ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-24 18:48:55    
ວິ​ສາ​ຫະກິດ 27 ​ແຫ່ງ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 3

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 24 ຕຸລາ,ສຳນັກງານ​ເລຂາ​ຂອງ​ງານ​ວາງສະ​ແດງ​ສິນຄ້າຫຼື​ງານ​ເອັກສ໌​ໂປ​ຈີນ-ອາ​ຊຽນ​ແຈ້ງ​ໃຫ້​ຊາບ​ວ່າ,ວິ​ສາ​ຫະ​ກິດ 27 ​ແຫ່ງ​ເຊັ່ນ​ບໍລິສັດ​ຜະລິດ​ເຫຼົ້າ​ໂກ​ຈ້ຽວ​ເຂດ​ກວາງຊີ ບໍລິ​ສັດ​ການ​ບິນ​ເສີ່ນ​ເຈີ້ນສາ​ຂານານ​ນີງ ບໍລິສັດ​ຢູ້ນ​ເຕີ​ເຂດ​ກວາງຊີ​ເປັນ​ຕົ້ນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 3.

ທ່ານ​ຈາງ​ສຽວ​ຊີ່ນ ​ເລຂາ​ທິການ​ໃຫຍ່​ສຳນັກງານ​ເລຂາ​ງານ​ວາງສະ​ແດງສິນຄ້າ​ຈີນ-ອາ​ຊຽນ​ເວົ້າ​ວ່າ,ວິ​ສາ​ຫະກິດ​ເຫຼົ່າ​ນີ້ລ້ວນ​ແຕ່​ແມ່ນ​ວິ​ສາ​ຫະກິດ​ສຳຄັນ​ຂອງ​ຂະ​ແໜງ​ການ​ຕ່າງ​ໆ,​ໃນ​ນັ້ນ,ມີ​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງໄດ້​ເປັນ​ຄູ່​ຮ່ວມ​ມື​ຂອງ​ງານ​ວາງສະ​ແດງແຕ່​ງານ​ວາງສະ​ແດງ​ຄັ້ງ​ທຳ​ອິດ."ຜ່ານ​ການຮ່ວມ​ມື​ກັບ​ງານ​ວາງສະ​ແດງ,ວິ​ສາ​ຫະກິດ​ເຫຼົ່າ​ນີ້​ໄດ້​ເປີດ​ກວ້າງທຸລະ​ກິດ​ຈຳໜ່າຍ​ແລະ​ໂອກາດ​ໃນ​ຕະຫຼາດ,​ໄດ້​ສະ​ແດງ​​ໃຫ້​ເຫັນ​ພາບ​ພົດ​ວິ​ສາ​ຫະກິດ​ທີ່​ດີງາມ,​ແລະ​ໄດ້​ຊຸກຍູ້​ການ​ເຕີບ​ໂຕ​ແລະ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ."

ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 3 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນີງ ​ເຂດ​ກວາງ​ຊີ​ຂອງ​ຈີນ​ແຕ່​ວັນ​ທີ 31 ຕຸລາ​ຫາ​ວັນ​ທີ 3 ພະ​ຈິກ​ປີ​ນີ້,ຈະ​ໂຮມ​ສູນ​ວາງ​ສະ​ແດງ​ສິນ​ຄ້າ 4 ປະ​ເພດ​ຄື​ເຄື່ອງ​ຈັກ ​ເຄື່ອງ​ເອ​ເລັກ​ໂຕຼນິກ​ແລະ​ເຄື່ອງ​ໄຟຟ້າ ວັດ​ສະດຸ​ກໍ່ສ້າງ​ແລະ​ເຄື່ອງ​ໃຊ້​ໃນ​ເຮືອນ​ແລະ​ຜະ​ລິດ​ຕະພັນ​ກະສິກຳ.