ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-23 18:50:43    
ອາ​ເມ​ລິ​ກາ​​ເຫັນ​ວ່າ ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ມີ​ຜົນ​ປະ​ໂຫຍດ​ຕໍ່​ການ​ພັດທະ​ນາ​ຂອງ​ຂະ​ແໜງ​ການ​ທະນາ​ຄານ​ຂອງ​ຈີນ

cri Author: cai
ຕາມ​ຂ່າວ​ຈາກ​ໜັງ​ສືພິມ"​ເຢີ​ນມີນຢື້​ປ້າວ"ສະບັບ​ພົ້ນ​ທະ​ເລ​ຂອງວັນ​ທີ 23 ຕຸລາ:ຫວ່າງ​ມໍ່ໆ​ນີ້,ທ່ານ​ໂຣເກີ ​ເຟີ​ເກິ​ຊັນ ອະ​ດີດ​ຮອງ​ປະທານ​ຄະນະ​ກຳມະ​ການ​ຄັງ​ສຳຮອງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ຫຼື FED ​ເວົ້າ​ວ່າ,ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ມີ​ຜົນ​ປະ​ໂຫຍ​ດຕໍ່​ການ​ພັດທະນາ​ຂອງ​ຂະ​ແໜງ​ການ​ທະນາ​ຄານ​ຂອງ​ຈີນ,ການ​ປະຕິ​ຮູບ​ທີ່​ລັດຖະບານແລະ​ທະນາຄານ​ຂອງ​ຈີນ​ໄດ້​ດຳ​ເນີນ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມານັ້ນ​ໄດ້​ຮັບໝາກຜົນ​ອັນ​​ເດັ່ນ​ຊັດ.

ທ່ານ​ໂຣເກີ ​ເຟີ​ເກິ​ຊັນ​ແມ່ນ​ເວົ້າ​ຄວາມ​ນີ້​ໃນ"ກອງ​ປະຊຸມ​ທະນາຄານ​ສາກົນ​ຈີນ​ປີ 2006"ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.ທ່ານ​ເຫັນ​ວ່າ,ຜ່ານ​ຈາກ​ການ​ຮັບ​ເອົາ​ທຶນ​ຕ່າງ​ປະ​ເທດ​ຫຼື​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​ທະ​ນາຄາ​ນຕ່າງປະ​​ເທດ,ສາມາດ​ຊຸກຍູ້​ການ​ພັດທະນາ​ຂອງ​ຂະ​ແໜງ​ການ​ທະນາຄານ​ຂອງ​ຈີນ,​ເພີ່ມ​ກຳລັງ​ແກ່ງ​ແຍ່ງ​ແລະ​ຄວາມ​ສາມາດຫາ​ຜົນກຳ​ໄລ່ຂອງ​ທະນາຄານ.

ນອກ​ນີ້,ບົດ​ລາຍ​ງານ​ສຳ​ຫຼວດສະບັບ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ,ທະນາຄານ​ທຶນ​ຕ່າງປະ​ເທດນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຢູ່​ຈີນ.ຢູ່​ຊຽງ​ໄຮ້ ປັກ​ກິ່ງ​ແລະ​ກວາງ​ໂຈ່,ຄວາມ​ເອົາ​ໃຈ​ໃສ່​ຂອງ​ຜູ້​ບໍລິ​ໂພ​ກຈີນ​ທີ່​ມີຕໍ່​ທະນາຄານ​ທຶນ​ຕ່າງປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຄູ່​ປີ.