​ເກົ່າ.

ນາງ​ຮາ​ເຊ​ນ​ບັດ​ກ່າວ​ວ່າ, ປີ​ນີ້​ແມ່ນ​ໂອຕຣິດສ໌ສ້າງສາ​ຍສຳພັນ​ການ​ທູດກັບ​ຈີນ​ຄົບ​ຮອບ 35 ປີ, ກໍ່​ແມ່ນ​ "ປີ​ມິດຕະພາບກັບ​ຈີນ​" ທີ່ລັດຖະບານໂອຕຣິດສ໌ກຳນົດໄວ້. ປະ​ຊາ​ຊົນ​ໂອ​ຕຣິດສ໌​ສົນ​ໃຈ​ນຳ​ຕິ​ເບ​ດທີ່​ສຸດ​ຕະຫຼອດມາ. ທ່ານ​ລີ​ກ່ວາງ​ເວິນ ຫົວໜ້າ​ຄະນະ​ຜູ່​ແທນ "ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຕິ​ເບດ​ຈີນ" ກ່າວ​ວ່າ, ລັດຖະບານ​ຈີນ​​ໄດ້ລົງທຶນ​ຢ່າງ​ຫຼວງ​ຫຼາຍ​ໃນ​ການ​ສ້າງ​ທາງ​ລົດ​ໄຟ​ຊິ່ງ​ໄຫ​ຕິ​ເບ​ດ, ກ່ອນ​​ລົງມື​ກໍ່ສ້າງ ກໍ​ໄດ້​ສຳຫຼວດ​ຢ່າງ​ຮອບດ້ານ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຕາມ​ທາງ​ລົດ​ໄຟ​ ແລະການ​ຕິດຕາມ​ກວດກາຫຼັງ​ແລ່ນ​ລົດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ທາງ​ລົດ​ໄຟ​ເສັ້ນ​ນີ້​ບໍ່​ມີ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ຂອງ​ທ້ອງ​ຖິ່ນ.

ນອກ​ນີ້​ຂ່າວ​ແຈ້ງວ່າ, ວັນ​ທີ 19 ຕຸລາ, ທ່ານ​ປາ​ຊາງ ວາງ​ດູ ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້າ​ຊົນ​ເຜົ່າ​ສະ​ພາ​ບັນດິດ​ວິທະຍາສາດ​ສັງຄົມ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຂອງ​ຈີນ​ທີ່​ເຂົ້າ​ຮ່ວມ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ໄດ້​ສົນທະນາ​ກັບ​ນັກ​ຕິ​ເບ​ດວິທະຍາ​ໂອ​ຕຣິດສ໌, ທ່ານ​ປາ​ຊາງ ​ວາງ​ດູ​ກ່າວ​ວ່າ, ລັດ​ຖະ​ບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການ​ຄົນ​ຄວ້າ​ແລະ​ປັບ​ປຸງ​ປື້ມ​ບູ​ຮານ​ພາ​ສາ​ສັນ​ສະ​ກິດ.