ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-22 18:17:29    
ດາວ​ທຽມ 05 ​ເຝິ່ງຢູນ​ເລກ 2 ຈະຍິງ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ໃນ​ທ້າຍ​ປີ​ນີ້

cri Author: cai
ຕາມ​ຂ່າວ​ຈາກ"ໜັງສືພິມ​​ເຢີ​ນມີນຢື້​ປ້າວ":ຫວ່າງ​ມໍ່ໆນີ້,ດາວ​ທຽມ​ອຸ​ຕຸ​ນິ​ຍົມ​ໃນ​ໂຄ​ຈອນ​ສະ​ຖິດ​ໜ່ວຍ​ທີ​ 2 ຂອງ​ຈີນຄື​ດາວ​ທຽມ 05 ​ເຝິ່ງຢູນ​ເລກ 2 ​ໄດ້​ຜ່ານ​ການ​ກວດກາກ່ອນ​ອອກ​​ໂຮງງານ,ຕາມ​ແຜນການ,ດາວ​ທຽມ​ໜ່ວຍ​ດັ່ງກ່າວຈະ​ຖືກ​ຍິງ​ສົ່ງ​ຂຶ້ນ​ສູ່​ອະວະ​ກາດ​ດ້ວຍລູກ​ສອນ​ໄຟຍານ​ສົ່ງ​ຊາງ​ເຈິ່ງ​ເລກ 3 ກ.ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມສີ່ຊ່າງ​ໃນ​ທ້າຍ​ປີ​ນີ້.

ດາວ​ທຽມ​ອຸຕຸ​ນິຍົມ​ສະຖິດ​ແມ່ນເຄື່ອງມືອັນ​ສຳຄັນ​ທີ່​ສັງ​ເກດ​ວັດ​ແທກ​ທາ​ງ​ໄກ​ຕໍ່​ອາກາດ​ໜາຂອງ​ໜ່ວຍ​​ໂລກ,ມີ​ຄວາມ​ໝາຍສຳຄັນ​ທີ່​ສຸດຕໍ່​ການ​ຫຼຸດ​ແລະ​ປ້ອງ​ກັນ​ໄພທຳ​ມະ​ຊາດ​ແລະ​ການ​ຕິດຕາມວັດ​ແທກການ​ປ່ຽນ​ແປງ​ຂອງ​ສິ່ງ​ແວດ​ລ້ອມໜ່ວຍ​ໂລກ.