ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-23 17:34:19    
ທີ່​ເວົ້າ​ເຖິງທາດ​ໂລຫະ​ໜັກ​ໃນ​ເຄື່ອງ​ສຳອາງ

cri

 ຫວ່າງ​ມໍ່ໆ​ນີ້,ການ​ແຈ້ງ​ຂ່າວ​ກ່ຽວ​ກັບ​ໃນ​ເຄື່ອງສຳອາງມີ​ສິ່ງ​ທີ່​ມີ​ຜົນ​ຮ້າຍນັ້ນ,​ໄດ້​ເຮັດ​ໃຫ້​ມີ​ປະຕິກິລິຍາ​ຢ່າງ​ຮຸນ​ແຮງຈາກຜູ້​ບໍລິ​​ໂພ​ກຂອງ​ຈີນ.ຕາມ​ຂ່າວ​ແຈ້ງວ່າ,ຜະລິດ​ຕະພັນ​ຈຳນວນໜຶ່ງ​ຂອງ​ຫຍີ່ຫໍ້ SK-II ​ເຄື່ອງ​ສຳອາງທີ່​ມີ​ຊື່​ສຽງ​ໄດ້​ຖືກ​ກວດພົບວ່າ,ມີ​ທາດ​ໂກຼມຽມແລະ​ທາດ​ເນ​ໂອ​ດີມຽມເຊິ່ງ​ເປັນ​ທາດ​ໂລຫະ​ໜັກ​ທີ່​ຜິດ​ກົດໝາຍ,​ແລະ​ໄດ້​ພາ​ໃຫ້​​ເກີດ​ກະ​​ແສ​ການຊື້​ແລ້ວສົ່ງຄືນຢູ່​ນະຄອນ​ປັກ​ກິ່ງ ຊຽງ​ໄຮ້​ແລະ​ຮາງ​ໂຈ່​​ເປັນ​ຕົ້ນ​ຍ້ອນ​ເລື່ອງ​ນີ້.ທາດ​ໂລຫະ​ໜັກ​ໃນ​ເຄື່ອງ​ສຳອາງ​ຈະ​ມີ​ຜົນ​ຮ້າຍ​ແນວ​ໃດ​​ແດ່​ຕໍ່​ຮ່າງກາຍ​ຂອງ​ຄົນ​ເຮົາ?​ໃນ​ເວລາ​ໃຊ້​ເຄື່ອງສຳອາງ,ຄວນ​ເອົາ​ໃຈ​ໃສ່​ນຳບັນຫາ​ໃດ​ແດ່?​ໃນ​ລາຍການ"ສວນ​ວິທະຍາສາດ​ແລະ​ການ​ສຶກສາ"ພາກ​ນີ້,ພວກ​ເຮົາຈະມາ​ລົມ​ກັນ​ກ່ຽວ​ກັບ​ເລື່ອງ​ນີ້.
     ວັນ​ທີ 14 ກັນຍາ​ປີ​ນີ້,ກົມ​ໃຫຍ່​ຕິດຕາມ​ກວດກາ​ຄຸນ​ນະພາ​ບ​ແລະ​ກວດກາ​ພະຍາດ​ແຫ່ງ​ຊາດ​ຈີນ​ປະກາດ​ວ່າ,​​ໃນ​ຜະລິດ​ຕະພັນ 12 ຊະນິດ​ຂອງ​ເຄື່ອງສຳອາງຫຍີ່​ຫໍ້ SK-II ​​ເຊິ່ງ​ແມ່ນ​ບໍລິສັດ P&G ຂອງ​ອາ​ເມ​ລິ​ກາ​ເປັນ​ຜູ້​ຜະ​ລິດ​ນັ້ນ,​ໄດ້​ກວດພົບ​ທາດ​ໂກຼມ​ຽມແລະ​ທາດ​ເນ​ໂອ​ດີ​ມ​​ຽມເຊິ່ງ​ເປັນ​ທາດ​ໂລຫະ​ໜັກ​ທີ່​ຜິດ​ກົດໝາຍ.ທາດ​ໂລຫະ​ໜັກ​ສອງ​ຊະນິດ​ນີ້​ຖ້າຕົກ​ຄ້າງຢູ່​ໃນ​ຮ່າງກາຍ,ຈະ​ມີ​ຜົນ​ຮ້າຍ​ຕໍ່​ຮ່າງກາຍ​ຄົນ,​ທາດ​ໂກຼມຽມຈະ​ພາ​ໃຫ້​ເກີດຜີວ​ອັກ​ເສບ​ລັກສະນະຄື​​​ແພ້​ຢາ​ຫຼື​ຕຸ່ມ,​ທາດ​ເນ​ໂອ​ດີມຽມຈະ​​ເຮັດ​ໃຫ້​ເຄືອງຕາ​ຢ່າງຮ້າຍ​ແຮງ,​ແລະຈະ​ບາດ​ຜີວພັນ​ໃນ​ລະດັບ​ກາງ.ທ່ານ​ທານ​ທ່ຽນ​ເຫວີຍ ຜູ້ອຳນວຍການ​ວິທະຍາ​​ໄລ​ວິທະຍາສາດ​ແລະ​​ເຕັກນິກ​ດ້ານ​ຊີວິດ​ຂອງ​ມະຫາວິທະຍາ​ໄລ​ອຸດສາຫະກຳ​ເຄມີ​ປັກ​ກິ່ງ​ບອກ​ນັກ​ຂ່າວວ່າ,ຖ້າ​ເອົາ​ທາດ​ໂລຫະ​ໜັກທົ່ວ​ໄປໃນ​ຊີວິດ​ການ​ເປັນ​ຢູ່ຈຳນວນ​ໜຶ່ງ​ໃສ່​ເຂົ້າ​ໃນ​ເຄື່ອງ​ສຳອາງ,ກໍ່​ຈະ​ມີ​ຜົນ​ຮ້າຍ​ຫຼາຍ.ທ່ານ​ເວົ້າ​ວ່າ:
     "ທາດ​ໂລຫະ​ໜັກໃນ​ເຄື່ອງ​ສຳອາງມີ​ຜົນ​ຮ້າຍ​ອ່າວ​ຫຼາຍ,ຕົ້ນຕໍ​ແມ່ນ​ຍ້ອນຜີວໜັງ​ຈະປ່ຽນຖ່າຍ​ທາດ​ໂລຫະ​ໜັກ​ຢ່າງ​ເປັນ​ປົກກະຕິ​ບໍ່​​ໄດ້,ມັນຈະ​ສະ​ສົມ​ຢູ່​ໃນ​ຜີວໜັງ​​ແລະ​ຮ່າງກາຍ​ຂອງ​ຄົນ​​ເຮົາ,​ເມື່ອ​ໄດ້​ສະ​ສົມ​ຮອດ​ລະດັບ​ໃດ​ໜຶ່ງ,ກໍ່​ຈະເບື່ອ​ເມົາ​ລະບົບ​ອັງ​ໂດກຼີນຂອງຮ່າງກາຍ​ຄົນ​ໃນ​ລະດັບ​ໃດ​ໜຶ່ງ,​ເຮັດ​ໃຫ້ການຖ່າຍ​ເທ​ທີ່​ເປັນ​ປົກກະຕິສັບສົນ​ຂຶ້ນ,​ແລ້ວ​ພາ​ໃຫ້ເກີດ​ພະຍາດ​ຊະນິດ​ຕ່າງໆ."
     ຜູ້​ຊ່ຽວຊານ​ເວົ້າວ່າ,​ເນື່ອງ​ຈາກ​ວ່າ​ທາດ​ໂລຫະ​ໜັກ​ຈຳນວນ​ໜຶ່ງ​ເຊິ່ງລວມທັງ​ທາດ​ໂກຼມຽມ​ແລະ​ທາດ​ເນ​ໂອ​ດີ​ມຽມສາມາດ​ເຮັດ​​ໃຫ້​ບົດບາດ​ເສີມ​ຄວາມ​ງາມຂອງ​ເຄື່ອງສຳອາງ​​ເດັ່ນ​ຊັດ​ກວ່າ​ເກົ່າ,ຫຼື​ສາມາດ​ເພີ່ມຄວາມ​ຫົດ​ຍືດຂອງ​ຜີວໜັງຢ່າງ​ເດັ່ນ​ຊັດ,ສະ​ນັ້ນ,ບໍລິສັດການ​ຜະລິດ​ຈຳນວນ​ໜຶ່ງຈຶ່ງເອົາ​ທາດ​ເຫຼົ່າ​ນີ້​ໃສ່​ເຂົ້າ​ໃນ​ນ້ຳມັນ​ບຳລຸງ​ຜີວ ​​ແຜ່ນ​ບາງຕິດ​ໜ້າຂາວ​ແລະ​​ແປ້ງທາ​ໜ້າ.
     ນາງ​ຫຼີຢູນ​ເຝິ່ງທີ່​ເຮັດວຽກປະຊາສຳພັນຢູ່ປັກກິ່ງ​ໃຊ້​ເຄື່ອງ​ສຳອາງຫຍີ່​ຫໍ້ SK-II ຄົບ​ຊຸດ​ຕະຫຼອດ​ມາ,​ເມື່ອ​ໄດ້​ຍິນ​ວ່າຜະລິດ​ຕະພັນ​​ເຫຼົ່າ​ນີ້​ມີ​ທາດ​ໂລຫະ​ໜັກ​ທີ່​ຜິດ​ກົດໝາຍ​ແລ້ວ,​ເຖິງ​ວ່າ​ບໍ່​ໄດ້​ຮູ້ສຶກ​ມີ​ຄວາມ​ຜິດ​ປົກກະຕິ​ໃດໆ,​ແຕ່​ນາງກໍ່​ຍັງ​ເປັນ​ຫ່ວງ​ນຳ​ວ່າ,ຈະ​ມີ​ຄວາມ​ອັນຕະລາຍຕາມ​ມາ​ຫຼື​ບໍ່.ນາງ​ເວົ້າ​ວ່າ:
     "ພາຍຫຼັງ​ໄດ້​ເກີດ​ເຫດການ​ນີ້​ແລ້ວ,ຂ້ອຍ​ກໍ່​ບໍ່​ໃຊ້​ອີກ​,​ແຕ່​ຂ້ອຍ​ເປັນ​ຫ່ວງ​ນຳ​ທີ່​ສຸດ​ວ່າ,ທາດ​ໂລຫະ​ໜັກ​​ເຫຼົ່າ​ນີ້​ຈະ​ມີ​ຜົນ​ສະທ້ອນ​ທາງ​ລົບ​ຫຍັງ​ບໍ່​ໃນ​ຕໍ່ໜ້າ,​ເພາະວ່າ,ຜີວພັນ​ຂອງ​ຂ້ອຍ​ໄດ້​ດູດຊຶມ​ເອົາມັນ​ແລ້ວ,ຈະ​ມີ​ຜົນ​ຮ້າຍ​ຕໍ່​ຮ່າງກາຍ​ຂອງ​ຂ້ອຍ​ຫຼື​ບໍ່,ນີ້​ແມ່ນ​ເລື່ອງ​ທີ່​ຂ້ອຍ​​ເປັນ​ຫ່ວງນຳ​ທີ່​ສຸດ."
     ​ໂດຍ​ແນ​ໃສ່​ຄວາມ​​ເປັນ​ຫ່ວງ​ນຳ​ຂອງ​ນາງ​ຫຼີຢູນ​ເຝິ່ງ,ນັກ​ຂ່າວ​ໄດ້​ສຳພາດນາງ​ສົ້ງພີ​ງ ນາຍ​ແພດ​ຂອງສະພາ​ບັນດິດ​ວິທະຍາສາດ​ແພດສາດ​ພື້ນ​ເມືອງຈີນ,ນາງ​ບອກ​ນັກ​ຂ່າວ​ວ່າ,ຜູ້​ບໍລິ​ໂພ​ກສາມາດຮູ້​ດ້ວຍຕົນ​ເອງ​ວ່າເກີດມີ​ອາການ​ແພ້​ຢາ​ຫຼື​ບໍ່​ໂດຍ​ຜ່ານ​ຈາກ​ອາການ​ຈຳນວນ​ໜຶ່ງຂອງ​ຕົນ​ເອງ.ນາງ​ເວົ້າ​ວ່າ:
     "ຖ້າຜີ​ວຂອງ​ພວກ​ເຮົາ​ໄດ້​ເກີດ​ມີ​ອາການ​ຄັນຫຼື​ເປັນສີ​ແດງຫຼື​ຜີວລອກ,ກໍ່​ໝາຍ​ຄວາມ​ວ່າ,ຜີວ​ຂອງ​ພວກ​ເຮົາ​ໄດ້​ຢູ່​ໃນ​ສະພາບ​ທີ່​​ແພ້​ເຄື່ອງ​ສຳອາງແລ້ວ."
     ນາງ​ສົ້ງພີ​ງ​ເວົ້າ​ວ່າ,ຖ້າເກີດ​ມີ​ອາການ​ແພ້​ຢາ,ຕ້ອງ​ຢຸດໃຊ້​ເຄື່ອງສຳອາງໃນ​ທັນທີ,​​ແລ້ວ​ລ້າງອອກ​ໃຫ້​ສະ​ອາດ​ແລະ​ໃສ່ນ້ຳກ້ອນ,​​ເວົ້າ​ທົ່ວ​ໄປ​ແລ້ວ,ຜີວ​ຂອງ​ຄົນ​​ເຮົາ​ລ້ວນ​ແຕ່​ສາມາດ​ປັບ​ຕົວເອງ,ຖ້າ​ແກ້​ໄຂ​ໂດຍ​ໄວ​ແລະ​ທັນ​ການ​ກໍ່​ຈະດີເອງ.ພ້ອມ​ກັນ​ນັ້ນ,ນາງ​ເວົ້າ​ວ່າ,ສຳລັບຄົນ​ທີ່​ມີ​ອາການ​ແພ້ໃນ​ລະດັບ​ສູງ,ຫຼື​ວ່າມີບາດ​ຢູ່​ເທິງ​ຜີວໜັງ,​ໃນ​ເວລາ​ໃຊ້​ເຄື່ອງສຳອາງ,ຕ້ອງ​ລະມັດ​ລະ​ວັງ​ຫຼາຍ​ທີ່​ສຸດ.
     ​ເຫດການ​​ເຄື່ອງ​ສຳອາງຫຍີ່​ຫໍ້ SK-II ​ໄດ້​ພາ​ໃຫ້​ປະຊາຊົນ​ຈີນ,​ໂດຍ​ສະ​ເພາະ​ແມ່ນ​ຜູ້​ບໍລິ​ໂພ​ກ​​ເພດ​ຍິງ​ເປັນ​ຫ່ວງນຳ​ຄວາມ​ປອດ​ໄພ​ຂອງຕົນ​ຫຼາຍ,ຈົນ​ມີ​ຫຼາຍ​ຄົນຮູ້​ສຶກຢ້ານ​ກົວ​ຕໍ່​ເຄື່ອງ​ສຳອາງ​ແລະ​ຮູ້ສຶກ​ວ່າ,​ເຄື່ອງສຳອາງທັງ​ໝົດ​ລ້ວນ​ແຕ່​ຈະ​ເຮັດ​ໃຫ້​ຜູ້​ໃຊ້​ມີ​ອາການແພ້​ຢາ,ຕໍ່​ເລື່ອງ​ນີ້,ນາງ​ສົ້ງພີ​ງ​ເວົ້າ​ວ່າ,​ເຖິງ​ວ່າ​ໄດ້​ກວດພົບທາດ​ໂລຫະ​ໜັກ​ທີ່​ຜິດ​ກົດໝາຍ​ໃນ​ເຄື່ອງ​ສຳອາງຈຳນວນໜຶ່ງ​ກໍ່ຕາມ,​​​ແຕ່​ເນື່ອງ​ຈາກ​ວ່າ,​ແຕ່​ລະ​ມື້​​ຄົນ​ເຮົາໃຊ້​ໜ້ອຍ​ທີ່​ສຸດ,ສະ​ນັ້ນ,ຜູ້​ບໍລິ​​ໂພ​ກບໍ່​ຈຳ​ເປັນ​ຕ້ອງ​ກັງວົນ​ຫຼາຍ​ໂພດ​​ແລະ​ຄວນຕິດຕາມ​ເອົາ​ໃຈ​ໃສ່​ດູ​ເລ​ສຸຂະພາບ​ຮ່າງກາຍຂອງ​ຕົນ​ຢ່າງ​​ໃກ້ຊິດ.ນາງ​ເວົ້າ​ວ່າ:
     "ຂ້າພະ​ເຈົ້າ​ຄິດ​ວ່າ,ການ​​ໃຊ້​ເຄື່ອງ​ສຳອາງ​ແມ່ນ​ໜ້ອຍ​ທີ່​ສຸດ,​ແຕ່​ລະ​ມື້,ອາດ​ຈະ​ໃຊ້​ແຕ່ 1—2 ກຼາມ​ເທົ່າ​ນັ້ນ,​ເຖິງ​ວ່າ​ໄດ້​ໃຊ້​​ເປັນ​ເວລາ​ຫຼາຍ​ປີ​ກໍ່ຕາມ,ປະລິມານ​ທີ່​ຕົກ​ຄ້າງ​ຢູ່​ໃນ​ຜີວ​ກໍ່​ບໍ່​ຫຼາຍ​ປານ​ໃດ,ອັດຕາ​ສ່ວນກໍ່​ຕ່ຳ​ທີ່​ສຸດ,ສະ​ນັ້ນ,ຄວາມ​ອາດ​ສາມາດທີ່​ຈະ​ທຳລາຍ​ຮ່າງກາຍ​ຄົນ​ຢ່າງ​ຮ້າຍ​ແຮງ​ນັ້ນ​ກໍ່​ບໍ່​ຫຼາຍ.ຖ້າຜູ້​ໃຊ້​ຮູ້ສຶກ​ເປັນຫ່ວງ​ຢູ່​ໃນ​ໃຈ,ກໍ່​ໄປ​ກວດຢູ່​ໂຮງໝໍ​ກໍ່​ໄດ້."
     ​ໃນ​ເວລາ​ສຳພາດ,ມີ​ບຸກຄົນ​ໃນ​ຂະ​ແໜງ​ການ​ດັ່ງກ່າວ​ຈຳນວນ​ໜຶ່ງ​ບອກ​ນັກ​ຂ່າວ​ວ່າ,ຜູ້​ບໍລິ​ໂພ​ກຄວນ​ເລືອກ​ເອົາ​ແລະ​ນຳ​ໃຊ້​ເຄື່ອງ​ສຳອາງ​ທີ່​ເໝາະ​ສົມ​ກັບ​ຕົນ​ເອງ.
     ກ່ອນ​ອື່ນ,ຕ້ອງ​ຮູ້​ລັກສະນະ​ຜີວພັນ​ຂອງ​ຕົນ,​ແມ່ນຜີວ​ມັນ ​ຜີວ​ແຫ້ງ ຜີວ​ຜ້ານ​ກາງຫຼື​​ແມ່ນຜີວທີ່​ແພ້​ງ່າຍ.ຜີວ​ມັນ​ຄວນ​ເລືອກ​ເອົາ​ເຄື່ອງ​ສຳອາງສຳລັບ​ທຳຄວາມ​ສະອາດ,​ແລະ​ເຄື່ອງ​ບຳລຸງ​ຜີວ​ທີ່​ມີ​ນ້ຳມັນ​ອ່າວ​ໜ້ອຍ;ຜີວ​​ແຫ້ງ​ຄວນ​ເລືອກ​ເອົາ​ເຄື່ອງ​ບຳລຸງຜີວ​ທີ່​ມີ​ນ້ຳມັນ​ອ່າວ​ຫຼາຍ;ສຳລັບ​ຜີວຜ້ານກາງ,​ທຳ​ມະ​ດາ​ແລ້ວ​ບໍ່​ຕ້ອງການ​ບຳລຸງເປັນ​ພິ​ເສດ,​ແຕ່​ສາມາດ​ເລືອກ​ເອົາ​ເຄື່ອງສຳອາງທີ່​ເໝາະ​ສົມຕາມ​ສະພາບການປ່ຽນ​ແປງ​ຂອງລະດູ​ການ​ແລະ​ອາກາດ;ສຳລັບຜີວ​ທີ່​ແພ້​ງ່າຍ,​ດີ​ທີ່​ສຸດ​ແມ່ນ​​ເລືອກ​ເອົາ​ເຄື່ອງ​ສຳອາງ​ທີ່​ບໍ່​​ໃສ່ເຄື່ອງ​ຫອມ ​ແອກໍ​ຮໍ ​​ເຄື່ອງ​ກັນ​ບູດ​ແລະ​ທາດ​ສີ,ພາກສ່ວນ​ປະກອບ​ຍິ່ງໜ້ອຍຍິ່ງ​ດີ.

ນອກ​ນີ້,​ໃນ​ເວລາ​ເລືອກ​ເອົາ​ເຄື່ອງສຳອາງ,ຍັງ​ຕ້ອງ​ເອົາ​ໃຈ​​ໃສ່​ນຳ​ການຫົ່ມ​ຫໍ່​ສິນຄ້າ,​ເບິ່ງ​ມັນ​ສອດຄ່ອງ​ກັບ​ມາດຖານ​ຄຸນ​ນະພາ​ບທາງ​ອະນາ​ໄມ​ຂອງ​ເຄື່ອງສຳອາງຫຼື​ບໍ່.ສຳລັບ​ຄົນ​ທີ່​ຜີວ​ແພ້​ງ່າຍແລະ​ມີບາດ​ແຜ​ຢູ່​ເທິງ​ຜີວ,ສາມາດ​ທົດ​ລອງ​ໃຊ້​ຢູ່​​ຂໍ້ແຂນຫຼືຄໍ,​ເພື່ອຫຼີກ​ເວັ້ນບໍ່​ໃຫ້​ເກີດ​ອາການ​ແພ້​ຢາ.​ໃນ​ເວລາ​ໃຊ້​ເຄື່ອງສຳອາງ,ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ນຳ​ວິທີ​ໃຊ້,ຖ້າ​ແຕ່ງ​ໜ້າ​ແບບ​ເຂັ້ມໆຈະ​ກະທົບ​ເຖິງ​ບົດບາດ​ຂອງ​ຜີວທີ່​ເປັນທຳ​ມະ​ຊາດ,​ໃຊ້​ດົນ​ແລ້ວ​ກໍ່​ຈະ​​​ເຮັດ​ໃຫ້​ຜີວ​ຫຍາບແລະ​​ເຖົ້າໄວ.