ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-21 18:37:24    
ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ປ້ອງ​ກັນ​ບໍ່​ໃຫ້​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ຊຸດ​ຮ້າຍ​ລົງ​ຫຼື​ຄວບ​ຄຸມ​ບໍ່​ໄດ້

cri

ຕາມ​ຂ່າວCRI,ວັນ​ທີ20​ຕຸລາ,ຢູ່ທີ່​ປັກ​ກິ່ງ,​ໃນ​ເວລາ​ພົບ​ປະ​ນາງ​ຄອນ​ໂດ​ລີ​ຊາ ​ໄຣ​ສ໌​ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ທີ່​ມາ​ຢ້ຽມ​ຢາມ,​ທ່ານ​ຫູ​ຈິນ​ທາວ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ,​ຝ່າຍ​ຈີນ​ມີ​ເຈດ​ຈຳ​ນົງ​ໂດຍ​ຕະ​ຫຼອດ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ນີວ​ເຄຼຍ,​ເດັດ​ດ່ຽວ​ຄັດ​ຄ້ານ​ສ.ປ.ປ.​ເກົາຫຼີ​ທົດ​ລອງ​ນີວ​ເຄຼຍ,​ເຫັນດີ​ນຳ​ສະພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຜ່ານ​ມະຕິ​ເລກ​ທີ​1718,ພ້ອມ​ທັງ​ຍຶດ​ໝັ້ນ​ທິດ​ທາງ​ທີ່​ຜ່ານ​ຈາກ​ການ​ເຈ​ລະ​ຈາ​ມາ​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ​ໂດຍ​ສັນຕິ​.ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຕັ້ງ​ໜ້າ​ສ້າງ​ເງື່ອນ​ໄຂ,​ພະ​ຍາ​ຍາມ​ຈັດ​ການ​ເຈລະຈາ​ຫົກ​ຝ່າຍ​ຄືນ​ໃໝ່​ໂດຍ​ໄວ,​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ແຫຼມ​ເກົາ​ຫຼີ​ກໍ​ຄື​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ.

ນາງ​ໄຣ​ສ໌ກ່າວ​ວ່າ,ຝ່າຍ​ອາ​ເມ​ລິ​ກາ​ສຸມ​ໃສ່​ການ​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ​ດ້ວຍ​ວິ​ຖີ​ທາງ​ການ​ທູດ,​ບໍ່​ຢາກ​ເຫັນ​ສະ​ຖາ​ນະ​ການ​ເລື່ອນ​ຊັ້ນ.​ຄອງ​ຄອຍ​ໃຫ້​ຄວາມ​ພະ​ຍາ​ຍາມ​ທາງ​ການ​ທູດ​ຈະ​ໄດ້​ຮັບ​ໝາກ​ຜົນ,​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ນີວ​ເຄຼຍ​ຢ່າງ​ແທ້​ຈິງ.

ຕອນ​ເຊົ້າ​ວັນ​ທີ​21​ຕຸ​ລາ,​ນາງ​ໄຣສ໌​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຈີນ,​ຂີ່​ຍົນ​ພິ​ເສດ​ອອກ​ຈາກ​ປັກ​ກິ່ງ,​ໄປ​ຢ້ຽມ​ຢາມ​ຣັດ​ເຊຍ,​ກ່ອນ​ຢ້ຽມ​ຢາມ​ຈີນ,​ນາງ​ໄດ້​ໄປ​ຢ້ຽມ​ຢາມ​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫຼີ​ແລ້ວ.