ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-20 20:31:58    
ນາຍົກ​​ແລະຜູ່​ບັນຊາ​ການ​ສູງ​ສຸດ​ກອງ​ທັບ​ໄທ​ພົບ​ປະ​ກັບ​ທ່ານ​ລຽງ​ກວ່າງ​ເລ້

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 19 ຕຸລາ ຢູ່​ທີ່​ບາງກອກ, ພົນ​ເອກສຸລະ​ຍຸດ ຈຸລາ​ນົນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລະ​​ພົນ​ເອກບຸນ​ສ້າງ ນຽມ​ປະດິດ ຜູ່​ບັນຊາ​ການ​ສູ​ງສຸດ​ກອງ​ທັບໄທ​ຕ່າງ​ໄດ້​ພົບ​ປະ​ກັບ​ພົນ​ເອກລຽງ​ກວ່າ​ງ​ເລ້ ກຳມະການ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ ​ເສ​ນາ​ທິ​ການ​ໃຫຍ່​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ທີ່​ແວ່ຢາມ​ໄທ​ໃນ​ລະຫວ່າງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ.

ທ່ານ​ລຽງ​ກວ່າ​ງ​ເລ້​ກ່າວ​ວ່າ, ການ​ໄປມາ​ຢ້ຽມຢາມ​ກັນ​ຂອງ​ຜູ່​ນຳ​ອາວຸ​ໂສ​ແລະ​ການ​ແລກ​ປ່ຽນ​ກັນ​ທາງ​ບຸກຄະລາ​ກອນ​ລະຫວ່າງ​ສອງ​ກອງທັບ​ຈີນ​ໄທ​ໄດ້​ດຳ​ເນີນ​ຢ່າງ​​ແໜ້ນ​ແຟ້ນ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ບັງ​ເກີດ​ຜົນ​ຢ່າງ​​ເດັ່ນ​ຊັດ. ຈີນ​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ຝ່າຍ​ໄທ​ທີ່​ສະໜັບສະໜູນ​​ຈີນ​ໃນ​ບັນຫາ​ໄຕ້​ຫວັນ​ແລະ​ຕິ​ເບດ.

ພົນ​ເອກ​ສຸລະ​ຍຸດ​ກ່າວ​ວ່າ, ການ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ໄທ​ກັບ​ຈີນ​ແມ່ນ​ນະ​ໂຍບາຍ​ໝັ້ນໜຽວ​ບໍ່​ປ່ຽນ​ແປງ​ຂອງ​ລັດຖະບານ​ໄທ.

ພົນ​ເອກບຸນ​ສ້າງ​ກ່າວ​ວ່າ, ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຈີນ​ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ໄທ​ຈີນ​ຂະຫຍາຍ​ໄປ​ໜ້າ.