ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-20 18:51:52    
ຈີນ​ຈະ​​ເຜີຍ​ແຜ່​ການ​ສຶກສາ​ຢູ່​ເຂດ​ຊຸມ​ຊົນ​​ໃຫ້​ທົ່ວ​ເຖິງ​ກັນ​ຕື່ມ​ອີກ

cri Author: lm

ຕາມ​ຂ່າວສາ​ນຊິນ​ຮວາ: ວັນ​ທີ 20 ຕຸລາ ຢູ່​ເມືອງ​ຫັງ​ໂຈ່​ວ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ, ທ່ານ​ຈ່າງ​ຈື້ຄຸ່ນ ​ເຈົ້າໜ້າ​ທີ່​ກະຊວງສຶກສາ​ທິການຂອງ​ຈີນ​ກ່າວ​ວ່າ, ຈີນ​ຈະ​​ເຜີຍ​ແຜ່​ການ​ສຶກ​ສາ​ຢູ່​ເຂດ​ຊຸມ​ຊົນໃຫ້​ທົ່ວ​ເຖິງ​ກັນ​ຕື່ມ​ອີກ, ​ເພື່ອ​ສ້າງ​ລະບົບ​ການ​ສຶກສາ​ຕະ​ຫຼອດ​ຊີ​ວິດ​ທີ່​ຄົບ​ຖ້ວນ​ບໍລິ​ບູນ.

​ໃນ​ເວທີ​ປາ​ໄສ​ການ​ພັດທະນາ​ການ​ສຶກສາ​ຢູ່​ເຂດ​ຊຸມ​ຊົນທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຈ່າງ​ຈື້ຄຸ່ນກ່າວ​ວ່າ, ບົນ​ພື້ນຖານ​ທີ່​ປະຊາຊົນ​ຈີນ​ມີ​ຄວາມ​ກະຕືລື​ລົ້ນ​ໃນ​ການ​ຮຽນ​ຕໍ່​ແລະ​ຄວາມ​ຕ້ອງ​ການຂອງ​ການ​ສ້າງສາ​ຊົນນະບົດ​ໃໝ່, ປັດຈຸບັນ, ກະຊວງ​ສຶກສາ​ທິການ​ຈີນ​ໄດ້​ກຳ​ນົດ​ເຂດ​ທົດ​ລອງ​ການ​ສຶກສາ​ຢູ່​ເຂດ​ຊຸມ​ຊົນທົ່ວ​ປະ​ເທດ​, ມີຢູ່​ໃນ​ທຸກໆ​ແຂວງ​ແລະ​ກຳ​ແພງ​ນະ​ຄອນ​.

ທ່ານ​ຍັງ​ກ່າວ​ວ່າ, ​ໃນ​ຕໍ່ໜ້າ ຈີນ​ຈະ​ມີ​ປະມານ 500 ລ້ານ​ຄົນ​ຫັນ​ເປັນ​ປະຊາ​ກອນ​ໃນ​ຕົວ​ເມືອງ. ການ​ສຶກສາ​ຢູ່​ເຂດ​ຊຸມ​ຊົນແມ່ນ​ພາຫະນະ​ສຳຄັນ​ໃນ​ການ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ຜູ່​ອອກ​ແຮງ​ງານ​ອັນ​ໄພສານ​ໃຫ້​ສູງ​ຂຶ້ນ.