ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-23 16:57:43    
ຈີນ​ອາ​ຊຽນ:​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ການ​ຮ່ວມ​ມື​ນັບ​ມື້ນັບ​ຫຼາຍ​ຂຶ້ນ​(ສຽງ)

cri



ປີ​ນີ້​ແມ່ນຈີນ​ກັບ​ສະມາ​ຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫຼື​ອາ​ຊຽນໄດ້​ສ້າງ​ການ​ພົວ​ພັນ​ຄູ່​ເຈ​ລະຈາ​ຄົບ​ຮອບ​15ປີ.​ວັນ​ທີ30​ຕຸລາ,​ກອງ​ປ​ະຊຸມ​ສຸດ​ຍອດ​ເພື່ອລະ​ລຶກ​ການ​ສ້າງ​ເປັນ​ປະ​ເທດ​ຄູ່​ເຈ​ລະ​ຈາ​ຈີນ​ອາ​ຊຽນຄົບ​ຮອບ​15ປີ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດ​ກວາງ​ຊີ ທາງ​ພາກ​ໃຕ້​ຂອງ​ຈີນ.​ໃນ15ປີ​ມາ​ນີ້,​ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ອາຊຽນ​ໄດ້​ປ່ຽນ​ຈາກ​ການ​ລະ​ແວງ​ສົງ​ໄສ​ກັນ​ມາ​ເປັນ​ການ​ຮ່ວມ​ມື​ກັນຢ່າງ​ໂຫຼ່ງ​ຫຼ່ຽນ,​ແລ້ວ​ມາ​ເປັນ​ການ​ພົວ​ພັນ​ຄູ່​ເຈ​ລະຈາ​ຍຸດ​ທະ​ສາດ​ໃນ​ປະຈຸ​ບັນ.

ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວCRI,​ທ່ານ​ເສີນ​ຊື້​ຊຸ້ນ ຫົວໜ້າ​ຫ້ອງ​ການ​ຄົ້ນ​ຄວ້າ​ອາຊີ​ປາຊີ​ຟິກ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ບັນຫາ​ສາ​ກົນ​ຈີນ​ເວົ້າ​ວ່າ,​ແຕ່ຈັດ​ການ​ເຈລະ​ຈາ​ໃນ​ປີ1991​ເປັນ​ຕົ້ນ​ມາ,​ການ​ພົວ​ພັນຈີນ​ອາ​ຊຽນ​ໄດ້​ຜ່ານ​ຫຼາຍ​ໄລຍະ,​ຄື​ຈາກລົບ​ລ້າງ​ຄວາມ​ລະ​ແວງ​ສົງ​ໄສ​ໄປ​ສູ່​ເປັນ​ປະ​ເທດຄູ່​ເຈ​ລະ​ຈາ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ແລະ​ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເປັນ​ຕົ້ນ.

ທ່ານ​ເສີນ​ຊື້​ຊຸ້ນ​ເວົ້າ​ວ່າ,​ເມື່ອ​ໄດ້​ເຈລະ​ຈາກັບ​ແລະ​ຮ່ວມ​ມື​ກັນ​ເປັນ​ເວ​ລາ15ປີ,​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ​ແລະ​ກັນ​ໄດ້​ເພີ່ມ​ຂຶ້ນ,​ມີທັດ​ສະ​ນະ​ຕໍ່​ກັນ​ຕ່າງ​ເກົ່າ​ຫຼາຍ.​ທີ່​ຈິງ​ແລ້ວ​ກົນ​ໄກ​ເຈ​ລະ​ຈາ​ແນວ​ນີ້​ໄດ້​ສ້າງ​ຕົວ​ແບບ​ທີ່​ດີ​ແຫ່ງ​ການ​ຮ່ວມ​ມື​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອ້ອມ​ຂ້າງ,​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ໂລກ​ທີ​ສາມ.

ທ່ານເສິນຊືຊຸ້ນເຫັນວ່າ,ການສົນທະນາແລະ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ,​ສ່ວນ​ຫຼາຍ​ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ດີ​ຈາກ​ຈີນ​ປະ​ຕິ​ບັດ​ທິດ​ທາງ​ການ​ຕ່າງ​ປະ​ເທດ​ທີ່​ມີ​ໄມ​ຕີ​ຈິດ​ຕໍ່​ປະ​ເທດ​ໃກ້​ຄຽງ,​ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ​ແລະ​ນະ​ໂຍ​ບາຍ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ,​ຢູ່​ຮ່ວມ​ກັນ​ກັບ​ປະ​ເທດ​ໃກ້​ຄຽງ​ຢ່າງ​ສະ​ຫງົບ,​ຮ່ວມ​ກັນ​ຮັ່ງ​ມີ​ຜາ​ສຸກ.​ປີ​1997,​ອາ​ຊີ​ໄດ້​ເກີດ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ,​ໃນ​ຄາວ​ນັ້ນ,​ຈີນ​ບໍ່​ຄຳ​ນຶງ​ເຖິງ​ກຳ​ລັງ​ກົດ​ດັນ​ແລະ​ຄວາມ​ສ່ຽງ​ອັນ​ໃຫຍ່​ຫຼວງ​ທີ່​ຕົນ​ປະ​ເຊີນ,​ຍຶດ​ໝັ້ນ​ບໍ່​ໃຫ້​ເງິນ​ຢວນ​ລົງ​ລາຄາ,​ແລະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ​ແກ່​ອາ​ຊຽນ​ຕາມ​ຄວາມ​ສາມາດ​ຂອງ​ຕົນ​ຢ່າງ​ທັນ​ການ,​ເຮັດ​ໃຫ້​ສອງ​ຝ່າຍ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຫຼາຍ​ກວ່າ​ເກົ່າ,​ອັນ​ກາຍ​ເປັນ​ບາດ​ລ້ຽວ​ສຳ​ຄັນ​ໃນ​ປະ​ຫວັດ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ.​ນອກ​ນີ້,​ຈີນ​ຍັງ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ,​ບໍ່​ສະ​ແຫວງ​ຫາ​ການ​ເປັນ​ມະ​ຫາ​ອຳ​ນາດ​ຂອງ​ພາກ​ພື້ນ.​ເພື່ອ​ກຳ​ຈັດ​ຄວາມ​ລະ​ແວງ​ສົງ​ໃສ​ຂອງ​ອາ​ຊຽນ,​ໃນ​ເວ​ລາ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງໆ​ກັບ​ອາ​ຊຽນ,ຈີນ​ກໍ​ໄດ້​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ໂດຍ​ຕະ​ຫຼອດ.

ປັດ​ຈຸ​ບັນ,​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາຊຽນ​ໄດ້​ກາຍ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ມີ​ຊີ​ວິດ​ຊີ​ວາ,​ມຸ້ງ​ໜ້າ​ໄປໄດ້​ດີ​ແລະ​ໄດ້​ຮັບ​ໝາກ​ຜົນ​ຫຼາຍ​ກວ່າ​ໝູ່​ໃນ​ບັນ​ດາ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ ຂອງ​ອາ​ຊຽນ​ໃນ​ປັດ​ຈຸ​ບັນ.​ທ່ານ​ເສິນ​ຊື​ຊຸ້ນ​ເຫັນ​ວ່າ,​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ດັ່ງ​ກ່າວ​ໄດ້​ຍົກ​ອິດ​ທິ​ພົນ​ຂອງ​ທົ່ວ​ອາ​ຊີ​ຕາ​ເວັນ​ອອກ​ໃຫ້​ສູງ​ຂຶ້ນ,​ເວົ້າ​ສຳ​ລັບ​ສອງ​ຝ່າຍ​ແລ້ວ​ແມ່ນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ.

"ຍ້ອນ​ວ່າ​ໄດ້​​ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຫຼາຍ​ຂຶ້ນ,​ຈຶ່ງ​ເຮັດ​ໃຫ້​ການ​ຮ່ວມ​ມື​ດຳ​ເນີນ​ໄປ​ຢ່າງ ສະ​ດວກ,​ເຮັດ​ໃຫ້​ພາກ​ພື້ນ​ແຫ່ງ​ນີ້​ນັບ​ມື້​ນັບ​ສົດ​ໃສ​ຫຼາຍ​ກວ່າ​ເກົ່າ,​ນັບ​ມື້​ນັບ​ມີ​ກຳ​ລັງ​ດຶງ​ດູດ​​ຫຼາຍ​ກວ່າ​ເກົ່າ.​ປະ​ເທດ​ແລະ​ເຂດ​ແຄ້ວ​ນທີ່ຢູ່​ນອກ​ພາກ​ພື້ນ,ຄື​ ອິນ​ເດຍ ອົສ​ຕຼາ​ລີ ນູ​ແວນ​ເຊ​ລັງ ຣັດ​ເຊຍ ສະ​ຫະ​ພາບ​ເອີ​ລົບ​ຈົນ​ຮອດ​ອາ​ເມ​ລິ​ກາ,​ລ້ວນ​ແຕ່​ຫັນ​ມາ​​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ພາກ​ພື້ນ​ນີ້,​ນີ້​ກໍ​ແມ່ນ​ຄວາມ​ໝາຍ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ."

ວັນ​ທີ30​ຕຸລາ​ປີ​ນີ້,ກອງ​ປະຊຸມ​ສຸດ​ຍອດ​ລະ​ລຶກການ​ສ້າງ​ເປັນ​ປະ​ເທດ​ຄູ່​ເຈລະຈາ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຄົບ​ຮອບ​15​ປີ​ຈະ​ຈັດ​ຂຶ້ນຢູ່​ເມືອງ​ນານ​ນີງຂອງ​ຈີນ.ຮອດ​ເວລາ​ນັ້ນ,​ຜູ້​ນຳ​ຂອງ 10​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ມາ​ເຕົ້າ​ໂຮມ​ກັນ,ພ້ອມ​ກັບ​ຜູ້​ນຳ​ຈີນ​ເພື່ອ​ຫວນ​ຄືນ​ແລະ​ສະ​ຫຼຸບ​ຜົນ​ສຳ​ເລັດ​ທີ່​ໄດ້​ຮັບ​ໃນ​15​ປີ​ມາ​ນີ້,ພ້ອມ​ກັນ​ປຶກ​ສາ​ຫາ​ລື​ແຜນ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ອາ​ຊຽນ​ໃນ​ອະ​ນາ​ຄົດ.​ທ່ານ​ເສິນ​ຊື້​ຊຸ້ນ​ຊີ້​ອອກ​ວ່າ,​ສອງ​ຝ່າຍ​ຈະ​ຖື​ກອງ​ປະ​ຊຸມ​ເທື່ອ​ນີ້​ເປັນ​ໂອ​ກາດ​ທີ່​ອຳ​ນວຍ​ໃຫ້​ແກ່​ກັນ,​ປັບ​ປຸງ​ແລະ​ຍົກ​ສູງ​ການ​ພົວ​ພັນ​ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຕື່ມ​ອີກ.