ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-23 19:10:43    
ລັດ​ຖະ​ບານ​ຈີນ​ຈະປະ​ກາດ​ໃຊ້​ມາດ​ຕະ​ການ​ໃໝ່​​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ການ​ຄ້າ​ກັບ​ອາ​ຟຼິກາ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 23 ຕຸລາ,ທ່ານ​ເວີ້​ຍຈ້ຽນ​ໂກ ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ຈີນ​ອາ​ຟຼິກາທີ່​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ເດືອນ​ພະຈິກ​ປີ​ນີ້,ລັດຖະບານຈີນ​ຈະ​ປະກາດ​ໃຊ້ມາດ​ຕະການ​ໃໝ່​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນກັບ​ອາ​ຟຼິກາ.

ທ່ານ​ເວີ້ຍ​ຈ້ຽນ​ໂກ​ແມ່ນ​ເວົ້າ​ຄວາມ​ນີ້​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້​ແທນ​ສະມາຊິກ​ສະມາ​ຄົມ​ການ​ຄ້າປະ​ຊາຊົນຈີນ-ອາ​ຟຼິກາ​ຢູ່​ປັກ​ກິ່ງ.

ປະຈຸ​ບັນ,ກະຊວງ​ການ​ຄ້າ​ຈີນ​ພວມ​ຮ່ວມ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕ່າງໆ​ເລັ່ງລັດ​ວາງ​ນະ​ໂຍ​ບາຍ​ຄ້ຳຊູ​ແລະ​ມາດ​ຕະການ​ລະອຽດ​ທີ່ຊຸກ​ຍູ້​ການ​ລົງທຶນ​ຕໍ່​ອາ​ຟຼິກາ,ນະ​ໂຍບາຍ​ເຫຼົ່າ​ນີ້​ຈະມີ​ຜົນ​ປະ​ໂຫຍ​ດ​ແລະເໝາະ​ໃຊ້​ກັບວິ​ສາ​ຫະກິດ​​ເອກະ​ຊົນ​ທີ່​ລົງທຶນ​ຢູ່​ອາ​ຟຼິກາ.

ສະມາຄົມ​ການ​ຄ້າປະຊາ​ຊົນຈີນ-ອາ​ຟຼິກາ​ສ້າງຕັ້ງ​ຂຶ້ນ​ເມື່ອ​ປີ 2005,ມີ​ຈຸດປະສົງ​ທີ່ຊຸກຍູ້​ວິ​ສາ​ຫະກິດ​ເອກະ​ຊົນ​ຂອງ​ຈີນ​ເຂົ້າ​ສູ່​ອາ​ຟຼິກາ​ດ້ວຍ​ຮູບ​ການ ຕົວ​ຈິງ​ເຊັ່ນ​ການ​ຊຸກຍູ້​ໂຄງການ​ເປັນ​ຕົ້ນ,ດຳ​ເນີນ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານເຕັກ​ນິກເສດ​ຖະກິດ​ກັບ​ອາ​ຟຼິກາ.