ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-25 19:49:00    
ສະ​ຫະ​ພາບ​ເອີ​ລົບ​ເຫັນ​ວ່າ ຕ້ອງ​ສືບ​ຕໍ່​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ​ກັບ​ຈີນ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 24 ຕຸລາ,ຢູ່​​​ສທຼາສ໌​​ເບີກ​​ແຫ່ງ​ຝະຣັ່ງ,ຄະນະ​ກຳມາ​ທິການ​ສະຫະ​ພາບ​ເອີ​ລົບ​ໄດ້​ປະກາດ​ເອ​ກະສານ​ນະ​ໂຍບາຍ​ຕໍ່​ຈີນ​ໂດຍ​ຊີ້​ອອກ​ວ່າ,ສະຫະພາບ​ເອີ​ລົບ​ຕ້ອງສືບ​ຕໍ່​ຂະ​ຫຍາຍ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ກັບ​ຈີນ.

ເອກະ​ສານ​ຂຽນ​ວ່າ,ນະ​​ໂຍບາຍ​ຕໍ່​ຈີນ​ຂອງ​ສະຫະພາບ​ເອີ​ລົບ​ຕ້ອງ​ຮັກສາ​ຍຸດ​ທະ​ສາດ​ທີ່"ຕິດ​ຕໍ່​ພົວພັນ​ກັນ"​ແລະ"ຂະຫຍາຍ​ການ​ພົວ​ພັນໝູ່ຄູ່"ທີ່​ພວມ​ປະຕິບັດ​ໃນ​ປະຈຸ​ບັນ,​ແລະ"ຄຽງ​ຄູ່​ກັບ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ໄດ້​ແໜ້ນ​ແຟ້ນ​ເຂົ້າກວ່າ​ເກົ່າ,ໜ້າ​ທີ່​ຮັບຜິດ​ຊອບຂອງ​ກັນ​ກໍ່​ຈະເພີ່ມ​ຂຶ້ນ".

ເອກະສານ​ສະບັບ​ນີ້​ຍັງ​ໄດ້​ສະ​ເໜີ​ນະ​ໂຍບາຍ​ແລະ​ມາດ​ຕະການ​ຕ່າງໆຂອງ​ສະຫະ​ພາບ​ເອີ​ລົບ​ໃນ​ການ​ຂະ​ຫຍາ​ຍການ​ພົວພັນ​ກັບ​ຈີນ​ໃນ​ອະນາຄົດ,ສະ​ແດງ​ວ່າ​ຈະ​ສືບ​ຕໍ່​ສະໜັບ​ສະ​ໜູນ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ແລະ​ເສດຖະກິດ​ຂອງ​ຈີນ,ສະໜັບ​ສະ​ໜູນ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ ຄວາມ​ໝັ້ນຄົງ ສິດທິ​ມະນຸດ​ແລະ​ການ​ສ້າງສາ​ການ​ປົກຄອງ​ຕາມ​ກົດໝາຍ​ຂອງ​ຈີນ,ສະໜັບສະໜູນ​ຍຸດ​ທະ​ສາດ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຈີນ,ຮ່ວມ​ກັບ​ຈີນ​ຮັບ​ມື​ກັບ​ບັນຫາດິນ​ຟ້າອາກາດ ສິ່ງ​ແວດ​ລ້ອມ​ແລະ​ການ​ພັດທະນາ​ບໍ່​ສະ​ໝ່ຳສະ​ເໝີ​ກັນ​ເປັນ​ຕົ້ນ,​ແລະ​ຮ່ວມ​ມື​ກັບ​ຈີນ​ໃນ​ດ້ານ​ວິ​ທະຍາ​ສາດ ວັດທະນະທຳ​ເປັນ​ຕົ້ນ​ແລະ​ວຽກ​ງານ​ສາກົນ.

ພ້ອມ​ກັນກັບ​ເອກະສານ​ສະບັບ​ດັ່ງກ່າວ,ສະຫະພາບ​​ເອີ​ລົບ​ຍັງ​ໄດ້​ປະກາດ​ເອກະສານ​ຍຸດ​ທະ​ສາດ​ການ​ຄ້າ​ຕໍ່​ຈີນ.​ເອກະສານ​ສະບັບ​ນີ້​ຊີ້​ອອກ​ວ່າ,ບໍ່​ວ່າ​ແມ່ນຈີນ​ຫຼື​ສະຫະພາບ​ເອີ​ລົບ,ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ໂປ​ໂລ​ຂຶ້ນຂອງ​​ເສດຖະກິດ​ຈີນ.

ພ້ອມ​ກັນ​ນັ້ນ,​​ເອກະສານສະ​ບັບນີ້​ຍັງ​ໄດ້​ສະ​ເໜີ​ນະ​ໂຍບາຍ​ຕົ້ນຕໍ​ທີ່ສະຫະພາບ​ເອີ​ລົບ​ຈະ​ໃຊ້ໃນການ​ແກ້​ໄຂບັນຫາ​ການ​ຄ້າ​ແລະ​ການ​ລົງທຶນ​ຕໍ່​ຈີນ.