ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-24 18:59:00    
ຈີນ​ສົ່ງ​ດາວ​ທຽມ​ສຳ​ຫຼວດ​ສິ່ງ​ແວດ​ລ້ອມ​ອະ​ວະ​ກາດ​ສອງ​ໜ່ວຍ​ຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:​ເວລາ 7 ​ໂມງ 34 ນາທີ​ວັນ​ທີ 24 ຕຸລາຕາມ​ເວລາ​ທ້ອງ​ຖິ່ນ,ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ທ້າ​ຍຢວນ,ຈີນ​ໄດ້ສົ່ງ​ດາວ​ທຽມ​ສຳ​ຫຼວດສິ່ງ​ແວດ​ລ້ອມ​ອະວະກາດ​ສອງ​ໜ່ວຍ​ຂຶ້ນ​ສູ່​ອະວະກາດ​ພ້ອມ​ກັນ​ຢ່າງ​ສຳ​ເລັດ​ຜົນ​ດ້ວຍ​ລູກ​ສອນ​ໄຟ​ຍານ​ສົ່ງ"ຊາງ​ເຈິ່ງ​ເລກ 4 ຂ."ໜ່ວຍ​ດຽວ.

ຂໍ້​ມູນ​ທີ່​ສົ່ງ​ມາ​ຈາກ​ສູນວັດ​ແທກ​ຄວບ​ຄຸມ​ດາວ​ທຽມ​ເມືອງ​ສີ່​ອານ​ສະ​ແດງ​ໃຫ້​ເຫັນ​ວ່າ,ພາຍຫຼັງ​ລູກ​ສອນ​ໄຟ​ຍານ​ສົ່ງ"ຊາງ​ເຈິ່ງ​ເລກ 4 ຂ."​ໄດ້ຍິງຂຶ້ນ 10 ປາຍ​ນາ​ທີ​ແລ້ວ,ດາວ​ທຽມ​ສຳ​ຫຼວດສິ່ງ​ແວດ​ລ້ອມ​ອະວະກາດ​ສອງ​ໜ່ວຍໄດ້​ແຍກ​ອອກ​ຈາກ​ລູກ​ສອນ​ໄຟ​ຍານ​ສົ່ງ​ຕາມໆກັນ,​ແລ້ວ​ດາວ​ທຽມ​ສອງ​ໜ່ວຍ​ດັ່ງ​ກ່າວໄດ້​ເຂົ້າ​ສູ່​​ວົງໂຄຈອນ​ທີ່​ໄດ້​ກຳນົດ​ໄວ້​ນັ້ນຢ່າງ​ສຳ​ເລັດ​ຜົນ.

ໜ້າ​ທີ່​ຂອງດາວ​ທຽມ​ສອງ​ໜ່ວຍ​ດັ່ງ​ກ່າວ​ຕົ້ນຕໍ​ຈະ​ດຳ​ເນີນ​ການ​ສຳ​ຫຼວດ​ສິ່ງ​ແວດ​ລ້ອມ​ອະ​ວະ​ກາດ ສຳ​ຫຼວດ​ສິ່ງ​ແວດ​ລ້ອມ​ການ​ແຜ່​ລັງສີ​ໃນ​ອະວະກາດ​ແລະ​ຜົນຂອງ​ມັນ ສຳ​ຫຼວດ​ຕົວຊີ້​ວັດ​ສິ່ງ​ແວດ​ລ້ອມ​ຟີ​ຊິກສາດ​ອະວະ​ກາດ,ພ້ອມ​ທັງ​ການ​ທົດ​ລອງ​ໃນ​ອະວະກາດ​ອື່ນໆ​ທີ່​ກ່ຽວຂ້ອງ.